ໃບສີດາຊ່ວຍຈັດການກັບຮອຍຫ້ຽວ ສິວ ຈຸດດ່າງດຳ ແລະ ພະຍາດພູມແພ້ຜິວໜັງ

Breaking

Post Top Ad

Post Top Ad

Sunday, October 8, 2017

ໃບສີດາຊ່ວຍຈັດການກັບຮອຍຫ້ຽວ ສິວ ຈຸດດ່າງດຳ ແລະ ພະຍາດພູມແພ້ຜິວໜັງ

ໃບສີດາຊ່ວຍຈັດການກັບຮອຍຫ່ຽວ ສິວ ຈຸດດ່າງດຳ ແລະ ພະຍາດພູມແພ້ຜິວໜັງ
ການໃຊ້ຄຸນປະໂຫຍດຈາກໃບສີດາສຳລັບບັນຫາຜິວໜັັງ
  1.  ການກຳຈັດຮອຍຫ້ຽວທາງວິທະຍາສາດສະແດງໃຫ້ເຫັນແລ້ວວ່າ ໃບສີດາມີປະໂຫຍດຫລາຍກວ່າໝາກສີດາ ເຊີ່ງວ່າໃບສີດາເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ສານອາຫານຈາກພືດ ທີ່ຊ່ວຍຕ້ານມະເຮັງ ແລະ ທຳລາຍສານອະນຸມູນອິດສະຫຼະໃນຮ່າງກາຍ ໃບສີດາຊ່ວຍຕໍ່ຕ້ານຮອຍຫ້ຽວໄດ້ ນອກຈາກນີ້ມັນຍັງມີປະໂຫຍດຢ່າງຫຼວງຫລາຍໃນການບຳລຸງຜິວໜັງອີກດ້ວຍ.
  2. ການຮັກສາສິວໃບສີດາຈະມີປະໂຫຍດຫຼາຍເມື່ອເກີດສິວ ເພາະມັນມີຄຸນສົມບັດຕ້ານເຊື້ອແບກທີເຣຍທີ່ແຂງແກ່ນ ນອກຈາກການຮັກສາສິວແລ້ວໃບສີດາສາມາດບຳລຸງຜິວຂອງເຮົາ ແລະ ຫຼຸດການເກີດສິວໄດ້ເປັນຢ່າງດີ ນີ້ຄືຄຳຢືນຢັນທາງວິທະຍາສາດທີ່ຖືກຕີພິມໃນວານສານອາເມຣິກາ ແລະ ແພດແຜນຈີນ.
  3. ຊ່ວຍໃຫ້ຈຸດດ່າງດຳໃຫ້ຈາງລົງໃບສີດານອກຈາກຈະໃຊ້ຮັກສາສິວແລ້ວ ຍັງຊ່ວຍຮັກສາຝ້າໄດ້ອີກດ້ວຍ ມັນເຮັດໜ້າທີ່ປັບສີ ແລະ ຊ່ວຍຫລຸດການລະຄາຍເຄືອງ ແລະ ຂ້າອໍກະນິດຊຶມ.
  4. ຮັກສາພູມແພ້ຜິວໜັງໃບສີດາໄດ້ຮັບການພິສູດແລ້ວວ່າມີປະໂຫຍດຫຼາຍໃນການປິ່ນປົວພະຍາດພູມແພ້ຜິວໜັງ ຫຼຸດຮອຍແດງ ແລະ ການລະຄາຍເຄືອງທີ່ເກີດຈາກບັນຫານີ້ ນອກຈາກນີ້ມັນຍັງມີຄຸນສົມບັດປ້ອງກັນອາການແພ້ ແລະ ປ້ອງກັນການສ້າງຮີດຕາມີນ (ສານເຄມີທີ່ຖືກປ່ອຍອອກມາຈາກຮ່າງກາຍເປັນສ່ວນໜຶ່ງຂອງການແພ້ທີ່ກໍ່ໃຫ້ເກີດອາການຄັນ ຈາມ ແລະ ບວມ )
ວິທີຮັກສາ
        ໃນກໍລະນີຂອງພະຍາດພູມແພ້ຜິວໜັງ ໃຫ້ໃຊ້ໃບສີດາອົບແຫ້ງໃສ່ລົງໄປໃນອ່າງນ້ຳອຸ່ນ ມັນມີປະສິດທິພາບຊ່ວຍບັນເທົາອາການຄັນ ແລະ ຮອຍແດງ ຊ່ວຍເຮັດໃຫ້ການລະຄາຍເຄືອງຫລຸດລົງ ສຳລັບບັນຫາອື່ນໆ ໃຫ້ໃຊ້ໃບສີດາຊອຍ 2-3 ໃບນຳໄປຕົ້ມໃຫ້ເດືອດ ແລະ ຂ້ຽວຖິ້ມໄວ້ຈົນກວ່ານ້ຳຈະກາຍເປັນສີນ້ຳຕານ ຈາກນັ້ນລໍຖ້າໃຫ້ເຢັນ, ເມື່ອເຢັນລົງແລ້ວ ນຳມາທາໃຫ້ທົ່ວໃບໜ້າ ຫຼື ບໍລິເວນທີ່ມີບັນຫາ ໂດຍໃຊ້ສຳລີທາປະໄວ້ປະມານ 15 ນາທີແລ້ວຈຶ່ງລ້າງໜ້າດ້ວຍນ້ຳອຸ່ນ ເພື່ອໃຫ້ໄດ້ຜົນລັບທີ່ດີຂຶ້ນຄວນເຮັດແບບນີ້ຊ້ຳກັນສອງເທື່ອຕໍ່ອາທິດ

No comments:

Post a Comment

Post Top Ad