ເຂົ້າໂປຣແກຣມ Word, Excel, PowerPoint ໂດຍບໍ່ຕ້ອງລໍ

Breaking

Post Top Ad

Post Top Ad

Saturday, September 30, 2017

ເຂົ້າໂປຣແກຣມ Word, Excel, PowerPoint ໂດຍບໍ່ຕ້ອງລໍ

ໂດຍ​ປົກ­ກະ­ຕິ​ເວ­ລາ​ທີ່​ເຮົາ​ຮຽກ​ໂປ​​ຣ​ແກ​​ຣມ ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ງານ Word, Excel ຫຼື Power Point ນັ້ນ ຈະ​ສັງເກດ​ໄດ້​ວ່າ​ມີ​ໂລ​ໂກ້​ທີ່​ຮຽກ​ວ່າ Splash screen ແລ່ນຂື້ນມາ​ກ່ອນ​ທີ່​ຈະ​ເຂົ້າ​ສູ່​ໂປ​​ຣ​ແກ​​ຣມ ບາງ­ເທື່ອ​ກໍ​ໃຊ້​ເວ­ລາ​ດົນ ແຕ່​ບາງ­ເທື່ອ​ກໍ​ແວບ​ດຽວ​ກໍ​ຂື້ນ​ຢູ່​ກັບ​ຈັງ­ຫວະ​ຂອງ​ເຄື່ອງໃນເວ­ລາ​ນັ້ນ​ວ່າ​ມີ​ໂຫຼ​​ດ​ຫລາຍ​ນ້ອຍ​ພຽງ​ໃດ ແຕ່​ຖ້າ​ໃຜ​​​ລຳ​ຄາຍ​ ຫຼື ​ບໍ່​ຢາກ​ໃຫ້​​ຣັນຕົວ Splash screen ນີ້​ຂື້ນ​ມາ ກໍ​ສາ­ມາດ​ປິດ​ ຫຼື Disable ​ໄປ​ໄດ້ ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ເຄື່ອງ­ມື​ໃດໆມາລົບ​ອອກ ພຽງ​ແຕ່​ໃຊ້​ວິ­ທີ​​ຕັ້ງ​ໄອ​ຄອນ​ຂື້ນ​ມາ​ໃໝ່​ເທົ່າ​ນັ້ນ ດ້ວຍ​​ຂັ້ນ​ຕອນງ່າຍໆ ດັ່ງ­ນີ້

ກ່ອນ​ອື່ນ​ໃຫ້​ເຊັກ​ເບິ່ງ​ກ່ອນ​ວ່າ ໂປ​​ຣ​ແກ​​ຣມ​ທີ່​ໃຊ້​ຢູ່​ນັ້ນ​ເປັນ​​ເ​ວີ​​​ຊັນ​ຫຍັງ x86 ຫຼື x64 ເພ​​າະ​ຈະ​ໄດ້​ເຂົ້າ​ໄປ​ຢັງ​ໄຟ​​ລ໌​ທີ່​ຕິດ​​ຕັ້ງ​ຂອງ​ໂປ​​ຣ​ແກ​​ຣມ​ໄດ້​ຢ່າງ​ຖືກ­ຕ້ອງ ເຊິ່ງຈະ​ໃຊ້​ເວ­ລາ​ທີ່​ສ້າງ​ຊອດ​ຄັດ​ນັ້ນ​ເອງ



  1. ​ກ່ອນ​ອື່ນ​ໃຫ້​ສ້າງ​ໄອ​ຄອນຂື້ນ​ມາ​ທີ່​ໜ້າ​​​ຈໍ​ກ່ອນ ດ້ວຍ​ການ​​ຄ​ລິ​​ກ​ຂວາ​ທີ່​ໜ້າ Desktop ແລ້ວ​ເລືອກ New > Shortcut 
  2. ຈາກ​ນັ້ນ​ເລືອກທີ່ Browse... ເພື່ອນຳ​ເອົາທີ່ຢູ່ຂອງໂປຣແກຣມ ( C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /q ໃສ່​ໄວ້​ທາງຫຼັງໃນຊ່ອງ​ຂອງ Type the location of item (ຢ່າ​ລືມ​ວ່າ​ຫາກ​ເປັນ ແບບ 32 ບິດ ໃຫ້​ໄປ​ທີ່​​ໂຟເດີ​​ x86 ສ່ວນ​ຖ້າ​ເປັນ 64 ບິດ ໃຫ້​ໄປ​ທີ່​​ໂຟ​ເດີ​​ x64 ) ຈາກ​ນັ້ນ​​ຄ​ລິ​​ກ Next

    ຫາກ​ເປັນ Excel ຫຼື Power Point ກໍ​ໃຫ້​ເຂົ້າ​ໄປ​ຫາ Excel.exe ຫຼື POWERPNT.exe ໂດຍ​ເລືອກ​ໃສ່​ຂໍ້​ມູນ​ໄດ້​ຕາມ​ນີ້:
    - Excel 2010: C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /e-PowerPoint 2010 : C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /s\

3. ເມື່ອ​ເຂົ້າ​ສູ່​ໜ້າ​ຕ່າງ​ໃໝ່ ຈະ​ເປັນ​ການ​ໃສ່​ຊື່​ໃຫ້​ຊອດ​ຄັດ​ທີ່​ສ້າງຂື້ນມາ​ໃໝ່​ນີ້ ໂດຍ​ໃສ່​ຊື່​ຕາມ​ໂປ​​ຣ​ແກ​​ຣມ​ທີ່​ໃຊ້​ວ່າ​ເປັນ Microsoft Word, Excel ຫຼື Power Point ແລ້ວ​​ຄ​ລິ​​ກ Finish 

4. ເມື່ອ​ໄດ້​​ຊອດ​ຄັດ​ມາ​ແລ້ວ ກໍ​ໃຫ້​ລອງ​ດັບ​ເບີ​​ນຄ​ລິ​​ກ ເພື່ອ​ໃຊ້​ງານ ຈະ​ເຫັນ​ໄດ້​ວ່າ​ລະ­ບົບ​ຈະ​ເປີດ​ເຂົ້າ​ສູ່​ໂປ​​ຣ​ແກ​​ຣມ​ທັນ­ທີ ໂດຍ​ບໍ່​ຕ້ອງ​ຜ່ານ​ໜ້າ Splash screen ແຕ່​ຢ່າງ­ໃດ​ກໍລຸ​​ດ​ເວ­ລາ​ການ​ເຂົ້າ​ໄປ​ອີກ ສຳ​ລັບ​​ຄົົນ​ທີ່​ມັກ​ຫຍັງ​ທີ່​ວ່ອງ­ໄວ​ທັນ­ໃຈ

No comments:

Post a Comment

Post Top Ad