ROG Ally ເຄື່ອງຫລິ້ນເກມພົກພາຕົວທຳອິດຂອງ ASUS ຣັນເທິງ WINDOWS11 ສະເປກໂຫດ ຊົນເຄື່ອງ Steam Deck ກັບ Nintendo Switch

Breaking

Post Top Ad

Post Top Ad

Thursday, April 20, 2023

ROG Ally ເຄື່ອງຫລິ້ນເກມພົກພາຕົວທຳອິດຂອງ ASUS ຣັນເທິງ WINDOWS11 ສະເປກໂຫດ ຊົນເຄື່ອງ Steam Deck ກັບ Nintendo Switch

ROG Ally ເຄື່ອງຫລິ້ນເກມພົກພາຕົວທຳອິດຂອງ ASUS ຣັນເທິງ WINDOWS11 ສະເປກໂຫດ ຊົນເຄື່ອງ Steam Deck ກັບ Nintendo Switch

ROG Ally ເຄື່ອງ​ຫລິ້ນ​ເກມ​ພົກ​ພາ​ຕົວ​ທຳອິດ​ຂອງ ASUS ກາຍ​ເປັນ​ຄູ່​ແຂ່ງ​ລາຍ​ໃໝ່ ແລະ​ເປັນ Line up ໃໝ່​ຂອງ​ແບ​ຣ​ນ ROG ເລີຍ​ທີ​ດຽວ ກາຍ​ເປັນ​ເຄື່ອງ​ຫລິ້ນ​ເກມ​ລຸ້ນ​ໃໝ່​ທີ່​ຈະ​ແຂ່ງ​ຂັນ​ສະໜນາມ​ດຽວ​ກັນ​ກັບ​ເຄື່ອງ​ຫລິ້ນ​ເກມ Nintendo Switch ແລະ ຄູ່​ແຂ່ງ​ທີ່​ໃກ້​ຄຽງ​ທີ່ສຸດ​ຄື​ເຄື່ອງ Steam Deck

ເຄື່ອງ​ຫລິ້ນ​ເກມ ROG Ally ມາ​ພ້ອມ​ລະບົບ​ປະຕິບັດການ Windows 11 ໃຊ້ Ryzen APU ຈາກ AMD ໜ້າ​ຈໍ​ສະແດງ​ຜົນ​ແບບ Full HD 7 ນິ້ວ ຄວາມ​ລະອຽດ 1920 x 1080 16:9 ຄວາມ​ສະຫວ່າງ 500 nits ອັດຕາ​ຣີ​ເຟສ​ເຣດ 120 Hz ເຮັດໃຫ້ ROG Ally ກາຍ​ເປັນ​ເຄື່ອງ​ຫລິ້ນ​ເກມ​ພົກ​ພາ​ຈາກ AMD ທີ່ສະ​ເປັກ​ໄວ​ແຮງ​ສຸດ​ໃນ​ຕອນ​ນີ້ ເຄື່ອງ​ຫລິ້ນ​ເກມ​ພົກ​ພາ​ທີ່​ຣັນ​ກຣາ​ຟິກ​ປະ​ສິດ​ທິ​ພາບ​ແບບ​ພີ​ຊີ​ເກມ​ມິ່ງ ຮອງ​ຮັບ​ເຊື່ອມ​ຕໍ່​ກັບ ASUS ROG XG Mobile ຊຶ່ງ​ເປັນ Dock ກາດ​ຈໍ​ແຍກ​ແບບ​ພົກ​ພາ​ສຳຫລັບ​ໂນດ​ບຸ​ກ ເຮັດໃຫ້​ເຮົາ​ຫລິ້ນ​ເກມ​ໃນ​ຄອນ​ໂຊນ​ນີ້​ໄດ້​ແຮງ​ຂຶ້ນ​ຫຼາຍ​ເທົ່າ ການ​ຫລິ້ນ​ເກມ​ນັ້ນ​ຫລິ້ນ​ເກມ​ຄອມພິວເຕີ​ພີ​ຊີ​ໃນ​ແບບ​ເກມ​ພົກ​ພາ​ໄດ້​ທຸກ​ທີ່​ທຸກ​ເວລາ

ເຄື່ອງ​ຫລິ້ນ​ເກມ ROG Ally ມີ​ພັດ​ລົມ​ລະບາຍ​ຄວາມ​ຮ້ອນ 2 ຕົວ ຊ່ວຍ​ລະບາຍ​ຄວາມ​ຮ້ອນ​ເຮັດວຽກ​ຢ່າງ​ວ່ອງໄວ​ ສຽງ​ເບົາ ແລະ​ຫລິ້ນ​ເກມ​ກຣາ​ຟິກ​ສູງ​ໆ​ໄດ້​ຕໍ່​ເນື່ອງ


ROG Ally ຈະ​ຈຳ​ໜ່າຍ​ໃນ​ໂຊນ​ອ​າເມ​ຣິ​ກາ​ເໜືອ​ໃນ​ອີກ​ບໍ່​ເທົ່າໃດ​ມື້​ນີ້ ແລະ​ເບື້ອງ​ຕົ້ນ​ວ່າ​ປະ​ກາດ​ຈຳ​ໜ່າຍ​ເຄື່ອງ​ຫລິ້ນ​ເກມ ROG Ally ນີ້​ທົ່ວ​ໂລກ​ດ້ວຍ ດັ່ງ​ນັ້ນ​ໃຜ​ຄໍ​ເກມ​ຫ້າມ​ພາດເດີ້


ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://www.it24hrs.com/2023/asus-rog-ally-game-console-windows11-amd/
  2. https://twitter.com/ASUS_ROG/status/1646808011355336705?s=20

No comments:

Post a Comment

Post Top Ad