ຜິວຂາວຂຶ້ນໄດ້ຢ່າງວ່ອງໄວພຽງໃຊ້ຫວ່ານຫາງແຂ້

Breaking

Post Top Ad

Post Top Ad

Sunday, October 8, 2017

ຜິວຂາວຂຶ້ນໄດ້ຢ່າງວ່ອງໄວພຽງໃຊ້ຫວ່ານຫາງແຂ້


ພຽງໃຊ້ຫວ່ານຫາງແຂ້ກັບສິ່ງນີ້ ກໍ່ຊ່ວຍເຮັດໃຫ້ຜິວຂາວຂຶ້ນໆ ໄດ້ຢ່າງວ່ອງໄວ
ປະຈຸບັນມີຜູ້ຄົນຈຳນວນຫຼາຍຄິດໜັກເລື່ອງຄວາມຈິງທີ່ເວົ້າວ່າ ເຮົາຕ້ອງໝັ່ນເບິ່ງແຍງຮັກສາຜິວພັນຂອງເຮົາໃຫ້ຫຼາຍຂຶ້ນ ທຸກຄົນຮູ້ວ່າຜະລິດຕະພັນທີ່ມີຂາຍຕາມທ້ອງຕະຫຼາດບໍ່ໄດ້ດີພໍໃນແບບທີ່ໂຄສະນາໄວ້
ອີກທັ້ງຍັງມີອັນຕະລາຍແລະສົ່ງຜົນຂ້າງຄຽງຕໍ່ເຮົາອີກດ້ວຍ ໂຊກດີທີ່ຕອນນີ້ເຮົາບໍ່ຕ້ອງກັງວົນອີກຕໍ່ໄປ ເພາະໃນບົດຄວາມນີ້ເຮົາຈພນຳສະເໜີວີທີ່ການຮັກສາດ້ວຍທຳມະຊາດທີ່ດີທີ່ສຸດ ແລະ ຍັງມີປະສິດທິພາບຫຼາຍໃນການຮັກສາປັນຫາຜິວໂດຍປາສະຈາກຜົນຂ້າງຄຽງໃດໆ ກັບເຈົ້າ
ຫວ່ານຫາງແຂ້ ເປັນສ່ວນປະສົມຫຼັກໃນການແກ້ໄຂ້ປັນຫານີ້ ເຮົາຮູ້ດີວ່າພືດຊະນິດນີ້ໃຫ້ຄວາມຊຸ່ມຊື່ນກັບຜິວ ແລະ ມັນຍັງສາມາດໃຊ້ຮັກສາປັນຫາຜິວຕ່າງໆ ໄດ້ຢ່າງຫຼາກຫຼາຍເພາະມັນອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ອີກທັ້ງມັນຈະຊ່ວຍເຮັດໃຫ້ຜິວຂອງເຈົ້າຂາວໃສຢ່າງເປັນທຳມະຊາດຫຼາຍທີ່ສຸດ
ວິທີການໃຊ້ຫວ່ານຫາງແຂ້ໃຫ້ຜິວຂາວ
1.   ຫວ່ານຫາງແຂ້ກັບນ້ຳຕານ ຮ້ານເສີມສວຍທົ່ວໄປນິຍົມສະຄັບຜິວດ້ວຍນ້ຳຕານ ເພື່ອຂັດເຊລຜິວເກົ່າໃຫ້ຫຼຸດອອກໄປ ແລະ ເຜີຍຜິວໃໝ່ທີ່ນຽນໃສຂຶ້ນ ແນວໃດກໍ່ຕາມມັນກໍ່ຍັງສ້າງປັນຫາໃຫ້ກັບຜິວເພາະພວກມັນມີສານເຄມີປະປົນຢູ່ ຂ່າວດີກໍ່ຄືເຈົ້າສາມາດສະຄັບຜິວເຈົ້າເອງທັ້ງໝົດທີ່ເຈົ້າຕ້ອງເຮັດຄືການປະສົມນ້ຳຕານ 2 ບ່ວງໂຕະກັບເຈວຫວ່ານຫາງແຂ້ ແລະ ນຳມາທາບໍລິເວນຜິວທີ່ມີປັນຫາ
2.   ຫວ່ານຫາງແຂ້ກັບໝາກຮຸງ ຜະລິດຕະພັນຫຼາຍຊະນິດຈະມີເນື້ອໝາກຮຸງຢູ່ໃນສ່ວນປະສົມ ເພາະມັນມີຄຸນສົມບັດຊ່ວຍເຮັດໃຫ້ຜິວອ່ອນເຍົາ ແຕ່ທີ່ເຮົາໄດ້ກ່າວມາແລ້ວວ່າຜະລິດຕະພັນທີ່ວາງຂາຍຢູ່ຕາມຮ້ານຄ້າມັກມີສານເຄມີປະປົນຢູ່ເປັນຈຳນວນຫຼາຍ ດັ່ງນັ້ນເຈົ້າຈື່ງຄວນເຮັດໃຫ້ມັນດ້ວຍຕົວເອງ ພຽງເຈົ້າພຽງນຳເນື້ອໝາກຮຸງມາປະສົມກັບເຈວຫວ່ານຫາງແຂ້ ແລະ ນຳໄປພອກຖິ້ມໄວ້ເທິ່ງໃບໜ້າປະມານເຄີ່ງຊົ່ວໂມງ ແລະ ລ້າງອອກໃຫ້ສະອາດ ຮັບຮອງວ່າຜົນລັບທີ່ອອກມາຈະສ້າງຄວາມປະຫຼາດໃຈໃຫ້ກັບເຈົ້າ
3.   ຫວ່ານຫາງແຂ້ປະສົມກັບນ້ຳເຜີ້ງ ເພື່ອໃຫ້ຜິວຂອງເຈົ້າຊຸ່ມຊື້ນ ແລະ ສົດໃສ ເຈົ້ຄວນປະສົມນ້ຳເຜີ້ງແລະນົມໄປພ້ອມກັບເຈວຫວ່ານຫາງແຂ້ໃນສ່ວນປະສົມທີ່ເທົ່າກັນ ຈາກນັ້ນນຳມາທາໄວ້ເທີ່ງໃບໜ້າຂອງເຈົ້າ ພອກຖິ້ມໄວ້ເປັນເວລາ 20 ນາທີແລ້ວລ້າງອອກ

4.   ຫວ່ານຫາງແຂ້ກັບນົມ ການນຳຫວ່ານແຂ້ກັບນົມມາປະສົມກັນ ແລະ ທາເປັນຄຮີມບາງໆ ພອກຖິ້ມໄວ້ເທີ່ງໃບໜ້າຂອງເຈົ້າ ມັນຈະໃຫ້ຜົນລັບທີ່ອັດສະຈັນກັບເຈົ້າ

cr: kidork.com

No comments:

Post a Comment

Post Top Ad