8 ວິທີຈີບສາວໃຫ້ຕິດ ພິສິດໃຈສາວບໍ່ໃຫ້ຫຼູດມື

Breaking

Post Top Ad

Post Top Ad

Wednesday, October 4, 2017

8 ວິທີຈີບສາວໃຫ້ຕິດ ພິສິດໃຈສາວບໍ່ໃຫ້ຫຼູດມື

  
ວິທີ​ຈີບ​ສາວ​ ມຸກ​ຈີບ​ສາວ​ ໃຫ້​ຕິດ​ເຮັດ​ຢ່າງໃດ​ດີ​ ມື້​ນີ້​ເຮົາ​ມີ​ຄຳ​ແນະ​ນຳ​ດີ​ໆ​ ມາ​ຝາກ​ເຈົ້າ​ຜູ້​ຊາຍ​ກັນ​ດ້ວຍ​
          ໃຜ​ວ່າ​ການ​ຄຸຍ​ກັບ​ຜູ້ຍິງ​ເປັນ​ເລື່ອງ​ງ່າຍ​ສຳລັບ​ຜູ້​ຊາຍ​ ໂດຍ​ສະເພາະ​ຜູ້ຍິງ​ທີ່​ແອບ​ມັກ​ດ້ວຍ​ແລ້ວ​ເປັນ​ຫຍັງ​ທີ່​ຍາກ​​ສຸດ​ ໆ​ ເພາະ​ເຈົ້າ​ບໍ່​ຮູ້​ເລຍ​ວ່າ​ນາງ​ຈະ​ແຮບ​ປີ້​ທີ່​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຕົວ​ເອງ​ຫລື​ບໍ່​ ຊຶ່ງ​ຄວາມ​ກັງ​ວົນ​ທັງ​ຫຼາຍ​ນີ້​ແຫຼະ​ທີ່​ຈະ​ເຮັດໃຫ້​ຈີບ​ນາງ​ບໍ່​ຕິດ​ໄດ້​ຄືກັນ​ ມື້​ນີ້​ເຮົາ​ເລຍີບນຳ​ເຄັດ​ລັບ​ດີ​ ໆ​ ມາຝາກທ່ານ

  • ສະແດງ​ໃຫ້​ຝ່າຍ​ສາວ​ຮູ້​ວ່າ​ເຈົ້າ​ມີ​ໃຈ​ໃຫ້​
          ເຊື່ອ​ບໍ​ວ່າ​ຜູ້ຍິງ​ຫຼາຍ​ຄົນ​ບໍ່​ມັກ​ການ​ຈີບ​ແບບ​ຈູ່​ໂຈມ​ໂຕ້ງ​ ໆ​ ເທົ່າໃດ​ ເຜີ ໆ​ ອາດ​ປະຕິເສດ​ທີ່​ຈະ​ສານ​ສຳພັນ​ຕໍ່​ທັງ​ທີ່​ຍັງບໍຄຸຍ​ເລີຍ​ດ້ວຍ​ຊ້ຳ​ ເອົາ​ເປັນ​ວ່າ​ອັນ​ດັບ​ແຮກ​ເຈົ້າ​ຕ້ອງ​ສົ່ງ​ສັນຍາ​ນບາງຢ່າງ​ໃຫ້​ນາງ​ຮູ້​ວ່າ​ເຈົ້າ​ມັກ​ນາງ​ເຊັ່ນ​ ນຽນ​ເປັນ​ເພື່ອນ​ທີ່​ແສນ​ດີ​ກັບ​ຝ່າຍ​ສາວ​ກ່ອນ​ ແຕ່​ສະແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຢ​ຫລາຍ​ເປັນ​ພິເສດ​ ເພື່ອ​ໃອໃຫ້ນາງໃຫ້ນາງຮູ້ເຖິງສັນຍານຮັກຈາກເຈົ້ເລັກນ້ອຍ

  • ສົ່ງ​ສາຍ​ຕາ​ໃຫ້​ນາງ​ເລື້ອຍ​ ໆ​
          ເມື່ອ​ເຈົ້າ​ສອງ​ຄົນ​ຮູ້​ຈັກ​ກັນ​ແລ້ວ​ໃນ​ລະ​ດັບ​ໜຶ່ງ​ ຕໍ່ໄປ​ກໍ​ຄ່ອຍ​ ໆ​ ສົ່ງ​ຊິກ​ໃຫ້​ຝ່າຍ​ສາວ​ຮູ້​ວ່າ​ເຈົ້າ​ປິ໊ງ​ນາງ​ແບບ​ບໍ່​ໂຈ່ງ​ແຈ້ງ​ເທົ່າໃດ​ດ້ວຍ​ການ​ສົ່ງ​ສາຍ​ຕາ​ໃຫ້​ເລື້ອຍ​ ໆ​ ມອງ​ຕາ​ນາງ​ດົນ​ ໆ​ ພ້ອມ​ກັບ​ຮອຍ​ຢິ້ມ​ ແຕ່​ຢ່າ​ນຶກ​ກັບ​ຈ້ອງ​ຊະ​ຈົນ​ນາງ​ຢ້ານ​ແທນ​ທີ່​ຈະ​ຮູ້ສຶກ​ດີ​ເດີ


  • ຢ່າ​ຢອດ​ຄຳ​ຫວານ​ໃສ່ລາວ
          ຫາກໍ່​ຈະເລີ່ມຕົ້ນ​ສານ​ສຳພັນ​ໄດ້​ບໍ່​ເທົ່າໃດ​ ຢ່າ​ໃຈ​ຮ້ອນ​ ດ້ວຍ​ການ​ບອກ​ມັກ​ນາງ​ຫລື​ຢອດ​ຄຳ​ຫວານ​ໃສ່​ນາງ​ເກີນ​ໄປ​ ເພາະ​ສາວ​ ໆ​ ສ່ວນ​ໃຫຍ່​ບໍ່​ມັກ​ຜູ້​ຊາຍ​ມາ​ເຢິ​ ໆ​ ໃສ່​ປະຢັດ​ຄຳ​ເວົ້າ​ໜ້າ​ຮັກ​ ໆ​ ເກັບ​ໄວ້​ໃຊ້​ພາຍ​ຫລັງ​ ແລ້ວ​ລອງ​ເວົ້າ​ຫຍັງ​ໃຫ້​ເບິ່ງຄົມເຄືອໃຫ້​ນາງ​ໄດ້​ສົງ​ໄສຫລິ້ນ​ ໆ​ ດີກວ່າ​

  • ບໍ່​ຕ້ອງ​ເລັ່ງ​ເຄື່ອງ​ຍ່າງ​ໜ້າ​ຣຸກ​ນາງ​ຫຼາຍ
          ນອກ​ຈາກ​ເລື່ອງ​ຄຳ​ເວົ້າ​ຄຳ​ຈາ​ທີ່​ໜຸ່ມ​ ໆ​ ຕ້ອງ​ສະຫງວນໄວ້​ດ້ວຍ​ແລ້ວ​ ການ​ສະແດງ​ອອກ​ຂອງ​ເຈົ້າ​ກໍ​ຄວນ​ຢູ່ໃນ​ຂອບ​ເຂດ​ທີ່​ເໝາະ​ສົມ​ດ້ວຍ​ ເພື່ອ​ບໍ່​ໃຫ້​ຝ່າຍ​ສາວ​ອຶດ​ອັດ​ ເຊັ່ນ​ ພະຍາຍາມ​ຊວນ​ນາງ​ອອກ​ໄປ​ເດດ​ໃຫ້​ໄດ້​ ທັງ​ທີ່​ຝ່າຍ​ສາວ​ອາດ​ຢັງ​ບໍ່​ພ້ອມ​ທີ່​ຈະ​ໄປ​ໃສມາ​ໃສ​ກັບ​ເຈົ້າ​ສອງ​ຕໍ່ສອງຫລື​ຊື້​ນູ້ນ​ຊື້​ນີ້​ມາປະ​ເຄນ​ໃຫ້​ຊະນິດ​ບໍ່​ໄດ້​ຖາມ​ນາງ​ເລຍ​ສັກ​ຄຳ​ວ່າ​ຢາກ​ໄດ້​ຫລື​ບໍ່​ ເປັນ​ຕົ້ນ​
  •  ໃຫ້​ພື້ນ​ທີ່​ສ່ວນ​ຕົວ​ກັບ​ຝ່າຍ​ສາວ​
          ຕໍ່​ໃຫ້​ສາວ​ທີ່​ມັກ​ເປີດ​ໃຈ​ຍອມ​ຄຸຍ​ກັບ​ເຈົ້າ​ແລ້ວ​ ແຕ່​ຢ່າ​ຫາກໍ່​ໄດ້​ໃຈ​ໄປ​ຊຽວ​ແລະ​ຄິດວ່າ​ຕົວ​ເອງ​ເປັນ​ຄົົນທີ່​ມີບົດບາດ​ໃນ​ຊີວິດ​ນາງ​ຫລາຍ​ຂະໜາດ​ນັ້ນ​ ດ້ວຍ​ການ​ເຂົ້າໄປ​ຢຸ່ມ​ຢ່າມ​ເລື່ອງ​ສ່ວນ​ຕົວ​ຫລື​ຕາມ​ຕິດ​ນາງ​ແຈ​ ແທນ​ທີ່​ຝ່າຍ​ຍິງ​ຈະ​ຮູ້ສຶກ​ສະບາຍ​ໃຈ​ທີ່​ໄດ້​ໂອ້ລົມກັບເຈົ້າ​ ບາດ​ນີ້​ຈະ​ກາຍ​ເປັນ​ອຶດ​ອັດ​ແທນ, ເອົາເປັນວ່າໃຫ້ພື້ນທີ່ສ່ວນຕົວກັບ​ນາງ​ຢ່າງ​ເຕັມ​ທີ່​ ບໍ່​ໃຫ້​ນາງ​ຮູ້ສຶກ​ອຶດ​ອັດ​ ແຕ່​ທັງ​ນີ້​ທັງ​ນັ້ນ​ກໍ​ບໍ່​ຄວນ​ຖອຍ​ຫ່າງ​ສຽດ​ນາງ​ຄິດວ່າ​ເຄິດວ່າເຈົ້າເຮັດຕົວເຫີນຫ່າງໄປເລີຍ

  • ຢ່າ​ຖາມ​ຫຍັງ​ທີ່​ເຮັດໃຫ້​ນາງ​ຮູ້ສຶກ​ອຶດ​ອັດ​
          ເປັນ​ທຳມະດາ​ຢູ່​ແລ້ວ​ທີ່​ເຈົ້າ​ຕ້ອງ​ຢາກ​ຮູ້​ເລື່ອງ​ລາວຫລື​ຕົວຕົນ​ຂອງ​ຝ່າຍ​ຍິງໃຫ້​ຫລາຍ​ຂຶ້ນ​ກວ່າຕອນທຳອິດ ທີ່ທີ່ຮູ້ຈັກກັນ ເຈົ້າ​ສາມາດ​ເລີ່ມ​ບົດ​ສົນທະນາ​ດ້ວຍ​ການ​ຖາມ​ໄຖ່​ນຖາມໄຖ່ຄວາມເປັນໄປໃນຊີວິດນາງແບບທົ່ວ ໆ​ ໄປ​ໄດ້​ ເຊັ່ນ​ ເວລາ​ວ່າງ​ມັກ​ເຮັດ​ຫຍັງ​ ມັກ​ໄປ​ທ່ຽວ​ທີ່​ໃດ​ເປັນ​ພິເສດ​ ເລື່ອງ​ຮຽນ​ເລື່ອງ​ງານ​ເປັນ​ແນວໃດ​ດ້ວຍ​ ຫຍັງ​ປະມານ​ນີ້​ ແຕ່​ບໍ່​ແມ່ນ​ຖາມ​ຫຍັງ​ທີ່ນເຮັດໃຫ້ອຶດ​ອັດ​ຈົນ​ບໍ່​ຢາກ​ຄຸຍ​ກັບ​ເຈົ້າ​ ເຊັ່ນ​ ເຄີຍ​ເຄີຍມີແຟນມາແລ້ວຈັກຄົນ​, ເຈົ້າເຈົ້າມັກແອບເບິ່ງຂ້ອຍຢູ່ເລື້ອຍໆຫຼືບໍ, ເຈົ້າເຈົ້າເລີ່ມມັກຂ້ອຍດ້ວຍຫລືຍັງ ແລະ ອື່ນ ໆ​ ຊຶ່ງ​ຄຳ​ຖາມ​ງີ່​ເງົ່າ​ປະມານ​ນີ້​ເປັນ​ຫຍັງ​ທີ່​ຜູ້ຍິງ​ບໍ່​ມັກ​ແບບ​ສຸດ​ ໆ​
  • ເຮັດໃຫ້​ນາງ​ຢິ້ມ​ແລະ​ຫັວ​​ໄດ້​ສະເໝີ​

           
ຜູ້ຍິງ​ທີ່​ໃດ​ກໍ​ມັກ​ຜູ້​ຊາຍ​ອາລົມ​ດີ​ ຢູ່​ດ້ວຍ​ແລ້ວ​ສະບາຍ​ໃຈ​ນຳກັນ​ທັງ​ນັ້ນ​ ແມ່ນ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຕະຫຼົກ​ໂດຍ​ທຳມະຊາດ​ ແຕ່​ເຈົ້າ​ກໍ​ສາມາດ​ເຮັດໃຫ້​ນາງ​ແຮບ​ປີ້​ໄດ້​ດ້ວຍ​ການເຮັດ​ຕົວ​ໃຫ້​ສົດ​ໃສ​ ບໍ່​ໜ້າ​ເບື່ອ​ ຫລື​ເອົາ​ແຕ່​ເຮັດ​ໜ້າ​ບຶ້ງ​ ທີ່​ສຳຄັນ​ເປັນ​ຕົວ​ຂອງ​ຕົວ​ເອງ​ ຢ່າ​ພະຍາຍາມ​ເຟກ​ວ່າ​ເຈົ້າ​ເປັນ​ຄົນ​ລວຍ​ອາລົມ​ຂັນ​ດ້ວຍ​ການ​ພະຍາຍາມ​ຍິງ​ມຸກ​ຕະຫຼົກ​ເລື້ອຍ​ ໆ​ ເພາະ​ນາງ​ຮູ້​ວ່າ​ມັນ​ຜິດ​ທຳມະຊາດ​ນ່ະ​ສິ​

  • ຢ່າ​ເອົາ​ແຕ່​ເວົ້າ​ເລື່ອງ​ຂອງ​ຕົວ​ເອງ​
          ການ​ພະຍາຍາມ​ສ້າງ​ບົດ​ສົນທະນາ​ ບໍ່​ໃຫ້​ມີ​ຊ່ວງ​ເວລາ​ມິດມັນ​ກໍ​ດີ​ຢູ່​ແດ່​ ແຕ່​ຖ້າ​ເວົ້າ​ຫລາຍ​ເກີນ​ໄປ​ ໂດຍ​ສະເພາະ​ເວົ້າ​ແຕ່​ເລື່ອງ​ຂອງ​ຕົວ​ເອງຕົວເອງນີ້ຢິ່ງເຮັດໃຫ້ຜູ້ຍິງທ່ານເບື່ອໄດ້​ ທາງ​ທີ່​ດີ​ຮັບ​ຟັງ​ນາງ​ ປ່ອຍ​ໃຫ້​ອີກ​ຝ່າຍ​ບອກ​ເລົ່າເລື່ອງ​ລາວ​ຂອງ​ຕົວ​ເອງ​ດ້ວຍ​ ແຖມ​ຢັງ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ຮູ້​ຈັກ​ນາງ​ຫລາຍ​ຂຶ້ນ​ອີກ​ຕ່າງ​ຫາກ​
         
ທັງ​ໝົດ​ນີ້​ອາດ​ເປັນພຽງ​ທິບ​ຈີບ​ສາວ​ເບື້ອງ​ຕົ້ນ​ກໍ​ຈິງ​ຢູ່​ ແຕ່​ການ​ຮຽນ​ຮູ້​ທິດສະດີ​ໄວ້​ກ່ອນ​ດ້ວຍ​ກໍ​ບໍ່​ເສຍ​ຫາຍ​ຫຍັງ​ ແຖມນ່າ​ຈະ​ຊ່ວຍ​ຫລຸດ​ຄວາມ​ປະ​ໝາດແລະ​ເພີ່ມ​ຄວາມຫມັ້ນ​ໃຈ​ໃຫ້​ຕົວເຈົ້າ​ເອງ​ໄດ້​ດ້ວຍແນວໃດກໍ​ລອງ​ນຳ​ໄປ​ໃຊ້​ກັບ​ສາວ​ທີ່ຄົບ ຫຼື ຄົນທີ່ແມ່ນສະເປ໊ກວ່າເປັນແນວໃດຮັບຮອງບໍຜິດຫວັງແນ່ນອນ...

cr: kapook.com

No comments:

Post a Comment

Post Top Ad