ລັດເຂົ້າຊື້ Beeline ໂດຍຖືຮຸ້ນ 78%

Post Top Ad

Post Top Ad

Tuesday, October 31, 2017

ລັດເຂົ້າຊື້ Beeline ໂດຍຖືຮຸ້ນ 78%


ວັນທີ (27 ຕຸລາ 2017), VEON Ltd. ບໍລິສັດຈາດອຳສະເຕີດຳ ປະເທດໂຮນລັງ ຜູ້ຖືຮຸ້ນບໍລິສັດ ວິມເປວຄອມ ລາວ ຈຳກັດ ເຊິ່ງດຳເນີນທຸລະກິດໃຫ້ບໍລິການເຄືອຂ່າຍໂທລະຄົມມະນາຄົມພາຍໃນລາວ ພາຍໃຕ້ເຄື່ອງໝາຍການຄ້າ ບີລາຍ (Beeline) ໄດ້ອອກມາຖະແຫຼງການຕໍ່ສື່ວ່າ ໄດ້ຂາຍກິດຈະການໃຫ້ແກ່ລັດຖະບານລາວແລ້ວ ໃນມູນຄ່າ 22 ລ້ານໂດລາສະຫະລັດ ເຊິ່ງລັດຖະບານລາວຈະເຂົ້າຖືຮຸ້ນ 78%. ແຫຼ່ງຂ່າວລະບຸວ່າ ການຂາຍກິດຈະການ Beeline ໃຫ້ແກ່ລັດຖະບານ ສປປ ລາວ ໃນຄັ້ງນີ້ຈະບໍ່ກະທົບການໃຫ້ບໍລິການຂອງເຄືອຂ່າຍ ແລະ ຈະສືບຕໍ່ໃຫ້ບໍລິການພາຍໃຕ້ເຄື່ອງໝາຍການຄ້າ Beeline ຕໍ່ໄປ, ພ້ອມກັນນັ້ນ ສັນຍາຊື້-ຂາຍກິດຈະການຈະມີຜົນບັງຄັບໃຊ້ພາຍໃນ 120 ວັນ ຫຼັງຈາກທີ່ທັງສອງຝ່າຍໄດ້ລົງນາມ. ຂໍ້ມູນເມື່ອວັນທີ 30 ມິຖຸນາ 2017 ລະບຸວ່າ ວິມເປວຄອມ ລາວ ຈຳກັດ ມີລູກຄ້າໃນເຄືອຂ່າຍຈຳນວນ 289,000 ລາຍ. ການໂອນຍ້າຍ ວິວເປວຄອມ ລາວ ຈຳກັດ ໃຫ້ແກ່ລັດຖະບານ ຈະເປັນໄປຕາມເງື່ອນໄຂທີ່ກຳນົດເຊັ່ນ ໄດ້ຮັບການຮັບຮອງທາງດ້ານຂໍ້ກຳນົດຕ່າງໆທີ່ຈຳເປັນ,ເປັນຕົ້ນ.

ຂໍຂອບໃຈຂໍ້ມູນຈາກ: VEON

No comments:

Post a Comment

Post Top Ad