Microsoft ຊີ້ ໃຊ້ Multi-factor Authentication ຊ່ວຍປ້ອງກັນບັນຊີຖືກແຮັກໄດ້ເຖິງ 99.9%

Breaking

Post Top Ad

Post Top Ad

Wednesday, August 28, 2019

Microsoft ຊີ້ ໃຊ້ Multi-factor Authentication ຊ່ວຍປ້ອງກັນບັນຊີຖືກແຮັກໄດ້ເຖິງ 99.9%


ຈາກ​ການ​ເຝົ້າ​ຕິດ​ຕາມ​ການ​ລັອກ​ອິນ​ແປກປອມ​ຫລາຍກວ່າ 300 ລ້ານ​ເທື່ອ​ໃນ​ແຕ່​ລະ​ມື້​ເທິງ​ລະບົບ Cloud ຂອງ Microsoft ທາງ Alex Weinert, Group Program Manager ທາງ​ດ້ານ Identity Security and Protection ຈາກ Microsoft ໄດ້​ອອກ​ມາ​ລະ​ບຸ​ວ່າ ຜູ້​ທີ່​ເປີດ​ໃຊ້​ງານ Multi-factor Authentication (MFA) ຈະ​ສາມາດ​ບ​ລັອກ​ການ​ໂຈມ​ຕີ​ແບບ Automated Account Takeover (ATO) ໄດ້​ເຖິງ 99.9%
Microsoft ຊີ້ ໃຊ້ Multi-factor Authentication ຊ່ວຍປ້ອງກັນບັນຊີຖືກແຮັກໄດ້ເຖິງ 99.9%
Credit: garagestock/ShutterStock.com
ຄຳ​ແນະ​ນຳ​ໃນ​ການ​ເປີດ​ໃຊ້ MFA ນີ້ ບໍ່​ແມ່ນ​ສຳລັບ​ພຽງ​ແຕ່ບັນ​ຊີ​ຂອງ Microsoft ເທົ່າ​ນັ້ນ ແຕ່​ຢັງລວມ​ໄປ​ເຖິງ​ບັນ​ຊີ​ອື່ນ​ໆ ເທິງ​ເວັບ​ໄຊ​ຕ​໌​ຫລື​ບໍລິການ​ອອນ​ໄລ​ນ​໌​ຕ່າງ​ໆ ຖ້າ​ຜູ້​ໃຫ້​ບໍລິການ​ມີ MFA ໃຫ້​ໃຊ້ ຄວນ​ຮີບ​ເປີດ​ໃຊ້​ງານ​ໃນ​ທັນ​ທີ​ໂດຍ​ບໍ່​ຕ້ອງ​ສ​ົນໃຈວ່າ​ຈະ​ເປັນ​ການ​ໃຊ້ OTP ຜ່ານ SMS ແບບ​ງ່າຍໆ ຫລື​ການ​ໃຊ້​ໂຊ​ລູ​ຊັນ Biometrics ລະ​ດັບ​ສູງ​ກໍ​ຕາມ ເພາະ​ແນວໃດ​ກໍ​ເປັນ​ການ​ຍົກ​ລະດັບ​ການ​ຮັກສາ​ຄວາມຫມັ້ນຄົງ​ປອດ​ໄພ​ຂອງ​ບັນ​ຊີ​ໃຫ້​ແຂງ​ແກ່ງ​ຢິ່ງ​ຂຶ້ນ
ຈາກ​ການສຶກສາ​ຂອງ​ພວກ​ເຮົາ ບັນຊີ​ຂອງ​ເຈົ້າ​ມີ​ໂອ​ກາດ​ຫລາຍກວ່າ 99.9% ທີ່​ຈະ​ບໍ່​ຖືກ​ແຮັກ​ຖ້າ​ເຈົ້າ​ໃຊ້ MFA (Multi-factor Authentication)” — Weinert ກ່າວ
Weinert ຢັງ​ລະ​ບຸ​ອີກ​ວ່າ ຄຳ​ແນະ​ນຳ​ແບບ​ເດີມ​ໆ ຢ່າງ ຢ່າ​ໃຊ້​ລະຫັດ​ຜ່ານ​ຊ້ຳ​ກັບ​ທີ່​ເຄຍ​ໂດນ Data Breach ໄປ​ແລ້ວ” ຫລື ໃຊ້​ລະຫັດ​ຜ່ານ​ຢາວ​ໆ “ ບໍ່​ໄດ້​ຊ່ວຍ​ໃຫ້​ບັນ​ຊີ​ລອດ​ຈາກ​ການ​ແຮັກ​ແຕ່​ຢ່າງ​ໃດ ເນື່ອງ​ຈາກ​ແຮັກ​ເກີ​ໃນ​ປັດຈຸບັນ​ມີກົນລະເມັດ​ໃນ​ການ​ຫຼອກ​ລວງເອົາ​ລະ​ຫັດ​ຜ່ານ​ຈາກ​ຜູ້​ໃຊ້ ບໍ່​ວ່າ​ຈະ​ຊັບ​ຊ້ອນ​ຫລື​ຢາວ​ເທົ່າໃດ​ກໍ​ຕາມ ເຊັ່ນ Credential Stuffing, Phishing, Keystroke Logging, Local Discovery ຫລື Brute Force ດັ່ງ​ນັ້ນ ການທີ່​ມີ​ການ​ພິສູດ​ຕົວ​ຕົນ​ອີກ​ຂັ້ນ ຫລື MFA ຈຶ່ງ​ເຂົ້າ​ມາ​ຊ່ວຍ​ປິດ​ຈຸດ​ອ່ອນ​ບ່ອນນີ້
ການ​ເປີດ​ໃຊ້ MFA ຊ່ວຍ​ບຼັອກ​ຄວາມ​ພະຍາຍາມ​ໃນ​ການ​ລັອກ​ອິນ​ທີ່​ບໍ່​ພຶງ​ປະສົງ​ອອກ​ໄປ​ໄດ້​ເຖິງ 99.9% ຕໍ່​ໃຫ້​ແຮັກ​ເກີຮູ້ລະ​ຫັດ​ຜ່ານ​ທີ່​ແທ້​ຈິງ​ຂອງ​ຜູ້​ໃຊ້​ກໍ​ຕາມ ໃນ​ຂະນະ​ທີ່​ອີກ 0.1% ເຫຼືອ​ໄວ້​ສຳລັບ​ການ​ໂຈມ​ຕີ​ລະ​ດັບ​ສູງ​ທີ່​ໃຊ້​ເທກ​ນິກ​ລັກ MFA Tokens ແຕ່​ການ​ໂຈມ​ຕີ​ຮູບ​ແບບ​ນີ້​ເກີດ​ຂຶ້ນ​ໄດ້​ຍາກ​ຫລາຍ​ເມື່ອ​ທຽບ​ກັບ​ການ​ໂຈມ​ຕີ​ອື່ນ​ໆ ທີ່​ໃຊ້​ລັກ​ລະຫັດ​ຜ່ານ​ໃນ​ປັດຈຸບັນ




No comments:

Post a Comment

Post Top Ad