ເປີດບໍລິການຟຣີວາຍຟາຍ (Free WIFI) 3 ຈຸດ ໃນນະຄອນຫຼວງວຽງຈັນ

Post Top Ad

Post Top Ad

Monday, October 7, 2019

ເປີດບໍລິການຟຣີວາຍຟາຍ (Free WIFI) 3 ຈຸດ ໃນນະຄອນຫຼວງວຽງຈັນ


ເປີດບໍລິການຟຣີໄວຟາຍ (Free WIFI) 3 ຈຸດ ໃນນະຄອນຫຼວງວຽງຈັນ

ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ຮ່ວມກັບ ອົງການໂທລະຄົມມະນາຄົມ ອາຊີ – ປາຊີຟິກ ( Asia – Pacific Telecom munity, APT ) ຈັດກອງປະຊຸມສຳມະນາ ແລະ ເປີດນຳໃຊ້ລະບົບອິນເຕີເນັດ Free WIFI  (ຟຣີວາຍຟາຍເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາຢູ່ ສປປ ລາວ ໃນເບື້ອງຕົ້ນໄດ້ເປີດບໍລິການ Free WIFI ໃນ 3 ຈຸດ ຄື: 
-       ສະໜາມບິນສາກົນວັດໄຕ
-        ສວນນ້ຳພຸ
-        ຫໍພະແກ້ວ
ພິທີເປີດນຳໃຊ້ລະບົບດັ່ງກ່າວໄດ້ມີຂຶ້ນໃນວັນທີ 3 ກັນຍາ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ນາງ ອາຣີວັນ ຮາວຣັງສີ ( Areewan HAORANGSl ) ເລຂາທິການໃຫຍ່ອົງການ APT, ມີບັນດາຜູ້ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ປທສ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ການບໍລິການ Free WIFI (ຟຣີວາຍຟາຍ) ເປັນໜຶ່ງໃນ ໂຄງການ APT ເພື່ອພັດທະນາຍົກສູງການບໍລິການ, ການພັດທະນາໃນຂົງເຂດອາຊີ – ປາຊີຟິກ ເຊິ່ງປັດຈຸບັນໂຄງການດັ່ງກ່າວ ໄດ້ເປີດນຳໃຊ້ແລ້ວໃນຫຼາຍປະເທດທີ່ເປັນສະມາຊິກ ແລະ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຫຼາຍຂົງເຂດວຽກງານ ເຊັ່ນ: ການສຶກສາ, ການບໍລິການສັງຄົມ, ປະກັນສຸຂະພາບ, ຂົງເຂດອຸດສາຫະກຳ ແລະ ອື່ນໆ

ແຫຼ່ງຂໍ້ມູນ



No comments:

Post a Comment

Post Top Ad