ວິທີຮັກສາ ຫູດ ແລະ ຕາປາ ດ້ວຍກະທຽມແລະເປືອກກ້ວຍ

Breaking

Post Top Ad

Post Top Ad

Sunday, October 8, 2017

ວິທີຮັກສາ ຫູດ ແລະ ຕາປາ ດ້ວຍກະທຽມແລະເປືອກກ້ວຍ


ທ່ານຮູ້ຫຼືບໍວ່າ ຫູດ ແລະ ຕາປາ ສາມາດເຊົາໄດ້ ດ້ວຍກະທຽມແລະເປືອກກ້ວຍ
        ຫູດ (Wart) ເກິດຈາກຄວາມບໍ່ສົມດຸນຂອງໂມນຂອງຮ່າງກາຍ ເນື່ອງຈາກເຊື້ອໄວຮັສຊະນິດ (HPV) ເມື່ອເຊື້ອໄວຮັສແຊກຊືມເຂົ້າສູ່ໃຕ້ຊັ້ນເຊວຜິວໜັງກໍ່ຈະເກິດການແບ່ງຕົວຢ່າງໄວ ກາຍເປັນຫູດງອກອອກຈາກຜິວໜັງສ່ວນນອກ ເຊີ່ງຫູດສາມາດເກີດຂຶ້ນບໍລິເວນໃດຂອງຮ່າງກາຍກໍ່ໄດ້
        ໂລກຕາປາ (Corn) ຄື ການທີຜິວໜັງດ້ານໜາແລະແຂງເນື່ອງຈາກແຮງສຽດສີແລະແຮງກົດ ຕຳແໜ່ງທີ່ພົບເລື່ອຍໆ ໄດ້ແກ່ ບໍລິເວນຝ່າຕີນແລະນິ້ວຕີນເນື່ອງຈາການທີ່ໃສ່ເກີບແນ່ນເກິນໄປ ແລະ ການທີ່ຜິວໜັງບໍລິເວນຕີນແຫ້ງ ແລະ ຂາດຄວາມຊຸ່ມຊື່ນກໍ່ເປັນອີກສາເຫດໜຶ່ງຂອງຕາປາໄດ້
      ວິທີກຳຈັດຫູດ
  1. ວິທີທີ່ 1 ກະທຽມ + ສົ້ມສາຍຊູ: ການກຳຈັດຫູດດ້ວຍກະທຽມຖືເປັນວິທີທຳມະຊາດທີ່ດີທີ່ສຸດ ແລະ ງ່າຍຫຼາຍ ພຽງແຕ່ນຳກະທຽມມາປອກເປືອກ ແລະ ຫັ່ນເປັນແວ່ນ (ຂະໜາດພໍໆ ກັບຫູດຂອງເຈົ້າ) ນຳໄປແຊ່ໃນນ້ຳສົ້ມສາຍຊູ ໂດຍເທນ້ຳສົ້ມສາຍຊູໃຫ້ທ່ວມ ຈາກນັ້ນໃຫ້ນຳກະທຽມມາຕິດທີ່ຫູດ ແລະ ໃຊ້ພາດເຕີຕິດແຜປິດທັບໄວ້ ແລ້ວຖິ້ມໄວ້ 1 ຄືນ ເຊົ້າມື້ຕໍ່ມາເຮົາຈະເຫັນຄວາມປ່ຽນແປງຢ່າງແນ່ນອນ ວິທີນີ້ສາມາດເຮັດໄດ້ທຸກມື້ຈົນກວ່າຫູດຈະເຊົາ ໃຊ້ເວລາບໍ່ເກິນ 2-3 ອາທິດ ຫູດຈະເຊົາໄປເອງ
  2. ວິທີທີ່ 2 ນ້ຳສົ້ມສາຍຊູ + ແອັບເປີ້ນໄຊເດີ: ການໃຊ້ນ້ຳສົ້ມສາຍຊູແອັບເປີ້ນໄຊເດີເປັນໜຶ່ງໃນວິທີການຮັກສາຫູດຕາມທຳມະຊາດທີ່ມີປະສິດທິພາບຫຼາຍທີ່ສຸດສຳລັບໂລກຜິວໜັງ ແອັບເປີ້ນໄຊເດີເປັນນ້ຳສົ້ມສາຍຊູມີສານທີ່ຊ່ວຍໃນການທຳລາຍເຊື້ອແບັກທີເລຍ ຂັ້ນທຳອິດໃຫ້ເຮັດຄວາມສະອາດຜິວໜັງກ່ອນ ຈາກນັ້ນຈື່ງນຳສຳລີໄປແຊ່ຫຼືຊຸບໃນນ້ຳສົ້ມສາຍຊູແອັບເປີ້ນໄຊເດີໃຫ້ຊຸ່ມແລ້ວຈື່ງນຳມາແປະທັບໃນບໍລິເວນທີ່ເປັນຫູດແລ້ວໃສ່ຖົງຕີນທັບຖິ້ມໄວ້ຂ້າມຄືນເຮັດເປັນປະຈຳຮັບຮອງບອກລາຫູດໄດ້ແນ່ນອນ 
  3. ວິທີທີ່ 3 ເປືອກໝາກກ້ວຍ: ອາດຈະປະຫຼາດໃຈວ່າໃຊ້ເປືອກໝາກກ້ວຍແລ້ວຈະດີບໍ ເຊິ່ງມີຫຼາຍຄົນກາລັນຕີວ່າໄດ້ຜົນດີ ວິທີການກໍ່ງ່າຍໆ ພຽງແຕ່ນຳເປືອກໝາກກ້ວຍດ້ານໃນມາຖູບໍລິເວນຜິວໜັງທີ່ເປັນຫູດ ແລ້ວແປະຖິ້ມໄວ້ໂດຍໃຊ້ຜ້າພັນແຜຫຼືພຼາສເຕີ ຕິດທັບໄວ້ໝົດຄືນແລ້ວມາລ້າງອອກໃນຕອນເຊົ້າ ເຮັດຊ້ຳທຸກໆມື້ ຈະຊ່ວຍໃຫ້ຫູດລອກອອກມາໄວຂຶ້ນ ແລະ ບໍ່ເກິນ 1 ອາທິດກໍຈະເຫັນຜົນ

No comments:

Post a Comment

Post Top Ad