ແຂ້ວຂາວພາຍໃນ 2 ນາທີ

Breaking

Post Top Ad

Post Top Ad

Sunday, October 8, 2017

ແຂ້ວຂາວພາຍໃນ 2 ນາທີ



        ແຂ້ວຂາວບໍ່ພຽງແຕ່ຊ່ວຍໃຫ້ທ່ານມີຮອຍຍີ້ມທີ່ສວຍງາມເທົ່ານັ້ນ ແຕ່ມັນດຶງດູດຄົນທີ່ຢູ່ອ້ອມຂ້າງໃຫ້ມາສົນໃຈທ່ານອີກດ້ວຍ.
        ທ່ານບໍ່ຈຳເປັນຕ້ອງຈ່າຍເງິນຮັກສາທີ່ມີລາຄາແພງ ພຽງແຕ່ໃຊ້ວິທີ ທຳມະຊາດແບບງ່າຍໆເທົ່ານັ້ນທ່ານກໍ່ຈະໄດ້ຮັບແຂ້ວຂາວໄດ້ດັ່ງໃຈ.
       ສ່ວນປະສົມມີ ຢ່າງເທົ່ານັ້ນຄື: ໝາກນາວ ແລະ ແປ້ງຟູ


ແປ້ງຟູ

ວິທີເຮັດ
1.   ແປ້ງຟູ (Baking Soda) 1 ບ່ວງ (ສາມາດຊື້ໄດ້ ນຳມີນີມາດ ບ່ອນຂາຍແປ້ງເຂົ້າຈີ່ນ້ຳຕານຫລື ຮ້ານເຄັກ)
2.   ຜ່າໝາກນາວເປັນ ປ່ຽງ 
3.   ບີບໝາກນາວໃຫ້ໄດ້ນ້ຳ ບ່ວງ
4.   ປະສົມນ້ຳໝາກນາວ ແລະ ແປ້ງຟູເຂົ້າກັນ
5.   ຫາຜ້າສະອາດມາໜຶ່ງຜືນ
6.   ນຳຜ້າສະອາດນັ້ນໄປຈຸ່ມລົງໃນສ່ວນປະສົມທີ່ເຮັດໄວ້ແລ້ວນຳມາຖູແຂ້ວ
7.   ປະໄວ້ ນາທີ
8.   ຫຼັງຈາກນັ້ນກໍ່ລ້າງເຮັດຄວາມສະອາດແຂ້ວຂອງທ່ານ 
ໝາຍເຫດ: ວິທີນີ້ບໍ່ຄວນເຮັດຫຼາຍຄັ້ງຕໍ່ເນື່ອງກັນ (ເຮັດພຽງອາທິດລະຄັ້ງກໍ່ພໍ) ຖ້າເຮັດຫຼາຍຄັ້ງຈົນເກີນໄປມັນຈະມີຜົນກະທົບຕໍ່ເຫືອກ ແລະ ແຂ້ວຂອງທ່ານ.

ທີ່ມາ: Laopost.com

No comments:

Post a Comment

Post Top Ad