7 ອາຫານ​ແກ້​ຫິວ​ ກິນ​ແລ້ວ​ດີ​ຕໍ່​ສຸຂະພາບ

Breaking

Post Top Ad

Post Top Ad

Thursday, October 5, 2017

7 ອາຫານ​ແກ້​ຫິວ​ ກິນ​ແລ້ວ​ດີ​ຕໍ່​ສຸຂະພາບ


             ສຳຫຼັບຄົນທີ່​ອອກ​ກຳ​ລັງ​ກາຍ​ຢ່າງ​ໜັກ​ຫລື​ກຳ​ລັງ​ຄວບ​ຄຸມ​ອາຫານ​ຢູ່​ ຄົງ​ຕ້ອງ​ເຄີຍ​ເຈີ​ບັນຫາ​ທ້ອງ​ຮ້ອງ​ຕະຫລອດ​ເວລາ​ ຫລື ​ຮູ້ສຶກ​ຫິວ​ເລື້ອຍ​ ໆ​ ແນ່ນອນ​ ​ຈະ​ລະ​ເລີຍ​ກິນ​ຫຍັງ​ຕາມ​ໃຈ​ຢາກກໍ​ອາດຈະ​ເຮັດໃຫ້​ແຄລໍ​ຣີ​ເກີນ ​ແລະ ​ແຜນ​ຄວບ​ຄຸມ​ອາຫານ​ພັງ​ໄດ້​ ແຕ່​ຖ້າ​ເລືອກ​ຈະ​ບໍ່​ກິນ​ປ່ອຍ​ໃຫ້​ຕົວ​ເອງ​ຫິວ​ໄປ​ເລື້ອຍໆ​ ກໍ​ອາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸກຂະພາບ​ອີກ​ເຊັ່ນ​ກັນ​ ຄົນທີ່ທີ່​ເຈີ​ບັນຫາ​ເຫຼົ່າ​ນີ້​ຢູ່​ກໍ​ບໍ່​ຕ້ອງ​ຄິດ​ຫລາຍ​ໄປ​ ເພາະ​ມື້​ນີ້ພວກເຮົາ​ໄດ້​ລວບລວມ​ສຸດ​ຢອດ​ 9 ອາຫານ​ແກ້​ຫິວ​ ມາ​ໃຫ້​ເພື່ອນໆ​ ທຸກ​ຄົນ​ໄດ້​ເບິ່ງ​ກັນ​ ກິນ​ແລ້ວ​ອິ່ມ​ດົນ​ ແຄລລໍ​ຣີ​ບໍ່​ສູງ​ຫລາຍ​ ແຖມ​ຢັງ​ດີ​ຕໍ່​ສຸກຂະພາບ​ອີກ​ດ້ວຍ​ ຈະ​ມີ​ຫຍັງ​ແດ່​ໄປ​ດູພ້ອມ​ໆ​ ກັນ​ເລຍ​

  1. ນົມພ່ອງມັນເນີຍ
    ນົມພ່ອງມັນເນີຍ
             ຖື​ເປັນ​ອາຫານ​ແກ້​ຫິວ​ຊັ້ນ​ດີ​ເລີຍ​ ເຖີງແມ່ນວ່າປະໂຫຍດ​ຕ່າງ​ໆ​ ຈະ​ບໍ່​ສູງ​ເທົ່າ​ນົມ​ປົກກະຕິ​ທັ່ວ​ໄປ​ ແຕ່​ປະລິມານ​ໄຂ​ມັນ​ແລະ​ພະລັງ​ງານ​ທີ່​ໄດ້ຮັບ​ຕ່ຳ​ກວ່າ​ຫລາຍ​ ຄົົນທີ່​ຄວບ​ຄຸມ​ອາຫານ​ຫລື​ລຸດ​ນ້ຳ​ໜັກ​ຢູ່​ຄວນ​ມີ​ຕິດ​ບ້ານ​ໄວ້​ເລີຍ​, ແຕ່​ແນະ​ນຳ​ໃຫ້​ດື່ມ​ເປັນ​ອາຫານ​ແກ້​ຫິວ​ຢ່າງ​ດຽວ​ຈະ​ດີກວ່າ​ ເພາະ​ຖ້າ​ດື່ມ​ແທນ​ອາຫານ​ມື້​ຫຼັກ​ອາດ​ເຮັດໃຫ້​ໄດ້ຮັບ​ສານ​ອາຫານ​ທີ່​ບໍ່​ພຽງ​ພໍ​ໄດ້​
  2. ຖົ່ວດຳ
    ຖົ່ວດຳ

            ຖັ່ວ​ດຳ​ອຸດົມ​ໄປ​ດ້ວຍ​ໂປຣ​ຕີນ​ແລະ​ໃຢ​ອາຫານ​ເຮັດໃຫ້​ຮູ້ສຶກ​ອິ່ມ​ທ້ອງ​ໄດ້​ດົນ​ຫລາຍ​ຂຶ້ນ​ ບໍ່​ແນະ​ນຳ​ໃຫ້​ກິນ​ແບບ​ເຊື່ອມ​ຫລື​ກິນ​ຄູ່​ກັບ​ກະ​ທິ​ ເພາະ​ເດີມ​ທີ​ຖັ່ວ​ດຳ​ກໍ​ໃຫ້​ພະລັງ​ງານ​ສູງ​ພໍ​ສົມຄວນ​ຢູ່​ແລ້ວ​ ຫາກ​ກິນ​ຄູ່​ກັບ​ນ້ຳ​ຕານ​ຫລື​ກະ​ທິ​ ຈະ​ເຮັດໃຫ້​ໄດ້​ປະລິມານ​ແຄລໍ​ຣີ​ທີ່​ຫລາຍ​ເກີນ​ຄວາມ​ຈຳ​ເປັນ​ ຊຶ່ງ​ອາດ​ເຮັດໃຫ້​ເກີດ​ໄຂ​ມັນ​ສະ​ສົມ​ໄດ້​ ທາງ​ທີ່​ດີ​ກິນ​ແບບ​ຕົ້ມ​ຫລື​ໜຶ້ງ​ຈະ​ດີກວ່າ​
  3. ເຂົ້າໝົມປັງ
    ເຂົ້າໝົມປັງ

            ມັນ​ຈະ​ມີ​ສີ​ນ້ຳ​ຕານ​ເຂ້ມ​ ຊີ້ນ​ແໜ້ນ​ ມີ​ປະລິມານ​ໄຂ​ມັນ​ແລະ​ໂຊ​ດຽມ​ຕ່ຳ​ ແຕ່​ມີ​ໂພ​ແທດ​ຊຽມ​ ຟອດ​ຟໍ​ຣັດ​ ແລະ​​ໃຢ​ອາຫານ​ສູງ​ຫລາຍ​​ ນອກ​ຈາກ​ຈະ​ກິນ​ອິ່ມ​ຢູ່​ທ້ອງ​ແລ້ວ​ ຢັງ​ຊ່ວຍ​ປ້ອງ​ກັນ​ພະຍາດ​ເບົາ​ຫວານ​ແລະ​ພະຍາດ​ຫັວ​ໃຈ​ໄດ້​ອີກ​ດ້ວຍ​ ເປັນ​ອາຫານ​ແກ້​ຫິວ​ທີ່​ນ່າສົນ​ໃຈ​ຫລາຍ​ໆ​
  4. ປາແຊມ່ອນ
    ປາແຊມ່ອນ

             ການ​ກິນ​ໂປຣ​ຕີ​ນຄົ​ບ​ຕາມ​ທີ່​ຮ່າງກາຍ​ຕ້ອງ​ການ​ສາມາດ​ຊ່ວຍຫຼຸດ​ລະ​ດັບ​ຄວາມ​ຫິວ​ໄດ້​ ຊຶ່ງ​ຊີ້ນ​ຂອງ​ປລາ​ແຊມ່ອນ​ນັ້ນ​ມີ​ປະລິມານ​ໂປຣ​ຕີນ​ແລະ​ໄຂ​ມັນ​ສູງ​ຫລາຍ ເຮັດໃຫ້​ກິນ​ໃນ​ປະລິມານ​ນ້ອຍ​ແຕ່​ໄດ້​ພະລັງ​ງານ​ສູງ​ແລະ​ຮູ້ສຶກ​ອິ່ມ​ດົນ​ ອາດ​ຟັງ​ເບິ່ງ​ບໍ່​ຕ່າງ​ກັບ​ຊີ້ນ​ໝູ​ຫລື​ຊີ້ນ​ງົວເທົ່າໃດ ແຕ່​ຊີ້ນ​ຂອງ​ປາ​ແຊມ່ອນ​ພິເສດ​ກວ່າບ່ອນ​ທີ່ວ່າມັນ​ມີ​ປະລິມານ​ໄຂ​ມັນ​ HDL (ໄຂ​ມັນ​ດີ​) ແລະ​ໂອ​ເມ​ກ້າ​ 3 ຊຶ່ງ​ເປັນ​ໄຂ​ມັນ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ ສູງ​ກວ່າ​ຊີ້ນ​ສັດ​ຊະນິດ​ອື່ນ​ ໆ​ ນັ້ນ​ເອງ​
  5.  ໂຢ​ເ​ກິດ​ໄຂ​ມັນ​ຕ່ຳ​
    ໂຢ​ເ​ກິດ

            ຖື​ເປັນ​ອີກ​ໜຶ່ງ​ທາງ​ເລືອກ​ທີ່​ດີ​ຫລາຍໆ​ ເພາະ​ໃຫ້​ປະໂຫຍດ​ໄດ້​ທຽບ​ເທົ່າ​ກັບ​ນົມ​ເລີຍ​ ແຕ່​ປະລິມານ​ແຄລໍ​ຣີ​ຈະ​ນ້ອຍ ​ແລະ​ ຢູ່​ທ້ອງ​ດົນ​ກວ່າ​ ນອກ​ຈາກ​ນີ້​ຍັງມີ​ຈຸລິນຊີ​ທີ່​ຊ່ວຍ​ຍ່ອຍ​ສະຫຼາຍ​ໄຂ​ມັນ ​ແລະ ​ຄາ​​ໂບ​ໄຮ​ເດດ​ ຫຼຸດ​ໄຂ​ມັນ​ສະ​ສົມ​ໃນ​ຮ່າງກາຍ​ ແລະ ​ເຮັດໃຫ້​ລະບົບ​ຂັບ​ຖ່າຍ​ດີ​ຂຶ້ນ​ອີກ​ດ້ວຍ​
  6. ແອັບເປິ້ນ ຫຼື ໝາກປົ່ມ ນັ້ນເອງ
    ແອັບເປິ້ນ

           ຈະ​ເປັນ​ແອບ​ເປີ້ນ​ຂຽວ​ກໍ​ດີ​ຫລື​ເປັນ​ແອບ​ເປີນ​ແດງ​ກໍ​ໄດ້​ ເນື່ອງ​ຈາກ​ແອບ​ເປີນ​ເປັນ​ຫມາກໄມ້​ທີ່​ອຸດົມ​ໄປ​ດ້ວຍ​ໃຢ​ອາຫານ​ແລະ​ສານ​ເພກ​ຕິນ​ ເຮັດໃຫ້​ຮູ້ສຶກ​ອິ່ມ​ທ້ອງ​ ແຕ່​ມີ​ປະລິມານ​ແຄລໍ​ຣີ​ທີ່​ຕ່ຳ​ຫຼາຍ​ ແຖມ​ເກັບ​ໄວ້​ໄດ້​ດົນ​ຈະຢິບ​ກິນ​ເມື່ອໃດ​ກໍ​ໄດ້​ສະ​ດວກ​ສຸດໆ​ ເປັນ​ອາຫານ​ແກ້​ຫິວ​ທີ່​ເ​ວິກ​ຫລາຍ​ໆ​
  7. ຜັກໂຂມ
    ຜັກ

            ນອກ​ຈາກ​ຈະ​ເຮັດໃຫ້ກ້າມ​ຊີ້ນ​ເຕີບໂຕ​ແຂງ​ແຮງ​ໄດ້​ດີ​ແລ້ວ​ ຜັກ​ໂຂມ​ຢັງ​ປະກອບ​ໄປ​ດ້ວຍ​ ສານ​ໄທ​ລາ​ຄອຍ​ (Thylakoid) ທີ່​ຊ່ວຍ​ຊະ​ລໍ​ການ​ດູດ​ຊຶມ​ໄຂ​ມັນ ​ແລະ​ ນ້ຳ​ຕານ​ໃນ​ຮ່າງກາຍ​ ເພີ່ມ​ຮໍ​​ໂມນ​ເລບ​ຕິນ​ (Leptin) ຫລື ​ຮໍ​ໂມນ​ຄວາມ​ອິ່ມ​ ເຮັດໃຫ້​ຄົນ​ກິນ​ບໍ່​ຮູ້ສຶກ​ຢາກ​ອາຫານ​ເລື້ອຍໆ​ ອີກ​ດ້ວຍ​ ແກ້​ບັນຫາ​ຄົນ​ມັກ​ກິນ​ຈຸບ​ຈິບ​ໄດ້​ດີ​ເລຍ​
ຂໍຂອບໃຈຂໍ້້ມູນດີດີຈາກ kapook.com

No comments:

Post a Comment

Post Top Ad