ໃບສີດາສາມາດ​ຢຸດ​ຜົມຫຼົ່ນ​ໄດ້

Breaking

Post Top Ad

Post Top Ad

Sunday, October 8, 2017

ໃບສີດາສາມາດ​ຢຸດ​ຜົມຫຼົ່ນ​ໄດ້


ບັນຫາຜົມຫຼົ່ນເປັນບັນຫາທີ່ເກີດກັບຜູ້ຊາຍຫຼາຍກວ່າຜູ້ຍິງ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຜູ້ຍິງຈະບໍ່ພົບກັບບັນຫານີ້ ຜູ້ຍິງຕ້ອງທົນທຸກທໍລະມານຈາກການຜົມຫຼົ່ນ ແລະ ຜົມບາງ ອາດເກີດຈາກຫຼາຍສາເຫດ ແລະ ໜຶ່ງໃນນັ້ນຄືການຂາດວິຕາມິນ. ຫາກທ່ານກຳລັງພົບກັບອາການຜົມຫຼົ່ນ ການແກ້ບັນຫາຕ້ອງຂຶ້ນຢູ່ກັບການຫາສາເຫດ ທຸກຄົນຮູ້ວ່າມັນເປັນຕາຢ້ານຊຳໃດ ທີ່ເສັ້ນຜົມຫຼຸດຫຼົ່ນລົງຢ່າງວ່ອງໄວ ມັນບໍ່ສຳຄັນວ່າທ່ານຈະເປັນຊາຍ ຫຼື ຍີງ ເຮົາມີຢາຈາກທຳມະຊາດທີ່ມີປະສິດທິພາບທີ່ຈະຊ່ວຍແກ້ບັນຫາຜົມຫຼົ່ນຂອງທ່ານໄດ້. ໃບສີດາ ໄດ້ຮັບການພິສູດແລ້ວວ່າມີປະໂຫຍດໃນການບຳລຸງເກັດເລືອດ ໃນຄົົນທີ່ເປັນພະຍາດໄຂ້ເລືອດອອກ ມັນຍັງສາມາດຊ່ວຍປ້ອງກັນຜົມຫຼົ່ນ ແລະ ຜົມບາງ ນັກວິທະຍາສາດໃຊ້ໃບສີດາເປັນປະຈຳໃນການເບິ່ງແຍງເສັ້ນຜົມ ມັນມີປະໂຫຍດສາມາດພິຊິດບັນຫາຂອງຜົມຫຼົ່ນ ວິຕາມິນບີ ເປັນວິຕາມິນທີ່ສຳຄັນທີ່ສຸດຊ່ວຍບຳລຸງເສັ້ນຜົມໃຫ້ມີສຸຂະພາບດີ ແລະ ໃນໃບສີດາຍັງມີວິຕາມິນ B ຢູ່ສູງອີກດ້ວຍ
ວິທີເຮັດ

  • ໃຊ້ນ້ຳ 1 ລີດ 
  • ໃຊ້ໃບສີດາ (ຫຼື ໝາກໂອ່ຍ) 1 ກຳມື ລ້າງໃຫ້ສະອາດແລ້ວໃສ່ລົງໄປໃນໜໍ້
  • ຕົ້ມໄວ້ປະມານ 20 ນາທີ
  • ຖ້າໃຫ້ນ້ຳເຢັນ (ພໍອຸ່ນໆສາມາດອາບໄດ້) 
ວິທີໃຊ້
 ນຳນ້ຳທີ່ໄດ້ຈາກການຕົ້ມລົງເທິງຜົມໂດຍຫໍ່ໄວ້ດ້ວຍຜ້າຂົນໜູ ຫຼື ຈະໃສ່ໝວກອາບນ້ຳກໍໄດ້ ປະໄວ້ໝົດຄືນ ແລ້ວລ້າງອອກໃນຕອນເຊົ້າ ມັນຈະຊ່ວຍເຮັດໃຫ້ຮາກຜົມ ແລະ ຮູຂຸມຂົນແຂງແຮງ

ປລ: ໃຊ້ດີບອກຕໍ່ ຖ້າເຫັນວ່າດີມີປະໂຫຍດຝາກກົດໄລ້ກົດແຊໃຫ້ແດ່ 😀

No comments:

Post a Comment

Post Top Ad