ເຜີຍຊ່ອງໂຫວ່ USBAnywhere ສົ່ງຜົນໃຫ້ Server ຂອງ Supermicro ຈຳນວນຫລາຍຖືກໂຈມຕີໄດ້ ຜູ້ໃຊ້ງານຄວນ Patch ອຸດຊ່ອງໂຫວ່

Breaking

Post Top Ad

Post Top Ad

Wednesday, September 4, 2019

ເຜີຍຊ່ອງໂຫວ່ USBAnywhere ສົ່ງຜົນໃຫ້ Server ຂອງ Supermicro ຈຳນວນຫລາຍຖືກໂຈມຕີໄດ້ ຜູ້ໃຊ້ງານຄວນ Patch ອຸດຊ່ອງໂຫວ່


Eclypsium ຜູ້​ຊ່ຽວ​ຊານ​ດ້ານ​ຄວາມຫມັ້ນຄົງ​ປອດ​ໄພ ໄດ້​ອອກ​ມາ​ເປີດ​ເຜີຍ​ເຖິງ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່​ທີ່​ມີ​ຊື່​ວ່າ USBAnywhere ຊຶ່ງ​ປະກົດ​ຢູ່​ເທິງ​ລະບົບ​ຢືນຢັນ​ຕົວ​ຕົນ​ຂອງ Baseboard Management Controller (BMC) ທີ່​ມີ​ການ​ໃຊ້​ງານ​ຢູ່​ເທິງ Server ຂອງ Supermicro ຈຳນວນ​ຫລາຍ ຊຶ່ງ​ອາດ​ນຳ​ໄປ​ສູ່​ການ​ໂຈມ​ຕີ​ຈາກໄລຍະ​ໄກ​ ແລະ ​ເປັນ​ອັນຕະລາຍ​ຕໍ່​ລະບົບ​ຕ່າງ​ໆ ໄດ້ ໂດຍ​ລ່າ​ສຸດ Supermicro ໄດ້​ອອກ Patch ເພື່ອ​ອຸດ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ແລ້ວ

USBAnywhere
Credit: Ecrypsium
ຊ່ອງ​ໂຫວ່​ດັ່ງ​ກ່າວ​ນີ້​ປາກົດ​ຢູ່​ເທິງ Mainboard ຂອງ Supermicro ລຸ້ນ X9 ເຖິງ X11 ແລະ​ສົ່ງ​ຜົນ​ໃຫ້​ຜູ້​ໂຈມ​ຕີ​ສາມາດ​ກໍ່ການ​ເຊື່ອມ​ຕໍ່​ໄລຍະ​ໄກ​ໄປ​ຢັງ Server ທີ່​ເຊື່ອມ​ຕໍ່​ລະບົບ BMC ເອົາ​ໄວ້​ກັບ​ລະບົບ​ເຄືອຂ່າຍ ແລະ ​ກໍ່ການ Mount ອຸປະກອນ Virtual USB Device ໃດ​ໆ ກໍ​ໄດ້ ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​ກໍ່ການ​ລັກ​ລອບ​ ລັກ​ຂໍ້​ມູນ, ບູດ​ລະບົບ​ຜ່ານ OS Image ທີ່​ອາດ​ເປັນ​ອັນຕະລາຍ, ຄວບ​ຄຸມ​ລະບົບ​ຜ່ານ Virtual Keyboard ແລະ Virtual Mouse ຫລື​ອື່ນ​ໆ ໄດ້
ນັກ​ວິໄຈ​ຈາກ Eclypsium ຍັງ​ພົບ​ລະບົບ​ຈຳນວນ​ກວ່າ 47,000 ລະບົບ​ເທິງ Internet ທີ່​ສາມາດ​ຖືກ​ເຂົ້າ​ເຖິງ ​ແລະ ​ໂຈມ​ຕີ​ໄດ້​ຈາກ​ຊ່ອງ​ໂຫວ່​ດັ່ງ​ກ່າວ
Supermicro ໄດ້​​ອອກ Patch ເພື່ອ​ອຸດ​ຊ່ອງ​ໂຫວ່​ນີ້​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ຕັ້ງ​ແຕ່​ມື້​ອັງ​ຄານ​ທີ່​ຜ່ານມາ ດັ່ງ​ນັ້ນ​ຜູ້​ທີ່​ໃຊ້​ງານ Supermicro ຄວນວາງ​ແຜນ​ອັບ​ເດດ Patch ດັ່ງ​ກ່າວ​ໃຫ້​ຮຽບຮ້ອຍ​ຈະເປັນການດີ
ສຳລັບ​ຜູ້​ທີ່​ສົນ​ໃຈ​ລາຍ​ລະອຽດ​ສະບັບ​ເຕັມ​ຂອງ​ຊ່ອງ​ໂຫວ່ USBAnywhere ນີ້​ສາມາດ​ສຶກ​ສາ​ຂໍ້​ມູນ​ເພິ່ມເຕິມ​ໄດ້​ທີ່ https://github.com/eclypsium/USBAnywhere
ທີ່ມາ: 



No comments:

Post a Comment

Post Top Ad