iPhone 8 Plus ເກີດ​ເຫດ​ລະ​ເບີດ​ຂຶ້ນ​ທີ່​ໄຕ້​ຫວັນ​

Breaking

Post Top Ad

Post Top Ad

Tuesday, October 3, 2017

iPhone 8 Plus ເກີດ​ເຫດ​ລະ​ເບີດ​ຂຶ້ນ​ທີ່​ໄຕ້​ຫວັນ​


    ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ iPhone 8 ແລະ​ iPhone 8 Plus ນັ້ນ​ວາງ​ຈຳ​ໜ່າຍ​ໃນ​ຫຼາຍ​ໆ​ ປະເທດ​ທັ່ວ​ໂລກ​ແລ້ວ​ຕັ້ງ​ແຕ່​ວັນທີ​ 22 ກັນຍາ​ທີ່​ຜ່ານມາ​ ລວມເຖິງ​ທີ່​ໄຕ້​ຫວັນ​ ຊຶ່ງ​ກໍ​ມີ​ຄົົນທີ່​ຊື້​ໄປ​ໃຊ້​ງານ​ແລ້ວລາຍ​ງານ​ວ່າ​ “ພົບ​ບັນຫາ​ສຽງ​ລົບກວນ​ລະຫວ່າງ​ໂທ ແຕ່​ທາງ​ Apple ບອກ​ວ່າ​ຈະ​ອອກ​ Software ມາ​ອັບ​ເດດ​ແກ້​ໄຂ​ບັນຫາ​ໃຫ້​ ແລະ​ ກໍ​ເບິ່ງ​ເໝືອນ​ບໍ່​ມີ​ບັນຫາ​ອື່ນ​ໃດ​,ຈົນກະທັ້ງ​ສື່​ໄຕ້​ຫວັນ​ຣາຍ​ງານ​ວ່າ​
ມີ​ຊາວ​ຊາວ​ໄຕ້​ຫວັນ​ຊື້​ iPhone 8 Plus ຂະໜາດ​ 64 GB ໃນ​ວັນທີ​ 23 ຊຶ່ງ​ໃຊ້​ງານ​ໄດ້​ດີ​ຈົນກະທັ້ງ​ເມື່ອ​ທ່ຽງ​ມື້​ອັງ​ຄານ​ທີ່​ຜ່ານມາ​ເກີດ​ຣະ​ເບີດ​ຂຶ້ນ​ຂະນະ​ສາກ.ໂດຍ​ຂະນະ​ທີ່​ເກີດ​ເຫດ​ມີ​ແບດ​ເຕີ​ຣີ່​ຢູ່​ 70% ແລະ​ໃຊ້​ທີ່ສາກຂອງ​ແທ້​ ໂດຍ​ລະ​ເບີດ​ພາຍ​ໃນ​ 3 ນາ​ທີ​ ແລະ​ ຈາກ​ພາບ​ຄື​ສະພາບ​ຫຼັງ​ເກີດ​ເຫດ​.

ຊາວ​ຜູ້​ເຄາະ​ຮ້າຍ​ເລົ່າ​ວ່າຕົນ​ໃຊ້​ iPhone ມາ​ຕັ້ງ​ແຕ່​ iPhone 4 ແຕ່​ກໍ​ບໍ່​ເຄີຍພົບ​ເຈີ​ບັນຫາ​ແບບ​ນີ້​ມາ​ກ່ອນ,ໃນ​ຂະນະ​ທີ່​ສື່​ໄຕ້​ຫວັນ​ລາຍ​ງານ​ວ່າ​ iPhone 8 Plus ເຄື່ອງ​ດັ່ງ​ກ່າວ​ຖືກ​ສົ່ງ​ໄປ​ກວດ​ສອບ​ທີ່​ໂຮງ​ງານ​ແລ້ວ​.

ອ້າງ​ອິງ​: GizmoChina

No comments:

Post a Comment

Post Top Ad