ຕົ້ນໄມ້ມະຫັດສະຈັນ ຊ່ວຍຮັກສາໂລກກວ່າ 300 ຊະນິດ

Post Top Ad

Post Top Ad

Thursday, October 12, 2017

ຕົ້ນໄມ້ມະຫັດສະຈັນ ຊ່ວຍຮັກສາໂລກກວ່າ 300 ຊະນິດ

.com/blogger_img_proxy/
        ຜັກອີ່ຫຸ່ມ ໄດ້ຮັບການຍົກຍ້ອງວ່າເປັນ ຕົ້ນໄມ້ມະຫັດສະຈັນ ເພາະມັນເປັນແຫຼ່ງລວມຂອງໄຂມັນ ໂປຼຮຕິນ ແລະ ໂຮທີນອຍ,ວິຕາມິນຊີ,ເຫຼັກ,ໂພແທັກຊຽມ ແລະ ສານອາຫານອື່ນໆ ອີກຫຼາກຫຼາຍ. ດອກ, ຮາກ, ໃບ ແລະ ເປືອກຂອງມັນນຳມາໃຊ້ເປັນອາຫານເສີມ ແລະ ໃຊ້ເປັນຜະລິດຕະພັນເພື່ອຄວາມງາມ ເຊັ່ນ ນ້ຳມັນບຳລຸງຜິວ ແລະ ນ້ຳຫອມ...

        ຜັກອີ່ຫຸ່ມ ມີປະສິດທິພາບຫຼາຍ ແລະ ມີຄຸນສົມບັດເປັນຢາໄດ້ຢ່າງບໍ່ໜ້າເຊື່ອ ສານປະສົມທີ່ພົບໃນຜັກອີ່ຫຸ່ມໄດ້ສະແດງໃຫ້ເຫັນແລ້ວວ່າມີປະໂຫຍດຫຼາກຫຼາຍເຊັ່ນ: ໃຊ້ໃນການຕໍ່ສູ້ກັບໂລກຫຼອດເລືອດຫົວໃຈ, ຊ່ວຍເສີມລະບົບພູມຄຸ້ມກັນຂອງຮ່າງກາຍ ແລະ ຕ້ານເຊື້ອໄວຮັສ,ແບັກທີເຣຍ,ຕ້ານອະນຸມູນອິດສະຫຼະ ແລະ ຢຸດຢັ່ງເນື້ອງອກອີກດ້ວຍ

ລາຍລະອຽດຕ່າງໆ ກ່ຽວກັບຜັກອີ່ຫຸ່ມທີ່ມີປະໂຫຍດຕໍ່ສຸຂະພາບຫຼາກຫຼາຍດັ່ງນີ້:

  1.  ຜັກອີ່ຫຸ່ມ ອຸດົມໄປດ້ວຍໄຟເບີ ມັນຊ່ວຍເຮັດຄວາມສະອາດລຳໄສ້ຂອງເຈົ້າ ແລະ ກຳຈັດຂອງເສຍສ່ວນເກີນຫຼັງຈາກຮັບປະທານອາຫານທີ່ມີໄຂມັນ
  2. ມັນເປັນຢາປະຕິຊີວະນະທີ່ມີປະສິດທິພາບສູງໃນການກຳຈັດແບັກທີເຣຍທີ່ກໍ່ໃຫ້ເກີດໂລກກະເພາະ ແຜໃນກະເພາະອາຫານ ແລະ ໂລກ ມະເຮັງ
  3. ເມັດຂອງມັນຊ່ວຍບຳລຸງຊ່ວຍບຳລຸງຮ່າງກາຍໄດ້ຢ່າງມີປະສິດທິພາບ ແລະ ຍັງນິຍົມນຳມາສັງເຄາະໃຊ້ກັນຢູ່ທຸກມື້ນີ້
  4. ໃບຜັກອີ່ຫຸ່ມ ອຸດົມໄປດ້ວຍວິຕາມິນ ແຮ່ທາດ ກົດອະມິໂນທີ່ຈຳເປັນ ແລະ ສ່ວນປະສົມອື່ນໆ ອີກຫຼາດຫຼາຍ ໃນໃນຜັກອີ່ຫຸ່ມແຫ້ງ 100 ກຣາມ
    - ໂປຼຮຕິນຫຼາຍກວ່າໃນໂຢເກິດ 9 ເທົ່າ
    - ມີວິຕາມິນຫຼາຍຂຶ້ນກວ່າໃນຫົວກາລົດ 10 ເທົ່າ
    - ມີໂພແທັກຊຽມຫຼາຍກວ່າກ້ວຍເຖີງ 15 ເທົ່າ
    - ມີແຄລຊຽມຫຼາຍກວ່ານົມເຖີງ 17 ເທົ່າ
    - ມີວິຕາມິນຊີຫຼາຍກວ່າໃນໝາກກ້ຽງ 12 ເທົ່າ
    - ມີເຫຼັກຫຼາຍກວ່າໃນຜັກຂົມເຖີງ 25 ເທົ່າ
  5. ກົດຄໍໂຮຈີນິກ ໃນໃບຜັກອີ່ຫຸ່ມຊ່ວຍຊະລໍກະບວນການດູດຊື່ມຂອງນ້ຳຕານໃນເຊວ
  6. ຜັກອີ່ຫຸ່ມຊ່ວຍປ້ອງກັນໂລກມະເຮັງ ຊື່ງເປັນຜົນມາຈາກການປະກົດຕົວຂອງສານປະກອບທີ່ເອີ້ນວ່າ ໄນອາຊິໄມຊິນ(niazinmicin)
  7. ຊ່ວຍຄວບຄຸມການເຮັດວຽກຂອງຕ່ອມໄທຮອຍ ລວມເຖີງການກະຕຸ້ນການເຮັດວຽກຂອງຕ່ອມໄທຮອຍ


ທີ່ມາ: kidork.com

Post Top Ad