Google Apps for Business (G Suite) ຄືຫຍັງ

Breaking

Post Top Ad

Post Top Ad

Saturday, September 30, 2017

Google Apps for Business (G Suite) ຄືຫຍັງ

        Google Apps Business (G Suite) ຫຼັກ­ການ​ເຮັດ​ວຽກ​ງານ​ນັ້ນ ຄ້າຍ​ກັບ​ແບບ Google Apps Standards ຫລາຍ​ທັງ ໜ້າ​ຕາຂອງ Web Mail ແຕ່​ທີ່​ແຕກ​ຕ່າງ​ກັນ ຢ່າງ​ເຫັນ​ໄດ້​ແຈ້ງ​ຄື ເລື່ອງ​ຂອງ​ເ​ທັ​​ກ​ໂນ​ໂລ​​ຢີ​ຄວາມ​​ປ​ອດ​​ໄພ ແລະ ​ການ​ຈັດ­ການ​ລະ­ບົບ​ອີ​ເມ​​ລ໌ ລະ­ບົບ​ຄວາມ​​ປ​ອດໄພ​ທີ່​ເຮັດ​ໃຫ້​ແຕກ​ຕ່າງ​ກວ່າ Google Apps Standards ຄື
       Google Message Encryption ການ​ປ້ອງ​ກັນ​ຂໍ້​ມູນ​ທີ່​ສຳ­ຄັນ​ໃນ​ລະ­ຫວ່າງ​ການ​ສົ່ງ ບໍ່​ວ່າ​ຈະ​ເປັນ​ຂໍ້​ມູນ​ສ່ວນ​ບຸກ­ຄົນ​ຂໍ້​ມູນ​ທາງ​ການ​ເງີ​​ນ​ ຫລື​ ຊັບ​ສິນ​ທີ່​ເປັນ​ກຳ­ມະ­ສິດ​ຂອງ​ບໍ­ລິ­ສັດ ເຮັດ​ໃຫ້​ຜູ້​ໃຊ້​ແນ່​ໃຈ​ວ່າ​ເນື້ອ​ຫາ​ທີ່​ສຳ­ຄັນ​ເຖິງ​ປາຍ­ທາງ​ຂອງ​ມັນ​ໄດ້​ຢ່າງ​​ປ​ອດ​ໄພ ໂດຍ​ການ​ເຂົ້າ​​​ລະຫັດ​ອັດ​ໂນ​​ມັ​​ດ​ສຳ­ລັບ​ການ​ສື່­ສານ​ທາງ​ອີ​ເມ​​ລ໌​ທີ່​ສຳ­ຄັນ

Google Message Security ​​ປ​ອດ​ໄພ​ຈາກ​​ສ​ະ​ແປ​​ມ, ໄວ​​ຣັດ, ​​ຟິດຊິ່ງ ກ່ອນ​ທີ່​ຈະ​ເຂົ້າ​ເຖິງ​​ເ​ຄືອ​ຂ່າຍ​ຂອງ​ຜູ້​ໃຊ້ ໂດຍ​ບໍ່​ສູຍ​ເສຍ​ຂໍ້­ຄວາມ​ ຫລື​ ການ​ຢຸດ­ຊະ­ງັກ​ຂອງ​ບໍ­ລິ­ການ​ອີ​ເມ​​ລ໌​ຕອບ​ສະ­ຫນອງ​ຄວາມ​ຕ້ອງ­ການ​ຕາມ​ມາດ­ຕະ­ຖານ ການ​ປ້ອງ​ກັນ​ຂໍ້­ຄວາມ​ທີ່​ສຳ­ຄັນ​ເຊັ່ນ​ຂໍ້​ມູນ​ທາງ​ການ​ເງິນ​ ແລະ ເນື້ອຫາ​ສ່ວນ​ບຸກ­ຄົນ​ໂດຍ​ໃຊ້​ມາດ­ຕະ­ຖານ​ການ​ປ້ອງ​ກັນ​ແບບ SSL ຫລື TLS ໂປ​​ຣ​ໂຕ​ຄອນ ສຳ­ລັບ​ການ​​ປະ​ມວນ​ຜົນ​ຂໍ້­ຄວາມ ​ແລະ​ ໄວ​​ຣັດ 100%
      Google Message Discovery ເກັບ​ອີ​ເມ​​ລ໌​ສຳ­ລັບ​​ຈົນ​ກວ່າ​ທີ່​ເຈົ້າ​ຕ້ອງ­ການ​ໂດຍ​ລະ­ບົບ​ການ​ຮັກ­ສາ​ອີ​ເມ​​ລ໌​ໃນ google ມີ​ຄວາມ​​ປ​ອດ​ໄພ​ສູງ ການ​ຄົ້ນ​ຫາ​ອີ​ເມ​​ລ໌​ໄດ້​ຢ່າງ​ວ່ອງ­ໄວ​ຄົ້ນ​ຫາ​ທີ່​ເກັບ​ຂອງ​ຄວາມ​ຕ້ອງ­ການ​ໃນ​ຊ່ວງ​ວັນ​ທີ​ໂດຍ​ແ​ຕ່​ລະ​ບຸ​ຂໍ້​ມູນ​ທີ່​ຕ້ອງ­ການ ​​ເຊ້ນ ຜູ້​ສົ່ງ, ຜູ້​ຮັບ, ຫົວ­ຂໍ້, ຊີ້ນ​ຫາ, ຫລື​ ຊ່ວງ​ຂອງ​ເວ­ລາ ອື່ນໆ ໄດ້​ຮັບ​ປະ­ໂຫຍດ​ໂດຍ​ທີ່​ຜູ້​ໃຊ້​ບໍ່​ຕ້ອງ​ເພີ່ມ​ຮາ​​ດ​ແວ​​ເພິ່ມ​ເຕິ​​ມ​ໃດໆ

Package E-mail Google Apps Business

Google Apps Business
User Account                                                ບໍ່​ຈຳ­ກັດ
Email inbox size                                       30 GB /User
up time                                                         99.9%
Email, calendar, docs and team sites              ໃຊ້ໄດ້
24/7 customer support                                   ໃຊ້ໄດ້
Support Mobile Device Management              ໃຊ້ໄດ້
ທົດ​ລອງ​ໃຊ້​​ຟຣີ                                                 15 ມື້
​​ລາ​ຄາ                                                         1,290 User

No comments:

Post a Comment

Post Top Ad