3 ວິທີງ່າຍໆ ໃນການກຳຈັດໜຽງໃຕ້ຄາງ

Breaking

Post Top Ad

Post Top Ad

Friday, October 6, 2017

3 ວິທີງ່າຍໆ ໃນການກຳຈັດໜຽງໃຕ້ຄາງ

3 ວິທີງ່າຍໆ ໃນການກຳຈັດໜຽງໃຕ້ຄາງ
ຜົນທີ່ຕາມມາຂອງຮິ້ວຮອຍຄືການຈະເລີນເຕີບໂຕຂອງໄຂມັນ ຫຼື ການດື່ມນ້ຳໃນປະລິມານທີ່ບໍ່ພຽງພໍກໍ່ລ້ວນແຕ່ເປັນສາເຫດໃຫ້ໄຂມັນອ້ອມລຳຄໍ ແລະ ໃບໜ້າປະກົດຂຶ້ນ ບັນຫານີ້ເບັນບັນຫາທີ່ຜູ້ຍິງ ແລະ ຜູ້ຊາຍຫຼາຍຄົນກຳລັງພົບຢູ່ ຫຼາຍຄົນເຊື່ອວ່າການກຳຈັດໄຂມັນໃຕ້ຄາງເບັນບັນຫາທີ່ແກ້ບໍ່ໄດ້ ແຕ່ມັນບໍ່ເບັນຄວາມຈິງຫາກທ່ານຕ້ອງການມີລຳຄໍທີ່ລຽບ ແລະ ສວຍງາມ ເຮົາມີວິທີແກ້ໄຂ້ບັນຫາຕາມທຳມະຊາດທີ່ແສນຈະງ່າຍມາສະເໜີໃຫ້ທ່ານຜູ້ອ່ານໄດ້ຮູ້ໂດຍມີ 3 ຢ່າງດັງຕໍ່ໄປນີ້:

  1. ດື່ມນ້ໍາໃຫ້ຫຼາຍຂຶ້ນ ການບໍລິໂພກນ້ຳທີ່ພຽງພໍໃນແຕ່ລະມື້ຈະຊ່ວຍໃຫ້ທ່ານກຳຈັດການກັກເກັບນ້ຳ ຊື່ງເບັນສາເຫດໃຫ້ເກີດໄຂມັນສ່ວນເກີນເທິງໃບໜ້າເຊິ່ງວ່າມັນອາດຈະສາມາດເປັນສາເຫດຂອງອາການບວມນ້ຳໄດ້ອີກດ້ວຍ ສະນັ້ນ, ໃຫ້ແນ່ໃຈວ່າທ່ານບໍລິໂພກນ້ຳທີ່ຫຼາຍພຽງພໍໃນແຕ່ລະມື້ເພື່ອຫຼີກລ້ຽງບັນຫາດັ່ງກ່າວ
  2. ກິນຂອງທີ່ດີຕໍ່ສຸຂະພາບ ອາຫານສົ່ງຜົນກະທົບສຳຄັນຢ່າງຍິງຕໍ່ພາບລັກຂອງທ່ານ ຫຼີກລ້ຽງອາຫານທີ່ເຕັມໄປດ້ວຍໄຂມັນ ແລະ ແຄລໍຣີ, ບໍລິໂພກຜັກ ແລະ ໝາກໄມ້ສົດໆໃຫ້ຫຼາຍຂຶ້ນ ເຊັ່ນດຽວກັບທີ່ເຮົາກິນອາຫານທີ່ອຸດົມໄປດ້ວຍເສັ້ນໃຍອາຫານນານາຊະນິດ
  3. ໜວດລຳຄໍ ແລະ ໃບໜ້າຂອງທ່ານ ການໜວດເບັນປະຈຳສາມາດຊ່ວຍໃຫ້ເຈົ້າກຳຈັດໄຂມັນສ່ວນເກີນອ້ອມໆລຳຄໍໄດ້ ໃຊ້ນິ້ວມືຂອງທ່ານ ເຄື່ອນໄຫວເປັນວົງມົນ ແລະ ໜວດໃນສ່ວນສຳຄັນເປັນເວລາ 20 ນາທີຈະຊ່ວຍໃຫ້ເຜົາຜານໄຂມັນສ່ວນເກີນອອກໄດ້
ເປັນແນວໃດກັບ 3 ຢ່າງທີ່ ຮ້ອຍແປດປັນຍານຳມາຝາກ, ແນວໃດກໍລອງນຳໄປປະຕິບັດເບິ່ງຖ້າໄດ້ຜົນແນວໃດກໍ່ຢ່າລືມນຳມາບອກພວກເຮົາດ້ວຍ.

No comments:

Post a Comment

Post Top Ad