ແປງໄຟລ໌ສຽງ ເປັນຂໍ້ຄວາມ ດ້ວຍ Microsoft Word

Post Top Ad

Post Top Ad

Monday, October 7, 2019

ແປງໄຟລ໌ສຽງ ເປັນຂໍ້ຄວາມ ດ້ວຍ Microsoft Word


ແປງ​ໄຟ​ລ​໌​ສຽງ ເປັນ​ຂໍ້ຄວາມ ຟີ​ເຈີ​ໃໝ່​ຂອງ Microsoft Office ຈາກ Microsoft ຊຶ່ງ​ເຫຼືອ​ເຊື່ອ​ວ່າ​ໂປຣ​ແກຣມ Microsoft Word ທີ່​ປົກກະຕິ​ເນັ້ນ​ພິມ​ເອກະສານ ຈະ​ສາມາດ​ແປງ​ໄຟ​ລ​໌​ສຽງ​ເປັນ​ຂໍ້ຄວາມ​ໄດ້​ດ້ວຍ​ນະ ໂດຍ​ໄອ​ເດຍ​ນີ້​ມາ​ຈາກ​ການ​ອັດ​ສຽງ​ສຳພາດ ພໍ​ອັດ​ສຽງ​ສຳເລັດ ຫຼາຍ​ທ່ານ​ກໍ​ມັກ​ຈະ​ເປີດ​ຟັງ ແລ້ວ​ພິມ​ຕາມ​ສຽງ​ເປັນ​ຂໍ້ຄວາມ​ອີກ​ເທື່ອໜຶ່ງ ແຕ່​ເຮົາ​ຕ້ອງ​ຄ່ອຍ​ໆ play ສຽງ ແລະ ​ພິມ​ຂໍ້ຄວາມ​ແມ່ນ​ບໍ ບາດ​ນີ້​ໃຫ້ Microsoft Word ຈັດການ​ແປງ​ໄຟ​ລ​໌​ສຽງ​ເປັນ​ຂໍ້ຄວາມຊະ​ເລີຍ
ໂດຍ Microsoft Word ເວ​ີຊັ່ນ​ເວັບ ກຽມ​ໄດ້​ໃຊ້​ກ່ອນ ກ່ຽວກັບ​ແປລ​ໄຟ​ລ​໌​ສຽງ​ເປັນ​ຂໍ້ຄວາມ ລອງ​ເບິ່ງ​ວິທີ​ການ​ກັນ
ສົມມຸດ​ວ່າ​ເຮົາ​ໄດ້​ອັດ​ສຽງ​ສຳພາດ​ແຂກ​ທ່ານ​ໜຶ່ງ ບັນ​ທຶກ​ເປັນ​ຄລິບ​ສຽງ​ສົນທະນາ​ຮຽບຮ້ອຍ ຢາກ​ໃຫ້​ແປງ​ເປັນ​ຂໍ້ຄວາມ​ລະ​ກໍ ໃຫ້​ຄລິກ​ປຸ່ມ​ສາມ​ຫຼ່ຽມ​ຊີ້​ລົງ ດ້ານ​ຫຼັງ​ປຸ່ມ Dictate ແລ້ວ​ເລືອກ​ທີ່ Transcribe ດັ່ງພາບດ້ານລຸ່ມ
word-Transcribe-audio-files-c
ຈະປະກົດໜ້າຕ່າງດັ່ງພາບດ້ານລຸ່ມນີ້ ຈາກ​ນັ້ນ​ຄລິກ​ປຸ່ມ Upload Audio ແລ້ວ​ເລືອກ​ໄຟ​ລ​໌​ສຽງ​ສົນທະນາ​ທີ່ຕ້ອງການແປງເປັນຂໍ້ຄວາມ
word-Transcribe-audio-files-d

ລະບົບ​ຈະ​ອັບ​ໂຫຼດ​ໄຟ​ລ​໌​ສຽງ​ໄປ​ຍັງ ບັນ​ຊີ Onedrive ຂອງ​ເຮົາ ແລ້ວ​ແປງ​ໄຟ​ລ​໌ ດ້ວຍ Azure Speech Services ມາ​ເປັນ​ຂໍ້ຄວາມ Text ໃຫ້​ເລີຍ ໃນ​ກໍລະນີ​ທີ່ສຳພາດ 2 ຄົນ​ຂຶ້ນ​ໄປ ກໍ​ຈະ​ມີ​ພິມ​ກຳ​ກັບໃຫ້ອີກ​ວ່າ ສຽງ​ຄົົນທີ່ 1 ສຽງ​ຄົົນທີ່ 2 ແຍກ​ໄວ້​ໄດ້​ດ້ວຍ
word-Transcribe-audio-files-e-1024x646

ຖືວ່າເປັນອີກໜຶ່ງຟີເຈີທີ່ໜ້າສົນໃຈ ແລະ ມີປະໂຫຍດຫຼາຍໃນການເຮັດວຽກກັບ Text Processing ແລະ ກໍ່ເພີ່ມຄວາມສາມາດໄປອີກຂັ້ນສຳຫລັບ Miscrosoft word ເຊິ່ງວ່າຟີ​ເຈ​ີນີ້​ຈະ​ໄດ້​ໃຊ້​ກັນ​ແທ້ໆແມ່ນ​ໃນ​ຊ່ວງ​ຕົ້ນ​ປີ 2020 ເທິງ Word for Web (ຫລື Word ເວີຊັ່ນ​ເວັບນັ້ນເອງ) ກ່ອນທີ່ຈະ​ນຳ​ມາ​ໃຊ້​ກັບ​ໂປຣ​ແກຣມ Microsoft Office ຫລື Office 365 ຕໍ່ໄປ


ແຫຼ່ງຂໍ້ມູນ: Microsoft 365

Post Top Ad