​ໃຊ້​ເຈ້ຍທິດຊູ​​ມີ​ສີ ​ແລະ ​ກິ່ນ​ຫອມ​ເລື້ອຍໆ​ ສ່ຽງ​ເປັນ​ມະ​ເຮັງ​ປາກ​ມົດລູກ​ຫຼາຍ​ທີ່ສຸດ​

Breaking

Post Top Ad

Post Top Ad

Sunday, October 8, 2017

​ໃຊ້​ເຈ້ຍທິດຊູ​​ມີ​ສີ ​ແລະ ​ກິ່ນ​ຫອມ​ເລື້ອຍໆ​ ສ່ຽງ​ເປັນ​ມະ​ເຮັງ​ປາກ​ມົດລູກ​ຫຼາຍ​ທີ່ສຸດ​


ຊົມພູ ເຫຼືອງ ຟ້າ ທີ່ມາພ້ອມກັບກິ່ນລາເວນເດີ ກຸຫຼາບ ມະລິ ໃນປະຈຸບັນ ເຈ້ຍທິດຊູມີແທບທຸກສີໃຫ້ເຫັນ ແລະ ກິ່ນຂອງມັນກໍຫອມເຫຼືອເກີນ ແຕ່ມີຄົນພຽງສ່ວນນ້ອຍເທົ່ານັ້ນທີ່ຮູ້ວ່າຄວນຫຼີກລ້ຽງ ແລະ ຫ້າມໃຊ້ເຈ້ຍທິດຊູປະເພດນີ້ ເຈົ້າຮູ້ຫຼືບໍ່ວ່າເປັນຫຍັງໃນປີ 1987 ອົງການອາຫານ ແລະ ຢາແຫ່ງສະຫະລັດອາເມຣິກາ

ປະກາດຫ້າມໃຊ້ເຈ້ຍທິດຊູທີ່ມີສີ ແລະ ກິ່ນໃນອຸດສາຫະກຳຢາ ຫຼັງຈາກຜົນການທົດສອບໃນສັດພົບວ່າມີອັດຕາການເກີດເນື້ອງອກຊະນິດດຽວກັນເພີ່ມຂຶ້ນ ເຖິງວ່າເທັກໂນໂລຍີໃນປະຈຸບັນຈະທັນສະໄໝ ແລະ ປ່ຽນໄປຈາກເມື່ອກ່ອນຫຼາຍ ແຕ່ຄວາມກັງວົນກ່ຽວກັບການໃຊ້ເຈ້ຍທິດຊູທີ່ມີສີ ແລະ ກິ່ນຫອມກໍຍັງຄົງມີຢູ່

ການປະສົມສານເຄມີລົງໄປ ຄືສີ ນ້ຳຢາຟອກຂາວ ແລະ ການຕື່ມກິ່ນຫຼາກຫຼາຍລົງໃນເຈ້ຍທິດຊູ ເປັນອັນຕະລາຍຕໍ່ຮ່າງກາຍມະນຸດ ແລະ ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ

ການຕິດເຊື້ອໃນທໍ່ຍ່ຽວ
ເຈ້ຍທິດຊູສີເຮັດໃຫ້ບໍລິເວນຊ່ອງຄອດເກີດອາການລະຄາຍເຄືອງໄດ້ຫຼາຍ ດັ່ງນັ້ນການໃຊ້ມັນເປັນປະຈຳຈຶ່ງເປັນສາເຫດໃຫ້ເກີດການຕິດເຊື້ອໃນທໍ່ຍ່ຽວ

ມະເຮັງປາກມົດລູກ
ມີການສັນນິຖານວ່າສີຂອງເຈ້ຍທິດຊູສົ່ງຜົນກະທົບໂດຍກົງຕໍ່ລະບົບສືບພັນຂອງເພດຍິງ ແລະ ສາມາດເພີ່ມໂອກາດການເກີດມະເຮັງປາກມົດລູກດ້ວຍ

ບັນຫາກ່ຽວກັບລຳໄສ້
ການໃຊ້ເຈ້ຍທິດຊູ ທີ່ເປັນສີ ແລະ ມີນ້ຳຫອມເປັນເຫດໃຫ້ເກີດການອັກເສບແລະ ມີອາການຄັນໃນບໍລິເວນທະວານຫນັກ ການສັງເກດເບິ່ງຂີ້ຂອງຕົວເອງເປັນບາງຄາວຖືເປັນຄວາມເຄີຍຊິນທີ່ດີ ເພາະເຈົ້າຈະສັງເກດເຫັນການປ່ຽນແປງໄດ້ຢ່າງທັນທີ ຫາກມີອາການຜິດປົກກະຕິເກີດຂຶ້ນ ເຊັ່ນ ມີເລືອດປະປົນໃນຂີ້ ເມື່ອໃຊ້ເຈ້ຍທິດຊູຊຳ ເຮົາແທບຈະບໍ່ສັງເກດເຫັນຄວາມປ່ຽນແປງໃນຂີ້ເລີຍ
ໂດຍສະເພາະຢ່າງຍິ່ງຖ້າເຈ້ຍທິດຊູມີລວດລາຍຫຼືສີເປັນສີແດງ ເພາະເມື່ອມັນປຽກນ້ຳ ກໍເບິ່ງຄືວ່າມີຮອຍເລືອດຕິດຢູ່ ໃນຄວາມເປັນຈິງ ຮ່ອງຮອຍດັ່ງກ່າວເປັນສັນຍານຂອງພະຍາດມະເຮັງລຳໄສ້ໃຫຍ່ທີ່ບພົບເຫັນໄດ້ຫຼາຍທີ່ສຸດ ແລະການໃຊ້ເຈ້ຍທິດຊູສີແດງກໍເປັນການກີດກັ້ນບໍ່ໃຫ້ເຈົ້າສັງເກດເຖິງພະຍາດນີ້ໄດ້
ພະຍາດເຊື້ອລາ
ໜຶ່ງໃນຄຳຖາມທີ່ໝໍຈະຖາມຜູ້ຍິງທີ່ເປັນພະຍາດເຊື້ອລາເລື້ອຍໆຄື ພວກເຂົາໄດ້ໃຊ້ເຈ້ຍທິດຊູທີ່ມີສີຫຼືປະສົມນ້ຳຫອມຫຼືບໍ່ ເພາະໃນຄວາມເປັນຈິງ ຜູ້ຊ່ຽວຊານໄດ້ຄົ້ນພົບຄວາມເຊື່ອມໂຍງລະຫວ່າງການຕິດເຊື້ອນີ້ກັບເຈ້ຍທິດຊູສີ ສະພາບແວດລ້ອມທີ່ດີຕໍ່ສຸຂະພາບ
ການໃສ່ສີ ແລະ ນ້ຳຫອມລົງໃນເຈ້ຍທິດຊູເປັນການເພີ່ມມົນລະພິດໃນສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ການໃຊ້ເຈ້ຍທິດຊູສີຂາວ ຫຼື ເຈ້ຍທິດຊູທີ່ບໍ່ໃຊ້ນ້ຳຢາຟອກຂາວຖືເປັນພຽງກ້າວນ້ອຍໆ ເພາະກ້າວທີ່ຍິ່ງໃຫຍ່ກວ່ານັ້ນຄືການອະນຸລັກສິ່ງແວດລ້ອມ ແນວໃດກໍ່ຕາມ ບໍ່ແມ່ນວ່າເຈ້ຍທິດຊູສີຂາວຈະປອດໄພສະເໝີໄປ

ຫຼາຍຄົນບໍ່ຮູ້ເລື່ອງນີ້ ແຕ່ເຈ້ຍທິດຊູສີຂາວສາມາດເປັນອັນຕະລາຍຕໍ່ຮ່າງກາຍໄດ້ເຊັ່ນກັນ ຜູ້ຜະລິດບາງສ່ວນໃຊ້ຄໍຣີນໃນການຜະລິດເຈ້ຍທິດຊູຟອກສີຂາວ ຄໍຣີນຂັບສານພິດອັນຕະລາຍທີ່ອາດເຮັດໃຫ້ເກີດບັນຫາສຸຂະພາບອອກມາຫຼວຫຼາຍ ດັ່ງນັ້ນເມື່ອເຈົ້າຊື້ເຈ້ຍທິດຊູກໍຄວນອ່ານສ່ວນປະກອບທີ່ລະບຸໄວ້ເທິງຜະລິດຕະພັນໃຫ້ລະອຽດສະເໝີ ຫາກເຈົ້າເຫັນວ່າມີຄໍຣີນປະປົນຢູ່ດ້ວຍ ເຈົ້າກໍຄວນໄປຫາຊື້ເຈ້ຍທິດຊູຢີ່ຫໍ້ອື່ນທີ່ບໍ່ໃຊ້ສານເຄມີແທນ

No comments:

Post a Comment

Post Top Ad