ການ​ຮັກສາ​ຝ້າ​ກະ​ດ້ວຍ​ວິທີ​ທຳມະຊາດ​

Breaking

Post Top Ad

Post Top Ad

Thursday, October 12, 2017

ການ​ຮັກສາ​ຝ້າ​ກະ​ດ້ວຍ​ວິທີ​ທຳມະຊາດ​

ຝ້າ,ກະ

ສູດ​ຫຼຸດ​ຮອຍ​ກະ​ເທິງ​ໃບ​ໜ້າ ​ສູດ​ 1 ສູດ​ນີ້​ເຮັດ​ທຸກ​ມື້​ ຮອຍ​ກະ​ເທິງ​ໃບ​ໜ້າ​ຈະ​ເບິ່ງ​ຈາງ​ລົງ​ຢ່າງ​ເຫັນ​ໄດ້​ແຈ້ງ.​
ສ່ວນ​ປະສົມ​
ນ້ຳໝາກ​ເຂືອ​ເລັ່ນ​ 2 ບ່ວງ(ບ່ວງກາເຟ)​
ນ້ຳ​ໝາກ​ນາວ​ 2 ບ່ວງ(ບ່ວງກາເຟ)​

ຂັ້ນ​ຕອນ​ການເຮັດ​ແລະ​ວິທີ​ໃຊ້​

1. ນຳ​ນ້ຳ​ໝາກ​ເຂືອ​ເລັ່ນ​ແລະ​ນ້ຳ​ໝາກ​ນາວ​ມາ​ປະສົມ​ໃຫ້​ເຂົ້າ​ກັນ​ເປັນ​ຢ່າງ​ດີ​.
2. ລ້າງ​ໜ້າ​ໃຫ້​ສະ​ອາດ​ແລະ​ຊັບ​ໜ້າ​ໃຫ້​ແຫ້ງ.​
3. ນຳ​ສູດ​ທີ່​ປະສົມ​ກຽມ​ໄວ້​ ມາ​ທາ​ກົງ​ບໍລິເວນ​ທີ່​ເປັນ​ກະ​ຖິ້ມ​ໄວ້​ປະ​ມານ​ 5 ນາ​ທີ.​
4. ຈາກ​ນັ້ນ​ຈຶ່ງ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ​ ເປັນ​ອັນ​ສຳເລັດ​ຂັ້ນ​ຕອນ​ການເຮັດ.
(ນ້ຳ​ໝາກ​ນາວ​ເປັນ​ກົດ​ ການ​ໃຊ້​ກັບ​ໃບ​ໜ້າ​ ຄວນ​ທົດລອງ​ເຮັດ​ພຽງ​ຈຸດ​ນ້ອຍ​ໆ​ ກ່ອນ​ ປ້ອງ​ກັນ​ຜິວ​ໜ້າ​ບາງ​ທ່ານ​ແພ້​ ຫາກ​ໃຊ້​ແລ້ວ​ບໍ່​ເກີດ​ອາການແພ້​ຄ່ອຍ​ເຮັດ​ເພີ່ມ​ຈຸດ​ອື່ນ​ໆ​ ຕໍ່ໄປ​).

ສູດ​ຫຼຸດ​ຮອຍ​ກະ​ເທິງ​ໃບ​ໜ້າ​ສູດ​ 2 ສູດ​ນີ້​ເຮັດ​ທຸກ​ມື້​ ຮອຍ​ກະ​ເທິງ​ໃບ​ໜ້າ​ຈະ​ເບິ່ງ​ຈາງ​ລົງ​
ສ່ວນ​ປະສົມ​

ເບ​ບີ້​ອອຍ​​ 2 ບ່ວງ​ຊາ​
ນ້ຳ​ໝາກ​ນາວ​ 2 ບ່ວງ​ຊາ​

ຂັ້ນ​ຕອນ​ການເຮັດ​ແລະ​ວິທີ​ໃຊ້​

1. ນຳ​ເບ​ບີ້​ອອຍ​ແລະ​ນ້ຳ​ໝາກ​ນາວ​ປະສົມ​ຄົນ​ໃຫ້​ເຂົ້າ​ກັນ.​
2. ລ້າງ​ໜ້າ​ໃຫ້​ສະ​ອາດ​ແລະ​ຊັບ​ໜ້າ​ໃຫ້​ແຫ້ງ.​
3. ເມື່ອ​ໄດ້​ສ່ວນ​ປະສົມ​ແລ້ວ​ໃຫ້​ທາ​ທົ່ວ​ບໍລິເວນ​ໃບ​ໜ້າ​ ແລ້ວ​ຖິ້ມ​ໄວ້​ປະ​ມານ​ 10 ນາ​ທີ.​
4. ຫຼັງ​ຈາກ​ນັ້ນ​ໃຫ້​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ​ເປັນ​ອັນ​ສຳເລັດ​ຂັ້ນ​ຕອນ​ການເຮັດ.​

ຫຼັງ​ຈາກ​ຮູ້​ວິທີ​ຮັກສາ​ແລ້ວ​ ເຮົາ​ມາ​ຮູ້​ວ່າກ​ະ​​ມີ​ແບບ​ແລະ​ມີ​ແບບໃດ​ດ້ວຍ​.

1. ກະ​ຕື້ນ​ ຈຸດ​ສີ​ນ້ຳ​ຕານ​ນ້ອຍ​ໆ​ ຂະໜາດ​ບໍ່​ເກີນ​ 0.5 ຊັງຕິ​ແມັດ​ ສາມາດ​ຂຶ້ນ​ໄດ້​ທົ່ວ​ໃບ​ໜ້າ​ ຖ້າ​ກືກແດດ​ເລື້ອຍ​ໆ​ ຈະ​ມີ​ສີ​ເຂັ້ມ​ຂຶ້ນ​ຊັດເຈນ​ແຕ່​ຖ້າ​ບໍ່​ໄດ້ຖຶກ​ແດດ​ເລື້ອຍ​ໆສີ​ກໍ​ຈະ​ຈາງ​ລົງ​ໄດ້​ເອງ.​
2. ກະ​ເລິກ​ ຈຸດ​ສີ​ນ້ຳ​ຕານ​ເທົາ​ໆ​ ເຫັນ​ເປັນ​ເງົາ​ເລິກ​ໆ​ ມັກ​ພົບ​ບໍລິເວນ​ໂໜກ​ແກ້ມ​ 2 ຂ້າງ​.
3. ກະ​ເນື້ອ ຕຸ່ມ​ສີ​ນ້ຳ​ຕານ​ຫລື​ສີ​ດຳ​ ສາມາດ​ເປັນ​ໄດ້​ທັງ​ກ້ອນ​ນ້ອຍ​ໆ​ ຜິວ​ລຽບ​ຫລື​ສູງໂນນ​ ອາດ​ເບິ່ງ​ຄ້າຍ​ຫູດ​ ມັກ​ພົບ​ບໍລິເວນ​ໃບ​ໜ້າ​ ຄໍ​ ຫລື​ລຳ​ຕົວ​ ກະ​ຊະນິດ​ນີ້​ຮັກສາ​ດ້ວຍ​ຢາ​ບໍ່​ຫາຍ​ ນອກ​ຈາກ​ຍິງ​ເລ​ເຊີ​.​

4. ກະ​ແດດ​ ຂຶ້ນ​ເປັນ​ດວງ​ສີ​ນ້ຳ​ຕານ​ ຜິວ​ລຽບ​ ສ່ວນ​ໃຫຍ່​ພົບ​ໃນ​ຄົນ​ສູງ​ອາ​ຍຸຫລື​ຄົົນທີ່​ເຮັດວຽກ​ກາງ​ແຈ້ງ​ແລະ​ເປັນ​ກະ​ປະ​ເພດ​ດຽວ​ທີ່​ສາມາດ​ບັນ​ເທົາ​ໃຫ້​ຈາງ​ລົງ​ຈົນ​ເບິ່ງ​ບໍ່​ເຫັນ​ໄດ້.​

ທີ່ມາ: kidork.com

No comments:

Post a Comment

Post Top Ad