ຫຼຸດໄຂມັນໃນເລືອດ ແລະ ຮັກສາສິວ ດ້ວຍຫອມບົ່ວແດງ

Breaking

Post Top Ad

Post Top Ad

Sunday, October 8, 2017

ຫຼຸດໄຂມັນໃນເລືອດ ແລະ ຮັກສາສິວ ດ້ວຍຫອມບົ່ວແດງ


ຫົວຜັກບົ່ວແດງມີສັບພະຄຸນທາງຢາມີລິດເປັນສານຕ້ານອະນຸມູນອິດສະຫຼະຫາກບໍລິໂພກຫອມບົ່ວແດງເປັນປະຈຳຈື່ງສາມາດຫຼຸດລະດັບຄໍເລດເຕີຣໍ ແລະຊ່ວຍໃຫ້ການໄຫຼວຽນຂອງເລືອດດີຂື້ນຫຼຸດໄຂມັນໃນເສັ້ນເລືອດ ທີ່ເປັນສາເຫດຂອງໂລກຄວາມດັນເລືອດສູງແລະໂລກຫົວໃຈ ສານໃນຫົວຜັກບົ່ວແດງມີຄຸນນະສົມບັດຕ້ານຫຼືຢຸດການຈະເລີນເຕີບໂຕຂອງຈຸລິນຊີແລະແບ໋ດທີເຣຍອີກນຳ
ວິທີໃຊ້ຫົວຜັກບົ່ວແດງຕາມແບບບູຮານ.
  • ໃຊ້ຫົວຜັກບົ່ວແດງແກ້ຫວັດໂດຍນຳມາຕຳ,ແລ້ວເອົາມາວາງເທິງຫົວຊ່ວຍຫຼຸດອາການຂັດຮູດັງແກ້ໄຂ້ເໝາະໃຊ້ກັບເດັກນ້ອຍຫາກະເກີດ
  • ນຳຫົວຜັກບົ່ວສົດ15-30ກຼາມຕົ້ມກິນ ເພາະນໍ້າແກ້ອາການທ້ອງອືດປຸ້ນທ້ອງຂັບລົມ
  • ນຳຫົວຜັກບົ່ວມາດົມເວລາເປັນລົມເປັນຢາບຳລຸງຫົວໃຈ
  • ນຳຫົວຜັກບົ່ວມາຂາງໄຟຫຼືຝານບາງໆໃຊ້ຟອກບາດຫຼືສິວຫຼຸດອາການ ອັກເສບແກ້ບວມຊ້ຳເຮັດໃຫ້ຮ່າງກາຍອົບອຸ່ນຂັບເຫື່ອ
  • ນຳມາຮັກສາສິວຮອຍດ່າງດຳໄດ້ດ້ວຍວິທີນຳຫົວຜັກບົ່ວແດງທີ່ລ້າງສະ ອາດແລ້ວມາຝານໃຫ້ເປັນຕ່ອນບາງໆໃຊ້ທາຫຼືແປະໄວ້ທີ່ບໍລິເວນທີ່ເປັນສິວ,ຝ້າ,ຫຼືຈຸດດ່າງດຳທາປະໄວ້ປະມານ 10 ນາທີແລ້ວລ້າງອອກເຮັດແບບນີ້ທຸກມື້ປະມານ1ອາທິດສິວ,ຝ້າຫຼືຈຸດດ່າງດຳຈະຈາງລົງ
ສ່ວນຂໍ້ຄວນລະວັງໃນການໃຊ້ປະໂຫຍດຈາກຫົວຜັກບົ່ວແດງຄືມັນຈະມີສານກຳມະຖັນເຊີ່ງຈະເຮັດໃຫ້ແສບຕາ,ແສບດັງແລະເຮັດໃຫ້ຜິວໜັງມີການແພ້ປວດແສບຮ້ອນຈື່ງບໍ່ຄວນທາບໍລິເວນຈຸດທີ່ໃກ້ຄຽງກັບບ່ອນທີ່ກ່າວມາ



cr: kidork.com

No comments:

Post a Comment

Post Top Ad