Wi-Fi Alliance ປະກາດເລີ່ມຕົ້ນໂປຣແກຣມ Wi-Fi 6 Certification

Breaking

Post Top Ad

Post Top Ad

Wednesday, September 18, 2019

Wi-Fi Alliance ປະກາດເລີ່ມຕົ້ນໂປຣແກຣມ Wi-Fi 6 Certification

ທາງ Wi-Fi Alliance ໄດ້​ປະ​ກາດ​ເລີ່ມ​ຕົ້ນ​ໂປຣ​ແກຣມ Wi-Fi 6 Certification ເພື່ອ​ກວດ​ສອບ​ຟີ​ເຈີ​ທີ່​ເຮັດ​ໄດ້​ຈິງ​ຈາກ​ຕົວ​ອຸປະກອນ​ທຽບ​ກັບ​ຂໍ້​ກຳນົດ​ຂອງ​ມາດຕະຖານ IEEE 802.11 ax
Wi-Fi Alliance ປະກາດເລີ່ມຕົ້ນໂປຣແກຣມ Wi-Fi 6 Certification

Wi-Fi 6 ໄດ້​ປັບ​ປຸງ​ຟີ​ເຈີ​ຫຼາຍ​ດ້ານ ເຊັ່ນ OFDMA, 1024-QAM, MU-MIMO, Target Wake Time ແລະ​ອື່ນ​ໆ ລວມ​ເຖິງ​ທາງ Wi-Fi Alliance ເອງ​ກໍ​ໄດ້​ຊີ້​ວ່າ​ອຸປະກອນ​ທີ່​ຈະ​ໄດ້ Certified Wi-Fi 6 ຈະ​ຕ້ອງ​ຮອງ​ຮັບ WPA3 ໄດ້​ດ້ວຍ​ເຊັ່ນ​ກັນ ທັງ​ນີ້​ປັດຈຸບັນ​ອຸປະກອນ​ທີ່​ໄດ້​ການ​ຮັບຮອງ Wi-Fi 6 ຈາກ Wi-Fi Alliance ມີ​ພຽງ​ຕາມ​ດ້ານ​ລຸມ​ເທົ່າ​ນັ້ນ
·         Broadcom BCM4375
·         Broadcom BCM43698
·         Broadcom BCM43684
·         Cypress CYW 89650 Auto-Grade Wi-Fi 6 Certified
·         Intel Wi-Fi 6 (Gig+) AX200 (for PCs)
·         Intel Home Wi-Fi Chipset WAV600 Series (for routers and gateways)
·         Marvell 88W9064 (4×4) Wi-Fi 6 Dual-Band STA
·         Marvell 88W9064 (4×4) + 88W9068 (8×8) Wi-Fi 6 Concurrent Dual-Band AP
·         Qualcomm Networking Pro 1200 Platform
·         Qualcomm FastConnect 6800 Wi-Fi 6 Mobile Connectivity Subsystem
·         Ruckus R750 Wi-Fi 6 Access Point
ຢ່າງໃດ​ກໍ​ຕາມ​ມີ​ບັນຫາ​ນ້ອຍໆ​ຄື​ກ່ອນ​ໜ້າ​ນີ້​ມີ Vendors ຫຼາຍ​ເຈົ້າ​ອ້າງ​ຕົວ​ວ່າ​ຮອງ​ຮັບ​ກັບ Draft ທີ່ເກິດຂື້ນ​ສູ່ດ​ລາດ​ຊຶ່ງ​ອາດຈະ​ຍັງ​ບໍ່​ໄດ້ຮັບ Certified ດັ່ງ​ນັ້ນ​ຫາກ​ໃຜ​ກຳ​ລັງ​ເລັງ​ຊື້​ຫາ​ອຸປະກອນ​ກໍ​ຄວນ​ຈະ​ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ສາມາດ​ອັບ​ເດດ​ຊ​ອບ​ແວ​ຣ​໌​ໄດ້​ຫລື​ບໍ່​ຫາກ​ຂາດ​ຟີ​ເຈີ​ບາງຢ່າງ​ໃນ​ມາດຕະຖານ​ເພື່ອ​ບໍ່​ໃຫ້​ເກີດ​ບັນຫາ​ພາຍ​ຫຼັງ ເຊັ່ນ ອາດຈະ​ບໍ່​ສາມາດ​ເຮັດວຽກ​ຮ່ວມ​ກັບ​ອຸປະກອນ​ທີ່ Certified ແທ້ ໆ ໃນ​ອະນາຄົດ 

ແຫຼ່ງຂໍ້ມູນ
anandtech
networkcomputing

No comments:

Post a Comment

Post Top Ad