ຫຼັງຈາກທີ່ Redmi ໄດ້ປ່ອຍໂປສເຕີກຽມເປີດຕົວ
Redmi Note 8 Pro ໄປແລ້ວທີ່ຈະເປີດຕົວໃນວັນທີ
29 ສິງຫາ 2019 ນີ້ເຊິ່ງວ່າ MediaTek ຜູ້ຜະລິດຊິບປະມວນຜົນໄດ້ອອກມາໂພສພາບໂປສເຕີເຊັ່ນດຽວກັນວ່າຊິບຕະກູນ
Helio G90 ຈະຖືກໃຊ້ໃນ Redmi Note 8 ແລະ Note 8 Pro ໃນການເປີດຕົວຊິບປະມວນຜົນ Helio
G90T ຕົວໃໝ່ລ່າສຸດຂອງ MediaTek
ເມື່ອເດືອນກ່ອນ
Xiaomi ໄດ້ຢືນຢັນວ່າຈະມີການເປີດຕົວສະມາດໂຟນທີ່ໃຊ້ຊິບ
Helio G90T ໃນໄວໆນີ້ແນ່ນອນ ຊຶ່ງຄຳຕອບກໍຄື
Redmi Note 8 Pro ນີ້ເອງ
Helio G90 ແລະ G90T ນີ້ຈະມີການໃຊ້ເທກໂນໂລຢີ HyperEngine
ເພື່ອເສີມປະສົບການໃນການຫລິ້ນເກມໄດ້ດີຢິ່ງຂຶ້ນ ຮອງຮັບແຣມ
LPDDR4x ເຖິງ 10 GB ຄວາມໄວ CPU
ໄດ້ເຖິງ 2.05GHz ແລະສຳລັບ G90T ນີ້ຈະເປັນຕົວດຽວທີ່ຈະຮອງຮັບກ້ອງທີ່ມີຄວາມລະອຽດສູງເຖິງ 64 ລ້ານພິກເຊລ ຊຶ່ງຈະຢູ່ໃນຕົວ Redmi Note 8 Pro ສ່ວນລຸ້ນປົກກະຕິມີຄວາມເປັນໄປໄດ້ທີ່ຈະໃຊ້ຊິບ
Helio G90 ຕົວລອງລົງມານັ້ນເອງ
ດ້ວຍເທກໂນໂລຢີ HyperEngine ນີ້ຈະມີຮອງຮັບການໃຊ້ງານເຄືອຂ່າຍແບບ
Dual Wi-Fi Connection ທີ່ຈະເຮັດໃຫ້ເຊື່ອມຕໍ່ເຄືອຂ່າຍ
Wi-Fi ໄດ້ເຖິງ 2 ເຄືອຂ່າຍທັງ 2.4GHz ແລະ 5GHz ເຮັດໃຫ້ໃຊ້ງານອິນເຕີເນັດຫລືຫລິ້ນເກມໄດ້ຢ່າງຕໍ່ເນື່ອງບໍ່ມີສະດຸດ
No comments:
Post a Comment