ຕົ້ນຂີ້ນາກ ບໍ່ພຽງແຕ່ນຳມາໃຊ້ໃນການຫ້າມເລືອດຢ່າງດຽວ

Breaking

Post Top Ad

Post Top Ad

Sunday, October 8, 2017

ຕົ້ນຂີ້ນາກ ບໍ່ພຽງແຕ່ນຳມາໃຊ້ໃນການຫ້າມເລືອດຢ່າງດຽວ

ຕົ້ນຂີ້ນາກ

ຕົ້ນຂີ້ນາກ ບໍ່ພຽງແຕ່ນຳມາໃຊ້ໃນການຫ້າມເລືອດຢ່າງດຽວ ແຕ່ມັນຍັງຮັກສາໂລກນີ້ໄດ້ອີກດ້ວຍ
ເຮົາມາຕິດຕາມກັນຕໍ່ໄປ ເທື່ອນີ້ກໍ່ຈະນຳສະເໜີຄວາມມະຫັດສະຈັນຂອງພືດອີກຊະນິດໜຶ່ງທີ່ມີຊື່ວ່າ ຕົ້ນຂີ້ນາກ ນີ້ແຫຼະ

ຕົ້ນຂີ້ນາກ ຫຼື  CHROMOLAENA ODORATA (LINN.) KING ET ROBINS. (EUPATORIUM ODORATUM LINN.) ຢູ່ໃນວົງ ASTERACEAE ມີຂຶ້ນຕາມພື້ນພຽງທົ່ວໄປ ເປັນໄມ້ລົ້ມລຸກ ອາຍຸປີດຽວ ນະຍົມປູກສະເພາະຕາມສວນສະໝຸນໄພເທົ່ານັ້ນ

ໃບ ຕຳປະສົມປູນພອກຫ້າມເລືອດ ຕຳປິດແຜ ເປັນຢາສະໝານແຜ ຕົ້ນມີກິ່ນແຮງໃຊ້ເຮັດຢາຂ້າແມງໄມ້ ຖ້າໃຊ້ໃນປະລິມານນ້ອຍເປັນນ້ຳຫອມໄດ້

ຮາກ ປະສົມຮາກໝາກນາວ ຮາກຢານາງຕົ້ມນ້ຳດື່ມແກ້ໄຂ້ປ່າໄດ້ ໃບ ຕຳປະສົມເກືອປົ່ນເລັກໜ້ອຍພອກແຜຫ້າມເລືອດ ໃບແລະດອກ ຕຳບີບທາຫ້າມເລືອດ ສານ 4,5,6,7 TETRAMETHOXYFLAVONE ແລະ ແຄລຊຽມທີ່ພົບໃນໃບເຮັດໃຫ້ເລືອດແຂົງຕົວໄດ້ໄວສານສະກັດຈາກກິ່ງ ແລະ ໃບດ້ວຍຄໍໂຮຟອມ ແລະ ອະຊີໂຕນ ມີຜົນຢັບຢັ້ງການຈະເລນເຕີບໃຫຍ່ຂອງເຊື້ອແບັກທີເຣຍ STAPHYLOCOCCUS AUREUS ແລະ BACILLUS SUBTILIS ຊື່ງເຮັດໃຫ້ເກີດໜອງ

ສ່ວນໃຜທີ່ເພີ່ງຮູ້ຕົວເອງວ່າມີອາການຂອງໄຕໄດ້ດີ ຫຼື ເລີ່ມເຂົ້າສູ່ການເປັນໂລກໄ້ຂັ້ນທຳອິດທີ່ຍັງບໍ່ຮຸ່ນແຮງ ໃນທາງສະໝຸນໄພຍັງພໍຊ່ວຍໄດ້ ໂດຍໃຫ້ເອົາ ຕົ້ນຂີ້ນາກ ບໍ່ລວມຮາກ ຫັ່ນເປັນຊີ້ນນ້ອຍໆ ຕາກແຫ້ງ ນຳໄປຄົ່ວໄຟອ່ອນໆ ຈົນໃຫ້ມີກິ່ນຫອມຂຶ້ນດັງ ຜື່ງໄວ້ໃຫ້ມັນເຢັນແລ້ວຊົງກັບນ້ຳຮ້ອນດື່ມເປັນນ້ຳຊາ 3 ເວລາ ເຊົ້າ ບ່າຍ ແລະ ຕອນແລງ ເທື່ອລະ 1 ແກ້ວ ຊົງດື່ມທຸກມື້ ຈະຊ່ວຍໃຫ້ອາການຂອງໂລກໄຕຂັ້ນທຳອິດຄ່ອຍໆ ດີຂຶ້ນຫຼືອາດເຊົາໄດ້

Credit: kidork.com

No comments:

Post a Comment

Post Top Ad