ໝາກແຄ້ງ ຜັກສະໝຸນໄພທາງຢາ ກິນເລື້ອຍໆມີໂອກາດຫາຍດີຈາກ 4 ພະຍາດຮ້າຍ

Breaking

Post Top Ad

Post Top Ad

Sunday, October 8, 2017

ໝາກແຄ້ງ ຜັກສະໝຸນໄພທາງຢາ ກິນເລື້ອຍໆມີໂອກາດຫາຍດີຈາກ 4 ພະຍາດຮ້າຍ

ໝາກແຄ້ງ
ໝາກແຄ້ງ ພືດຜັກພື້ນບ້ານຂອງຄົນລາວ ທີ່ມັກນິຍົມນຳມາປະກອບອາຫານເຊັ່ນ: ໃສ່ໃນແກງຕ່າງໆ ແຕ່ເຄີຍຮູ້ຫລືບໍ່ວ່າ ໝາກແຄ້ງໜ່ວຍນ້ອຍໆ ນີ້ມີປະໂຫຍດຢ່າງມະຫາສານເຊິ່ງມີງານວິໄຈອອກມາແລ້ວວ່າ ສາມາດນຳມາປິ່ນປົວພະຍາດໄດ້ອີກດ້ວຍ
ເນື່ອງຈາກໝາກແຄ້ງຊ່ວຍຫລຸດລະດັບນ້ຳຕານໃນເລືອດຂອງຜູ້ປ່ວຍເບົາຫວານ ມີລິດຊ່ວຍຫລຸດອະນຸມູນອິດສະຫລະ ມີເສັ້ນໃຍທີ່ຊ່ວຍດູດຊຶມໄຂມັນສ່ວນເກີນໄດ້ດີ ເຮັດໃຫ້ໝາກແຄ້ງສາມາດປິ່ນປົວພະຍາດທັງ 4 ພະຍາດນີ້ໄດ້
1.   ພະຍາດກະເພາະ ໂດຍມີລິດຕ້ານການເກີດບາດແຜໃນກະເພາະອາຫານທີ່ເກີດຈາກການໃຊ້ຢາ, ທາດເຫຼົ້າ ແລະ ຄວາມຄຽດ ແລະ ໝາກແຄ້ງຍັງສາມາດຊ່ວຍຮັກສາບາດແຜໃນກະເພາະອາຫານໄດ້ອີກດ້ວຍ
2.   ພະຍາດເບົາຫວານ ເພາະສານເພກຕິນໃນໝາກແຄ້ງ ຊ່ວຍຄວບຄຸມລະດັບນ້ຳຕານໃນຜູ້ປ່ວຍພະຍາດເບົາຫວານ ໂດຍສານນີ້ຈະມີຫນ້າທີ່ຊ່ວຍເຄືອບຜິວໃນລຳໄສ້ ເຮັດໃຫ້ອາຫານເຄື່ອນໂຕຜ່ານລຳໄສ້ໄດ້ຊ້າ ຈຶ່ງຊ່ວຍດູດຊຶມແປ້ງ ແລະ ນ້ຳຕານທີ່ຍ່ອຍແລ້ວໄດ້ຊ້າລົງ ເຮັດໃຫ້ລະດັບຂອງນ້ຳຕານໃນເລືອດຄົງທີ່
3.   ພະຍາດໄຂມັນອຸດຕັນໃນເສັ້ນເລືອດ ໝາກແຄ້ງມີກຸ່ມສານທໍຣ໌ໂວໄຊດ໌ ເຊິ່ງຊ່ວຍຫລຸດະດັບຄໍເລດເຕີຣອນໃນກະແສເລືອດໄດ້ ລວມທັງຢັບຢັ້ງການດູດຊຶມກັບຂອງຄໍເລດເຕີ ຣອນໃນລຳໄສ້ ຈຶ່ງອາດຊ່ວຍປ້ອງກັນພະຍາດໄຂມັນອຸດຕັນໃນເສັ້ນເລືອດໄດ້ອີກທາງໜຶ່ງ
4.   ພະຍາດຂາດສານອາຫານ ໝ!ກແຄ້ງມີສານຈຳພວກໄຟໂຕນິວທຽນ ທີ່ຈະຊ່ວຍໃຫ້ຜູ້ທີ່ເປັນພະຍາດຂາດສານອາຫານ ກັບມາເປັນປົກກະຕິ ແລະ ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ

ຂໍ້ມູນເຫຼົ່ານີ້ຈຶ່ງເປັນເຫດຜົນທີ່ວ່າ ຄວນກິນໝາກແຄ້ງໃຫ້ຫລາຍຂຶ້ນ ເພາະມັນເປັນຜັກທີ່ໃຫ້ປະ ໂຫຍດຢ່າງມະຫາສານ  ຫາກໃຜທີ່ບໍ່ມັກລອງກັບມາຄິດໃໝ່ ອາດເລີ່ມຈາກກິນໃນແກງກ່ອນກໍໄດ້ ແຕ່ແນວໃດເຮົາກໍຂໍແນະນຳວ່າໃຫ້ທ່ານກິນສາ ມັນດີແທ້ໆ 

cr: kidork.com

No comments:

Post a Comment

Post Top Ad