ການໃຊ້ງານ WhatsApp ຜ່ານ Web Browser (WhatsApp Web)

Breaking

Post Top Ad

Post Top Ad

Saturday, September 30, 2017

ການໃຊ້ງານ WhatsApp ຜ່ານ Web Browser (WhatsApp Web)


​​ໃນບົດຄວາມກ່ອນໜ້ານີ້ ໄດ້ຂຽນກ່ຽວກັບການຕິດຕັ້ງ WhatsApp ໃນ Google Chrome ໄປແລ້ວ ແຕ່ມື້ນີ້ຈະມາແນະວິທີທີ່ງ່າຍກວ່າການຕິດຕັ້ງລົງໃນ Google Chrome ຫຼື ຕິດຕັ້ງໃນເຄື່ອງຄອມພິວເຕີຂອງເຮົານັ້ນກໍຄືການເຂົ້າໃຊ້ງານ WhatsApp ຜ່ານ Web Browser ດ້ວຍຟິເຈີຂອງ WhatsApp Web ຊຶ່ງຂັ້ນຕອນຈະມີແນວໃດນັ້ນໃຫ້ທ່ານອ່ານບົດຄວາມນີ້ຈົນຈົບແລ້ວຈະເຂົ້າໃຈ
ເ​​ພື່​​ອໃຫ້​ປະ­ສົບ​ການ​ໃນ​ການ​ສື່­ສານ​​ເປັນ​ໄປ​ໄດ້​ຢ່າງສະ​ດວກ​ດີ ຂະ­ນະ​ນີ້ WhatsApp ສາ­ມາດ​ໃຊ້​ງານ​ໄດ້​ແລ້ວ​ທັງ​ໃນ​ມື​ຖື ​ແລະ​ ຄອມ​​ພິວ​ເຕີ​ຂອງ​ເຈົ້າ WhatsApp Web ເປັນ​ສ່ວນ​​ເພິ່ມ​ເຕິ​​ມ​ເທິງ​ຄອມ​​ພິວ​ເຕີ​ຂອງ​​ບັນ​ຊີ WhatsApp ຈາກ​ມື​ຖື​ຂອງ​ເຈົ້າ ຂໍ້­ຄວາມ​ທີ່​ເຈົ້າ​ຮັບ​ ແລະ ​ສົ່ງ​ຈະ​ຊິງ​​ຄ໌​ທັງ​ໝົດ​ລະ­ຫວ່າງ​ມື​ຖື​ກັບ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ ແລະ ສາ­ມາດ​ເຫັນ​ຂໍ້­ຄວາມ​ທັງ​ໝົດ​ໃນອຸ­ປະ­ກອນ​ທັງ​ສອງ​ໄດ້ ບໍ່​ວ່າ​ເຈົ້າ​ຈະ​ດຳ­ເນີນ​ການ​ໃດໆ​​ໃນມື​ຖື ກໍ​ຈະ​ປາ­ກົດ​ໃນ WhatsApp Web ແລະ ​ໃນ​ທາງ​​ກັບ​ກັນ​ດ້ວຍ ຂະ­ນະ​ນີ້ WhatsApp Web ມີ​ໃຫ້​ບໍ­ລິ­ການ​ສະ­ເພາະ​ສຳ­ລັບ​ມື​ຖື Android, iPhone 8.1+, Windows Phone 8.0 ແລະ 8.1, Nokia S60, Nokia S40 EVO, BlackBerry ແລະ * BlackBerry 10* ເທົ່າ​ນັ້ນ

WhatsApp Web ບໍ່​ແມ່ນ​​ບັນ​ຊີ WhatsApp ອີກ​ອັນ ເມື່ອ​ເຈົ້າ​ໃຊ້​ງານ WhatsApp ​ໃນຄອມ​​ພິວ​ເຕີ​ຂອງ​ເຈົ້າ ​ແລະ​ ມື​ຖື​ຂອງ​ເຈົ້າ ​ພຽງ​ແຕ່​ສາ­ມາດ​ເຂົ້າ​ເຖິງ​​ບັນ​ຊີ​ດຽວ​ກັນ​​ໃນອຸ­ປະ­ກອນ​ທັງ​ສອງ​ຊະ­ນິດ​ເທົ່າ​ນັ້ນ

ຄຸນ­ສົມ­ບັດ​​ຂັ້ນ​ຕ່ຳ​ໃນ​ການ​ໃຊ້​ງານ WhatsApp Web
· ເຈົ້າ​ຈະ​ຕ້ອງ​ມີ​​ບັນ​ຊີ WhatsApp ທີ່​ໃຊ້​ງານ​ຢູ່​ໃນ​ຖື​ຂອງ​ເຈົ້າ
· ​​ເຈົ້າ​ຈະ​ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ອິນ​ເຕີເ​ນັດ​ທີ່​ສະ​ຖຽນ​ໃນ​ມື​ຖື ແລະ ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ
· ເຈົ້າ​ຈະ​ຕ້ອງ​ໃຊ້​​ເ​ວີ​​​ຊັ່ນ​ລ່າ​ສຸດ​ຂອງ Chrome, Firefox, Opera, Safari ຫຼື Edge ເປັນ​​ Web Browser ​​​ໃນ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ

ໃນ​ການ​​ເ​ລີ່ມ​ໃຊ້​ງານ WhatsApp Web
1. ໄປ​ທີ່ web.whatsapp.com ຈາກ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ
2. ເປີດ WhatsApp ໃນ​ມື​ຖື​ຂອງ​ເຈົ້າ
· ສຳ­ລັບ Android: ໄປ​ທີ່ ແຊດ > ເມ​​ນູ > WhatsApp Web.
· ສຳ­ລັບ Nokia S60 ແລະ Windows Phone: ໄປ​ທີ່ ເມ​​ນູ > WhatsApp Web
· ສຳ­ລັບ iPhone: ໄປ​ທີ່ ການ​​ຕັ້ງ​ຄ່າ > WhatsApp Web
· ສຳ­ລັບ BlackBerry: ໄປ​ທີ່ ແຊດ > ເມ​​ນູ > WhatsApp Web
· ສຳ­ລັບ BlackBerry 10: ປັດ​ລົງ​ຈາກ​ດ້ານ​ເທິງ​ຂອງ​ໜ້າ​​​ຈໍ> WhatsApp Web
· ສຳລັບ Nokia S40: ປັດຂື້ນ​ຈາກ​ດ້ານ​ລຸ່​​ມ​ຂອງ​ໜ້າ​​​ຈໍ> WhatsApp Web
3. ສະ​ແກນ QR code ​ໃນ​ໜ້າ​​​ຈໍ​ຄອມ​​ພິວ​ເຕີ​ຈາກ​ມື​ຖື​ຂອງ​ເຈົ້າ
4. ຈາກ​ມື​ຖື​ຂອງ​ເຈົ້າ ໄປ​ທີ່ WhatsApp Web ເພື່ອ​ເບິ່ງ​ການ​ເຂົ້າ​ລະ­ບົບ​ໄປ​ຢັງ​ຄອມ​​ພິວ​ເຕີ ຫຼື ​ເພື່ອ​ອອກ​ຈາກ​ລະບົບ​ ຈາກ WhatsApp Web ທີ່​ໃຊ້​ງານ​ຢູ່

No comments:

Post a Comment

Post Top Ad