ການສະໝັກອີເມວໃໝ່ (ບັນຊີ Gmail)-ບໍລິການຂອງ Google

Breaking

Post Top Ad

Post Top Ad

Sunday, October 1, 2017

ການສະໝັກອີເມວໃໝ່ (ບັນຊີ Gmail)-ບໍລິການຂອງ Google


   ອີເມວ (Email) ແມ່ນບໍລິການຫນຶ່ງທີ່ເຮົາຄວນຈະນໍາໃຊ້ບໍ່ວ່າຈະເປັນບໍລິການຮັບ-ສົ່ງຂໍ້ມູນຂ່າວສານ ຫຼື ສໍາລັບການເຮັດວຽກເຊັ່ນ: ສົ່ງໄຟລ໌, ເອກະສານ, ຮູບພາບ, ນໍາໃຊ້ເຂົ້າໃນການຮ້ອງຂໍສະຫມັກໃຊ້ບໍລິການອື່ນໆທີ່ກ່ຽວກັບອິນເຕີເນັດຈໍາເປັນທີ່ຈະຕ້ອງມີອີເມລ ເພື່ອເອົາໄວ້ຮັບລະຫັດຜ່ານກ່ຽວກັບການບໍລິການດັ່ງກ່າວ ຊຶ່ງອີເມວທີ່ວ່ານີ້ມີທັງຟຣີ (ກໍຈະມີ Gmail, Hotmail, Yahoo,...) ແລະ ມີທັງເສຍຄ່າເຊົ່າ.

ຂໍ້ດີຂອງ Gmail:
   ສາມາດໃຊ້ງານໄດ້ຈາກທຸກບ່ອນ ແລະ ຈາກທຸກອຸປະກອນອຸປະກອນ, ໃຫ້ພື້ນທີ່ໃນການຈັດເກັບຂໍ້ມູນຟລີໆ 15 GB ສໍາລັບ Gmail, Google Drive, Google Photos, Google Doc, Google Sheet ແລະ ບໍລິການອື່ນໆຂອງ Google.
    ສາມາດໃຊ້ທີ່ຢູ່ອີເມວ Gmail ຂອງທ່ານເຂົ້າສູ່ລະບົບ YouTube ໄດ້ເນື່ອງຈາກວ່າເປັນເຄືອຂ່າຍດຽວກັນ ຫຼື ບໍລິສັດດຽວກັນກັບ Google, ດັ່ງນັ້ນ, ເມື່ອທ່ານສະໝັກນໍາໃຊ້ "ອີເມລ Gmail" ຂອງກູໂກ ພຽງບັນຊີດຽວທ່ານກໍສາມາດນຳໃຊ້ເຂົ້າທຸກບໍລິການຂອງ Google ໄດ້ເລີຍ.
   ຫລາຍຄົນຍັງບໍ່ເຄີຍໄດ້ສະໝັກອີເມລໄວ້ໃຊ້ງານ ແຕ່ໃນປັດຈຸບັນຕ້ອງການທີ່ຈະນໍາໃຊ້ອີເມວໃນການສົ່ງຂໍ້ຄວາມຮູບພາບ, ໆລໆ... ແລະ ເຫັນໄດ້ຄວາມຈໍາເປັນໃນການນໍາໃຊ້ອີເມລ໌ ແຕ່ວ່າບາງຄົນກໍສະໝັກບໍ່ເປັນ ຫຼື ເຄີຍສະໝັກແລ້ວແຕ່ສະໝັກບໍ່ໄດ້ ຫຼື ສາເຫດອື່ນໆທີ່ບໍ່ສາມາດສະໝັກໃຊ້ງານໄດ້.
ໃນມື້ນີ້ຂ້າພະເຈົ້າຢາກຈະບອກ ວິທີການສະຫມັກຂໍເອົາສໍາລັບອີເມລຂອງ Google ນັ້ນກໍຄື Gmail ເຊິ່ງຂັ້ນຕອນໃນການສະໝັກຕາມວິດີໂອລຸ່ມນີ້:
CR: lerngdd.blogspot.com

No comments:

Post a Comment

Post Top Ad