
ມີລາຍງານຈາກເວັບ gadgetsnow.com ເມື່ອວັນທີ 17/08/2019
ທີ່ຜ່ານມາວ່າ Google ໄດ້ລົບ 85 ແອບອອກຈາກ
Play
Store ທັນພາຍຫລັງຈາກ Trend
Micro ແຈ້ງວ່າແອບຊ່ອນ Adware ໄວ້ພາຍໃນ ຊຶ່ງຈະຄອຍຖ້າສະແດງໂຄສະນາຂຶ້ນມາໃຫ້ໜ້າລຳຄານ
ແລະ ຢັງສັ່ງປິດຍາກອີກດ້ວຍເຊິ່ງຍັງສາມາດຫຼີກລ້ຽງການກວດຈັບຈາກຜູ້ໃຊ້ທຳມະດາອີກດ້ວຍ
ແອບທີ່ຖືກກວດພົບສ່ວນໃຫຍ່
ຄື ແອບຖ່າຍພາບແລະເກມ ຊຶ່ງມີຍອດດາວໂຫຼດຫຼາຍກວ່າ 8 ລ້ານເທື່ອ ຊຶ່ງຈາກ
85 ລາຍການທີ່ແຈ້ງມາມີລາຍຊື່ແອບຍອດນິຍົມ
ໄດ້ແກ່ Super
Selfie, Cos Camera, Pop Camera ແລະ One
Stroke Line Puzzle
ແອບທີ່ຖືກອັບໂຫຼດເທິງ
Play Store ເຫຼົ່ານີ້ມີລາຍງານວ່າ ມາຈາກບັນຊີນັກພັດທະນາແອບແລະລົງນາມໂດຍໃບຮັບຮອງດີຈີທັສທີ່ຕ່າງກັນ
ຖ້າເບິ່ງຜິວເຜີນກໍບໍ່ຜິດສັງເກດຫຍັງ ແຕ່ເມື່ອຕິດຕາມເບິ່ງພຶດຕິກຳທີ່ມີຄວາມຄ້າຍກັນ
ແລະແຊຣ໌ໂຄ້ດດຽວກັນ ກໍເລີ່ມເຮັດໃຫ້ເຫັນເຖິງຄວາມຄວາມຜິດປົກກະຕິວ່າມີເຊື່ອມໂຢງກັນ
ສຸດທ້າຍ
Trend
Micro ກ່າວວ່າ Adware ເຫຼົ່ານີ້ຈະມີຜົນສະເພາະກັບໂທລະສັບທີ່ໃຊ້ແອນດຣອຍເວີຊັນເກົ່າເທົ່ານັ້ນ
ດັ່ງນັ້ນໃຜທີ່ໃຊ້ແອນດຣອຍເວີຊັນໃໝ່ຈະບໍ່ໄດ້ຮັບຜົນກະທົບ ສ່ວນຄົົນທີ່ໃຊ້ເວີຊັນເກົ່າກໍໃຫ້ຮີບກວດສອບແລະລົບອອກໄດ້, ແຕ່ກໍ່ບໍ່ໄດ້ລະບຸຊັດເຈນວ່າ Android ເວີຊັ່ນເກົ່ານັ້ນແມ່ນເວີຊັນທີ່ເທົ່າໃດລົງໄປ.
ອ້າງອິງ
ອ້າງອິງ
No comments:
Post a Comment