ສະເປັກ Xiaomi Mi 9 Pro 5G ອັບເກຣດຊິບ Snapdragon 855 Plus, ແບັດ 4000 mAh, ສາກໄວ 40W ມາພ້ອມ MIUI 11 ເທິງ Android 10

Post Top Ad

Post Top Ad

Monday, October 7, 2019

ສະເປັກ Xiaomi Mi 9 Pro 5G ອັບເກຣດຊິບ Snapdragon 855 Plus, ແບັດ 4000 mAh, ສາກໄວ 40W ມາພ້ອມ MIUI 11 ເທິງ Android 10

Mi-9-Pro-5G-cov-

ນັບ​ວ່າ​ເປັນ​ອີກ​ໜຶ່ງ​ເຈົ້າ​ທີ່​ຊອຍ​ຖີ່​ເຫຼືອ​ເກີນ​ສຳລັບ Xiaomi ທີ່​ລ່າ​ສຸດ​ເປີດ​ຕົວ Mi 9 Pro 5G ມື​ຖື​ສະ​ເປັກ​ໂຫດ​ລຸ້ນ​ອັບ​ເກຣດ​ຈາກ Mi 9 ທີ່​ເປີດ​ຕົວ​ໄປ​ເມື່ອ​ຕົ້ນ​ປີ ໂດຍ​ເທື່ອ​ນີ້​ມາ​ພ້ອມ​ກັບ​ຊິບ​ເຊັດ Snapdragon 855+, ກ້ອງ​ຫຼັງ​ຄວາມ​ລະອຽດ 48MP ແລະ ​ເທັກ​ໂນ​ໂລ​ຢີສາກ​ໄວ​ທີ່​ໃຫ້​ມາ​ທັງ​ແບບ​ມີ​ສາຍ 40W  ​ແລະ ​ໄລ້ສາຍ​ທີ່ 30W ລາ​ຄາ​ເລີ່ມ​ຕົ້ນ​ສະບາຍ​ໆ ແຄ່ 3,699 ຢວນ
Mi 9 Pro 5G ໃຊ້​ໜ້າ​ຈໍ​ແບບ AMOLED ຄວາມ​ລະອຽດ 1080p ຄ່າ​ຄວາມ​ສະຫວ່າງ​ໜ້າ​ຈໍ 600 nits ຄ່າ Contrast Ratio 1 ຕໍ່ 60,000 ແລະ ​ຍັງ​ຄົງ​ດີ​ຊາຍ​ Notch ເທິງ​ໜ້າ​ຈໍ​ສຳລັບ​ວາງ​ກ້ອງ​ເຊວຟີ່​ຢູ່​ເໝືອນ​ເດີມ
ກ້ອງ​ຫຼັງ​ຂອງ Mi 9 Pro 5G ກໍ​ຍັງ​ຄົງ​ໃຊ້​ສະ​ເປັກ​ດຽວ​ກັບ Mi 9 ປະກອບ​ໄປ​ດ້ວຍ​ເຊນ​ເຊ​ີຫຼັກ 48 ລ້ານ​ພິກ​ເຊວ, ເລນ​ Ultra-wide 16 ລ້ານ​ພິກ​ເຊວ ແລະ ​ເລນ​ Telephoto 12 ລ້ານ​ພິກ​ເຊວ ໂດຍ​ທາງ​ບໍລິສັດ​ເຄຼມ​ວ່າ​ພວກ​ເຂົາໄດ້​ປັບ​ປຸງ ​ແລະ ​ພັດທະນາ​ຊັອບແວກ້ອງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ດີ​ຂຶ້ນ​ກວ່າ​ເດີມ ພ້ອມ​ກັບ​ຄາດ​ວ່າ​ຄະ​ແນນ DxOMark ໜ້າ​ຈະ​ໄດ້​ຫຼາຍກວ່າ Mi 9 ທີ່​ເຮັດ​ໄປ​ໄດ້ 110 ຄະ​ແນນ
Mi 9 Pro 5G ຍັງ​ມາ​ພ້ອມ​ກັບ​ລະບົບ​ລະບາຍ​ຄວາມ​ຮ້ອນ​ດ້ວຍ​ໄອ​ນ້ຳ Vapor Chamber ທີ່​ຈະ​ເຂົ້າ​ມາ​ຊ່ວຍຫ​ລຸດ​ອຸນຫະພູມ​ຈາກ​ສ​ະມາ​ດ​ໂຟນ​ໃນ​ກໍລະນີ​ທີ່​ໃຊ້​ງານ​ຕໍ່​ເນື່ອງ​ເປັນ​ເວລາ​ດົນ ໂດຍ​ຈະຫ​ລຸດ​ຄວາມ​ຮ້ອນ​ຂອງ CPU ໄປ​ໄດ້​ຫລາຍ​ເຖິງ 10.2 ອົງ​ສາ​ແຊນຊີອຸດ
ແບັດ​ເຕີ​ຣີ່​ມີ​ຂະໜາດ​ໃຫຍ່​ຂຶ້ນ​ກວ່າ​ລຸ້ນ​ທີ່​ແລ້ວ​ຈາກ 3,300 ເປັນ 4,000 ມິນ​ລິ​ແອມ ລວມ​ກັບ​ເທັກ​ໂນ​ໂລ​ຢີ​ສາກ​ໄວ​ແບບ​ມີ​ສາຍ 40W ທີ່​ສາກ​ພຽງ 48 ນາ​ທີ​ກໍ​ເຕັມ ແລະ ​ລະບົບ​ສາກ​ແບບ​ໄລ້​ສາຍ​ກໍ​ໃສ່​ມາ​ໃຫ້​ເຖິງ 30W ສາກ 0% – 100% ພາຍ​ໃນ​ໄລຍະ​​ເວລາ 69 ນາ​ທີ​ ຫຼື 1 ຊັ່ວ​ໂມງປາຍ ເທົ່າ​ນັ້ນ​ເອງ ນອກ​ຈາກ​ນີ້​ຍັງມີ​ຟີ​ເຈີ Reverse Wireless Charging 10W ສຳລັບ​ສາກ​ໄວ​ໃຫ້​ອຸປະກອນ​ອື່ນ​ໆ ອີກ​ດ້ວຍ

ສະ​ເປັກ XIAOMI MI 9 PRO 5G 

·         ໜ້າ​ຈໍ AMOLED ຂະໜາດ 6.3 ນິ້ວ ຄວາມ​ລະອຽດ FHD+
·         ຊິບ​ເຊັດ : Snapdragon 855+
·         RAM : 8GB/12GB
·         ຄວາມ​ຈຸ : 128GB/256GB/512GB ບໍ່​ຮອງ​ຮັບ microSD card
·         ກ້ອງ​ຫຼັງ 3 ຕົວ
·         ເຊນ​ເຊ​ີຫຼັກ 48 ລ້ານ​ພິກ​ເຊວ IMX586 (f/1.75)
·         ເລນ Telephoto 2x 12 ລ້ານ​ພິກ​ເຊວ (f/2.2)
·         ເລນ Wide Angle ມຸມ​ກວ້າງ 117 ອົງ​ສາ 16 ລ້ານ​ພິກ​ເຊວ (f/2.2)
·         ກ້ອງ​ໜ້າ : 20 ລ້ານ​ພິກ​ເຊລ (f/2.0)
·         ສ​ະແກນ​ນິ້ວ​ມື​ເທິງ​ໜ້າ​ຈໍ
·         ແບັດ​ເຕີ​ຣີ່ 4,000 ມິນ​ລິ​ແອມ ຮອງ​ຮັບ​ການ​ສາກໄວ 40W (ໃນ​ກ່ອງ​ແຖມ​ໝໍ້​ແປງ 45W) ສາກໄລ້​ສາຍ 30W ແລະ Reverse Wireless Charging 10W
·         ລະບົບ Android 10 ຄອບ​ດ້ວຍ MIUI 11
·         ວາງ​ຈຳ​ໜ່າຍ 2 ສີ​ຄື​: ສີ​ຂາວ Dream White ແລະ ​ສີ​ດຳ Titanium Black

ສຳຫລັບ​ລາ​ຄາ​ເປີດ​ຕົວ Xiaomi Mi 9 Pro 5G ໃນ​ແຕ່​ລະ​ຄວາມ​ຈຸ​ກໍ​ມີ​ຕາມ​ນີ້
·         Mi 9 Pro 5G (8GB/128GB) ຣາ​ຄາ 3,699 ຢວນ
·         Mi 9 Pro 5G (8GB/256GB) ຣາ​ຄາ 3,799 ຢວນ
·         Mi 9 Pro 5G (12GB/256GB) ຣາ​ຄາ 4,099 ຢວນ 
·         Mi 9 Pro 5G (12GB/512GB) ຣາ​ຄາ 4,299 ຢວນ 

Xiaomi Mi 9 Pro 5G ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ໃນ​ປະເທດ​ຈີນ​ຕັ້ງ​ແຕ່​ວັນທີ 27 ກັນຍາ​ 2019 ທີ່ຜ່ານມານີ້ເປັນຕົ້ນໄປ

ແຫຼ່ງຂໍ້ມູນ
https://droidsans.com/xiaomi-mi-9-pro-5g-launched-specs/

Post Top Ad