ບາບີຄິວຊອດກະເພົາ

Breaking

Post Top Ad

Post Top Ad

Friday, October 13, 2017

ບາບີຄິວຊອດກະເພົາ

[ສູດອາຫານ]-ບາບີຄິວຊອດກະເພົາ

[ສູດອາຫານ]-ບາບີຄິວຊອດກະເພົາ



ສ່ວນປະສົມ
ສະໂພກໄກ່ ເລາະກະດູກຫັ່ນຊິ້ນ 
200 ກຣາມ
ພິກຫວານສີຂຽວຫັ່ນຊິ້ນ
30 ກຣາມ
ພິກຫວານສີເຫຼືອງຫັ່ນຊິ້ນ
30 ກຣາມ
ຫອມຫັວໃຫຍ່ຫັ່ນຊິ້ນ
30 ກຣາມ
ມະເຂືອເທດຣາຊິນີ    
30 ກຣາມ
ພິກໄທປົ່ນ
1/4 ຊ້ອນຊາ
ຊອດເຫັດຫອມ (1)
ຊ້ອນໂຕະ
ນ້ຳປາ (1)
1/2 ຊ້ອນຊາ
ຊອດປຸຸງລົດ (1)
ຊ້ອນຊາ
ໃບກະເພົາຊອຍ
1/4 ຊ້ອນຊາ
ພິກສົດສີແດງສັບ
ຊ້ອນໂຕະ
ກະທຽມສັບ         
ຊ້ອນໂຕະ
ນ້ຳປາ (2)
ຊ້ອນຊາ
ນ້ຳຕານຊາຍ
ຊ້ອນຊາ
ຊອດເຫັດຫອມ (2)
ຊ້ອນຊາ
ນ້ຳລ້າໆ
1/4 ຊ້ອນຊາ
ຊອດປຸຸງລົດ (2)     
1/4 ຊ້ອນຊາ
ນ້ຳມັນພືດ               
ຊ້ອນຊາ
ເນີຍສົດຊະນິດຈືດ
ຊ້ອນໂຕະ

ວິທີ​ເຮັດ​
1. ປະສົມ​ຊອດ​ເຫັດ​ຫອມ​ (1) ນ້ຳ​ປາ​ (1) ຊອດ​ປຸງລົດ​ (1) ພິກ​ໄທ​ປົ່ນ​ ນຳ​ສະ​ໂພກ​ໄກ່​ ລົງ​ໝັກ​ປະ​ມານ​ 20-30 ນາ​ທີ​
2. ຕັ້ງ​ກະ​ທະ​ໃສ່​ນ້ຳ​ມັນ​ພືດ​ພໍ​ຮ້ອນ​ ໃສ່​ກະ​ທຽມ​ ພິກ​ສົດ​ ແລ້ວ​ຜັດ​ພໍ​ຫອມ​ ປຸງ​ລົດ​ດ້ວຍ​ນ້ຳ​ຕານ​ຊາຍ​ ຊອດ​ເຫັດ​ຫອມ​ (2) ນ້ຳ​ປາ​ (2) ຊອດ​ປຸງ​ລົດ​ (2) ຕື່ມ​ນ້ຳລ້າໆລົງໄປແລ້ວ​ຜັດ​ໃຫ້​ເຂົ້າ​ກັນ​ ຫຼັງຈາກນັ້ນໃສ່​ໃບ​ກະ​ເພົາ​ລົງໄປແລ້ວຜັດ​ໃຫ້​ເຂົ້າ​ກັນ​ອີກ​ເທື່ອ

3. ນຳ​ໄມ້​ປາຍ​ແຫຼມ​ສຽບ​ຫອມ​ຫັວ​ໃຫຍ່​ ໝາກ​ເຂືອ​ເທດ​ ສະ​ໂພກ​ໄກ່​ໃນ​ຂໍ້​ທີ່​ 1 ພິກ​ຫວານ​ ທັງ​ 2 ສີ​ ໃຫ້​ສວຍ​ງາມ
4. ນຳ​ ບາ​​ບີ​ຄິວ​ ຂຶ້ນໄປ​ປິ້ງ​ເທິງ​ເຕົາ​ໄຟ​ໃຊ້​ເນີຍ​ສົດ​ທາ​ຂະນະ​ທີ່ປິ້ງ​ຈົນ​ສຸກ, ​ໃສ່​ພາສະ​ນະ ຫຼື ຈານ​ ແລ້ວລາດ​ດ້ວຍ​ຊອດ​ກະ​ເພົາ​ໃນ​ຂໍ້​ທີ່​ 2 ເປັນອັນສຳເລັດ

cr: maeban.co.th

No comments:

Post a Comment

Post Top Ad