Samsung ກຽມຫລຸດການຜະລິດຊິບ ຫຼັງມີກຳໄລຕ່ຳສຸດໃນຮອບ 14 ປີ

Breaking

Post Top Ad

Post Top Ad

Friday, April 7, 2023

Samsung ກຽມຫລຸດການຜະລິດຊິບ ຫຼັງມີກຳໄລຕ່ຳສຸດໃນຮອບ 14 ປີ

Samsung ກຽມຫລຸດການຜະລິດຊິບ ຫຼັງມີກຳໄລຕ່ຳສຸດໃນຮອບ 14 ປີ

ຄວາມ​ຕ້ອງ​ການ​ຫນ່ວຍ​ຄວາມ​ຈຳຫ​ລຸດລົງ​ຢ່າງ​ວ່ອງໄວ ເນື່ອງ​ຈາກ​ສະຖານະການ​ເສດຖະກິດ​ມະ​ຫາ​ພາກ​ແລະ​ຄວາມ​ເຊື່ອ​ມັ່ນ​ໃນ​ການ​ຊື້​ຂອງ​ລູກ​ຄ້າ​ທີ່​ຊະ​ລໍ​ຕົວ ເນື່ອງ​ຈາກ​ລູກ​ຄ້າ​ຈຳນວນ​ຫລາຍຍັງ​ຄົງ​ປັບ​ສິນ​ຄ້າຄົງຄັງ​ເພື່ອ​ວັດ​ຖຸ​ປະສົງ​ທາງ​ການ​ເງີນ

Samsung Electronics ກ່າວ​ໃນຖະແຫລງ​ການ​ລ່າ​ສຸດ​ວ່າ ຈະ​ປັບຫ​ລຸດ​ການ​ຜະລິດ​ຊິ​ບລົງ​ຢ່າງ “ມີ​ຄວາມຫມາຍ” ຫຼັງ​ຈາກ​ມີ​ຜົນ​ກຳ​ໄລ​ຈາກ​ການ​ດຳ​ເນີນ​ງານ​ລາຍໄຕ​ມາດຫ​ລຸດລົງ 96% ເຫຼືອ 600,000 ລ້ານ​ວອນ ສຳຫລັບ​ໃນ​ອ້ອມ​ເດືອນ​ມ​ັງກອນ​ເຖິງ​ມີ​ນາ​ ຈາກ​ມູນ​ຄ່າ 14.12 ລ້ານ​ລ້ານ​ວອນ​ໃນ​ປີ​ກ່ອນ​ໜ້າ​ເມື່ອ​ທຽບ​ໃນ​ຊ່ວງ​ເວລາ​ດຽວ​ກັນ ຊຶ່ງ​ເປັນ​ຜົນ​ກຳ​ໄລ​ທີ່​ຕ່ຳ​ທີ່ສຸດ​ໃນ​ຮອບ 14 ປີ ແລະ​ທີ່ຮ້າຍກວ່າ​ທີ່​ຄາດ​ໄວ້​ເນື່ອງ​ຈາກ​ການ​ຊະ​ລໍ​ຕົວ​ລົງ​ຢ່າງ​ຫລາຍ​ຂອງ​ຕະຫ​ລາດ​ເຊ​ມິ​ຄອນ​ດັກ​ເຕີລວມ​ເຖິງ​ພາ​ວະ​ເສດຖະກິດ​ທີ່​ຕົກ​ຕ່ຳ​ທົ່ວ​ໂລກ

ເຮົາ​ກຳ​ລັງ​ປັບ​ຫລຸດ​ການ​ຜະລິດ​ຊິບ​ຫນ່ວຍ​ຄວາມ​ຈຳ​ລົງ​ໃນ​ລະ​ດັບ​ທີ່​ມີ​ຄວາມຫມາຍ” ນິ້​ເປັນ​ລາຍ​ງານຖະແຫຼງການ​ລ່າ​ສຸດ​ຂອງ Samsung ຊຶ່ງ​ສັນ​ຍານ​ການຫ​ລຸດ​ການ​ຜະລິດ​ມີ​ຄວາມ​ແຂງ​ແກ່ງ​ຜິດ​ປົກກະຕິ​ສຳລັບ Samsung ຊຶ່ງ​ກ່ອນ​ໜ້າ​ນີ້​ກ່າວ​ວ່າ​ຈະ​ທຳການ​ປັບ​ປ່ຽນ​ພຽງ​ນ້ອຍໆ​ເທົ່າ​ນັ້ນ ເຊັ່ນ ການ​ຢຸດ​ຊົ່ວ​ຄາວ​ສຳຫລັບ​ການ​ປັບ​ປຸງ​ສາຍ​ການ​ຜະລິດ ແຕ່​ບໍ່​ແມ່ນ​ການ​ປັບຫ​ລຸດ​ທັງ​ໝົດ

ຍ້ອນ​ໄປ​ໃນ​ຊ່ວງ​ໄຕ​ມາດທຳອິດ​ເມື່ອ​ປີ 2552 Samsung ເຄີຍ​ມີ​ຕົວ​ເລກ​ຜົນ​ກຳ​ໄລ​ແຕະ​ທີ່ 590,000 ລ້ານ​ວອນ ແລະ​ໃນ​ປີ​ປັດຈຸບັນ 2566 Samsung ມີ​ກຳ​ໄລຫ​ລຸດລົງ​ເກືອບ​ແຕະ​ຕົວ​ເລກສະ​ຖິ​ຕິ​ເດີມ​ຂອງ​ເມື່ອ 14 ປີ​ກ່ອນ​ຫນ້າທີ່ 873,000 ລ້ານ​ວອນ

ດ້ານ​ນັກ​ວິ​ເຄາະ​ຄາດ​ກາ​ນ​ວ່າ​ພາກ​ສ່ວນ​ຜະແນກ​ຊິບ​ຈະ​ຜະເຊີນ​ກັບ​ການ​ຂາດ​ທຶນ​ລາຍໄຕ​ມາດ​ຫລາຍກວ່າ 4,000,000 ລ້ານ​ວອນ (3,030 ລ້ານ​ດອນ​ລາສະຫະລັດ) ເນື່ອງ​ຈາກ​ລາ​ຄາ​ຊິບ​ຫນ່ວຍ​ຄວາມ​ຈຳ​ແລະ​ມູນ​ຄ່າ​ສິນ​ຄ້າຄົງຄັງ​ປັບ​ຫລຸດລົງ

Samsung Electronics ກ່າວ​ວ່າ ໃນ​ສ່ວນ​ຂອງ​ຕົວ​ເລ​ກລາຍ​ໄດ້​ນັ້ນ ມີ​ແນວ​ໂນ້ມ​ວ່າ​ຈະ​ຫລຸດລົງ 19% ຈາກ​ຊ່ວງ​ດຽວ​ກັນ​ຂອງ​ປີ​ກ່ອນ​ເປັນ​ມູນ​ຄ່າ 63,000,000 ລ້ານ​ວອນ” ຢ່າງໃດ​ກໍ​ຕາມ Samsung ມີ​ກຳນົດ​ຈະ​ເປີດ​ເຜີຍ​ລາຍ​ຮັບ​ໂດຍ​ລະອຽດ ຊຶ່ງ​ຈະ​ລວມ​ເຖິງ​ການ​ແຍກ​ຍ່ອຍ​ທັງ​ໝົດ​ໃນ​ຊ່ວງ​ປາຍ​ເດືອນ​ນີ້

ທີ່ມາ: Samsung to cut chip production after posting lowest profit in 14 years | CNN Business

No comments:

Post a Comment

Post Top Ad