Google ເຕືອນ ຊ່ອງໂຫວ່ Zero-day ໃໝ່ເທິງ Google Chrome ຄວນອັບເດດທັນທີ

Breaking

Post Top Ad

Post Top Ad

Wednesday, April 19, 2023

Google ເຕືອນ ຊ່ອງໂຫວ່ Zero-day ໃໝ່ເທິງ Google Chrome ຄວນອັບເດດທັນທີ


ຊ່ອງ​ໂຫວ່ CVE-2023-2033 ຖືກ​ຄົ້ນ​ພົບ​ໂດຍ Clément Lecigne ຈາກ Google Threat Analysis Group (TAG) ເປັນ​ຊ່ອງ​ໂຫວ່​ຊະນິດ Type confusion ທີ່ເກິດຂື້ນ​ໃນ JavaScript Engine ຂອງ Chromium Browser ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​ເຂົ້າ​ເຖິງ​ຫນ່ວຍ​ຄວາມ​ຈຳ​ຂອງ​ເຄື່ອງ​ໄດ້​ພຽງ​ແຄ່​ໂຈມ​ຕີ​ຜ່ານ​ທາງ HTML page ເທົ່າ​ນັ້ນ Google ໄດ້​ອອກ​ມາ​ປະ​ກາດ​ເຕືອນ​ເຖິງ​ຊ່ອງ​ໂຫວ່​ນີ້​ເນື່ອງ​ຈາກ​ພົບລາຍ​ງານ​ການ​ໂຈມ​ຕີ​ແລ້ວ ແນະ​ນຳ​ໃຫ້​ຜູ້​ໃຊ້​ງານ​ກໍ່ການ​ອັບ​ເດດ​ໂດຍ​ດ່ວນ​ເນື່ອງ​ຈາກ​ເປັນ​ຊ່ອງ​ໂຫວ່​ຄວາມ​ຮຸນແຮງ​ລະ​ດັບ​ສູງ

ຜູ້​ໃຊ້​ງານ​ສາມາດ​ອັບ​ເດດ Google Chrome ໄປ​ເປັນ​ເວີ​ຊັນ 112.0.5615.121 ເພື່ອ​ອຸດ​ຊ່ອງ​ໂຫວ່​ໄດ້​ແລ້ວ ທັງ​ເທິງ Windows, Mac ແລະ Linux

ທີ່ມາ: Chrome Releases: Stable Channel Update for Desktop (googleblog.com)

No comments:

Post a Comment

Post Top Ad