ລາບປາດຸກຟູ

Breaking

Post Top Ad

Post Top Ad

Friday, October 13, 2017

ລາບປາດຸກຟູ

[ສູດອາຫານ]-ລາບປາດຸກຟູ

ສ່ວນ​ປະສົມ​

ປາ​ດຸກ​ປິ້ງ​
1 ຕົວ​
ນ້ຳ​ປາ​  
2 ຊ້ອນ​ໂຕະ​
ນ້ຳ​ໝາກ​ນາວ​
2 ຊ້ອນ​ໂຕະ​
ນ້ຳ​ຕານ​ຊາຍ​
2 1/2 ຊ້ອນ​ຊາ​
ພິກ​ປົ່ນ​
2 ຊ້ອນ​ຊາ​
ເຂົ້າ​ຄົ່ວ​   
1 ຊ້ອນ​ໂຕະ​
ຕົ້ນ​ຫອມ​ຊອຍ​
1 ຊ້ອນ​ໂຕະ​
ຜັກ​ຊີ​ຊອຍ​
2 ຊ້ອນ​ໂຕະ​
ຫອມ​ແດງ​ຊອຍ​

ນ້ຳ​ມັນ​ພືດ​ສຳລັບ​ທອດ​

ຫອມລາບ


ວິທີ​ເຮັດ​
1. ແກະ​ເນື້ອປາ​ດຸກ​ ແລ້ວສັບ​ໃຫ້​ລະອຽດ​
2.ຕັ້ງ​ກະ​ທະ​ໃສ່​ນ້ຳ​ມັນ​ພືດ​ໃຫ້ພໍ​ຮ້ອນທຳມະດາ​ ແລ້ວໃສ່​ເນື້ອປາ​ດຸກ​ລົງເພື່ອ​ທອດ​ເທື່ອ​ລະ​ນ້ອຍ​ ແລ້ວຕັກ​ຂຶ້ນ​ພັກ​ໃຫ້ນ້ຳມັນໄຫຼອອກ​ ຫຼັງຈາກນັ້ນຈັດ​ໃສ່​ພາສະ​ນະ​ທີ່ກຽມ​ໄວ້​
3. ປະສົມ​ນ້ຳ​ປາ​ ນ້ຳ​ມາກ​ນາວ​ ນ້ຳ​ຕານ​ຊາຍ​ ພິກ​ປົ່ນ​ ເຂົ້າ​ຄົ່ວ​ ຕົ້ນ​ຫອມ​ ຜັກ​ຊີ​ ຫອມ​ແດງ​ ຄົນ​ໃຫ້ເຂົ້າ​ກັນ​

4.ລາດ​ນ້ຳ​ຢຳ​ລົງ​ເທິງ​ປາ​ດຸກ​ທີ່​ກຽມ​ໄວ້​ ແລ້ວໂຣຍ​ໃບ​ຫອມລາບໃສ່

No comments:

Post a Comment

Post Top Ad