ທີ່ງານ Memory and Storage
Day 2019 ກຸງໂຊ Intel ໄດ້ປະກາດ Optane™ Storage Gen ໃໝ່ພາຍໃຕ້
Code-name ຊື່ ‘Alder Stream’
Optane™ ເປັນ Non-volatile
Memory ຈາກຄ່າຍ Intel ຊຶ່ງມີຄວາມໄວເກືອບທຽບເທົ່າ DRAM ໂດຍເຮັດວຽກຄັ່ນລະຫວ່າງ Memory ແລະ Storage ຫລື ເປັນ Cache ນັ້ນເອງ (ຫຼາຍຣີວິວທົດລອງວ່າເອົາມາໃຊ້ເລັ່ງປະສິດທິພາບ ເຊັ່ນ
ໂຫຼດເກມ ໂຫຼດຂໍ້ມູນໄດ້ໄວຂຶ້ນ) ໂດຍຖືກອອກແບບມາໃນຮູບແບບຂອງ PCI Express
ໃນມື້ນີ້ການປະກາດ Gen ໃໝ່ພາຍໃຕ້ໂຄ້ດ Alder Stream ທາງ Intel ເວົ້າວ່າຫລຸດອັດຕາຄວາມຜິດພາດໄດ້ຫລາຍກວ່າ
3D NAND ເຖິງ 50 ເທົ່າ ແລະ ມີອັດຕາການ Transfer ຂໍ້ມູນໄດ້ໄວກວ່າ Optane™ ໃນຕະຫລາດເດີມໄດ້ເຖິງ 3 ເທົ່ານັ້ນເອງ ຢ່າງໃດກໍຕາມນອກຈາກຈະຮອງຮັບກັບ CPU 2 Gen
Xeon Scalable ຫລື ຊິບລຸ່ນລ່າສຸດຂອງຕົນແລ້ວ Intel ຢັງໄດ້ເຜີຍເຖິງ Optane™ DCPMM ສຳລັບຜູ້ໃຊ້ງານໃນຝັ່ງ Workstation ທີ່ໃຊ້ Core i9 ແລະ Xeon (ຕະກູນ E5 ແນະນຳວ່າລໍຖ້າຕິດຕາມ
Official
ເຖິງການຮອງຮັບໄດ້ອີກທີໜຶ່ງຫຼັງວາງຂາຍ)
ດ້ວຍເຊັ່ນກັນ
Optane™ ຈະສາມາດໃຊ້ໄດ້ໃນ
3
ໂໝດຄື
- App Direct – ໃຊ້ເປັນ Persistent Storage ເພື່ອເພີ່ມປະສິດທິພາບການ
ອ່ານ ຂຽນ ຂໍ້ມູນໃນຄອມພິວເຕີທີ່ບໍ່ໄດ້ມີ SSD
- Memory – ເຮັດຕົວເປັນ DRAM
- Mixed – ເຮັດຫນ້າທີ່ທັງ 2 ແບບດ້ານເທິງ ຫຼື ເວົ້າອີກແບບກໍ່ຄື ເປັນທັງ App Direct ແລະ Memory
ນອກຈາກນີ້ Intel ຢັງໄດ້ເຜີຍເຖິງນະວັດຕະກຳດ້ານ SSD Cell ກ່ຽວກັບ 96 ເລເຢີ QLC
(Quad-level Cell ເກັບຂໍ້ມູນໄດ້ 4 ບິດຕໍ່ Cell) ແລະ PLC
(Penta-level Cell ເກັບຂໍ້ມູນໄດ້ 4 ບິດຕໍ່ Cell) ຊຶ່ງມີແນວໂນ້ມທີ່ຈະເຂົ້າສູ່
Production
ໃນ Q4 ປີນີ້ ແລະ ປີໜ້າຕາມລຳດັບ ແຕ່ຢ່າງໃດກໍຕາມຍິ່ງ Level Cell ສູງຂຶ້ນອາຍຸໄຂຂອງ SSD ກໍຈະສັ້ນລົງເລື້ອຍໆ ຊຶ່ງປະຈຸບັນໃນຕະລາດຢູ່ທີ່ 3 ບິດຕໍ່ Cell (TLC) ນັ້ນເອງ
ແຫຼ່ງຂໍ້ມູນ
No comments:
Post a Comment