ນັກວິໃຈເຜີຍ Google ແລະ Facebook ກຳລັງຕິດຕາມເຈົ້າ ຮູ້ຮອດວ່າເຈົ້າເປີດເວັບໃດຫຼືເປີດເວັບໂປ໊ຫຍັງດ້ວຍ

Breaking

Post Top Ad

Post Top Ad

Thursday, August 22, 2019

ນັກວິໃຈເຜີຍ Google ແລະ Facebook ກຳລັງຕິດຕາມເຈົ້າ ຮູ້ຮອດວ່າເຈົ້າເປີດເວັບໃດຫຼືເປີດເວັບໂປ໊ຫຍັງດ້ວຍ


        ໃນວັນທີ່ 17/07/2019 ທີ່ຜ່ານມາ ໄດ້ມີລາຍງານວ່າ ນັກ​ວິ​ໃຈ​ຈາກ Microsoft, ມະຫາ​ວິທະຍາ​ໄລ​ຄາ​ຣ​໌​ເນ​ກີ​ເມນ​ລອນ​ ແລະ ​ມະຫາ​ວິທະຍາ​ໄລເພນ​ຊິນ​ເວ​ເນຍ ​ໄດ້​ທຳການ​ວິ​ເຄາະ​ເວັບ​ໄຊ​ຕ​໌​ສື່​ລາມ​ົກອາ​ນາ​ຈານ​ກວ່າ 22,484 ເວັບ​ໄຊ​ຕ​໌ ພົ​ບວ່າ 93% ມີ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ງານ​ຣັ່ວ​ໄຫຼ​ໄປ​ຢັງ​ບຸກ​ຄົນ​ທີ່​ສາມ ໂດຍ​ປົກກະຕິ​ແລ້ວ​ຜູ້​ໃຊ້​ງານ​ມັກ​ຈະ​ປ້ອງ​ກັນ​ດ້ວຍ​ການ​ເປີດ​ໜ້າ​ເວັບ​ໄຊ​ຕ​໌​ແບບ​ບໍ່​ລະ​ບຸ​ຕົວ​ຕົນ​ຫລື Incognito ແຕ່​ຈິງໆ ແລ້ວ​ມັນ​ຊ່ວຍ​ແຄ່​ບໍ່​ເກັບ​ປະຫວັດ​ການ​ຄົ້ນ​ຫາ​ເອົາ​ໄວ້​ແຄ່​ນັ້ນ​ເອງ
ນັກວິໃຈເຜີຍ Google ແລະ Facebook ກຳລັງຕິດຕາມເຈົ້າ ຮູ້ຮອດວ່າເຈົ້າເປີດເວັບໃດຫຼືເປີດເວັບໂປ໊ຫຍັງດ້ວຍ
        ນັກ​ວິ​ໃຈຍັງ​ເຜີຍອີກ​ວ່າ Google ຊຶ່ງ​ມີ​ແບ​ຣ​ນ​​ຍ່ອຍ​ຄື DoubleClick ເຮັດ​ທຸລະກິດ​ກ່ຽວກັບ​ການ​ໂຄສະ​ນາ​ອອນ​ໄລ​ນ​໌ ເປັນ​ບໍລິສັດ​ອັນ​ດັບ​ໜຶ່ງ​ທີ່​ມີ​ລະບົບ​ຕິດ​ຕາມ​ກ່ຽວກັບ​ເວັບ​ໄຊ​ຕ​໌​ໂຄສະນາ​ເຖິງ 74% ສ່ວນ Facebook ມີ​ລະບົບ​ຕິດ​ຕາມ​ຢູ່ 10%



ຈິງໆ ແລ້ວ​ໃນ​ສ​ະຫະລັດ​ອາ​ເມ​ຣິ​ກາ ເນື້ອ​ຫາ​ສຳລັບ​ຜູ້ໃຫຍ່​ຫລື​ສື່​ລາມົກ​ອາ​ນາ​ຈານ​ຈະ​ຖືກ​ລະ​ງັບ​ໃນ​ແພຼດ​ຟອມ​ການ​ໂຄສະນາ​ຕ່າງໆ ຕົວ​ຢ່າງ YouTube ຂອງ Google ເປັນ​ຜູ້​ໃຫ້​ບໍລິການ​ດ້ານ​ວິ​ດີ​ໂອ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ ແຕ່​ກໍ​ມີ​ຂໍ້​ຫ້າມ​ກ່ຽວກັບ​ສື່​ລາມົກອາ​ນາ​ຈານ​ເຊັ່ນ​ດຽວ​ກັນ ຢ່າງໃດ​ກໍ​ຕາມ Google ບໍ່​ມີ​ມາດຕະ​ການ​ປ້ອງ​ກັນ​ເນື້ອ​ຫາ​ດັ່ງ​ກ່າວ​ສຳລັບ Google APIs ຫລື Google Analytics ນັ້ນ​ໝາຍ​ຄວາມ​ວ່າ Google ປະຕິເສດ​ທີ່​ຈະ​ເປັນ​ສູນ​ກາງ​ດ້ານ​ສື່​ຫລືເນື້ອ​ຫາ​ສຳລັບ​ຜູ້ໃຫຍ່ ແຕ່​ຍັງມີ​ການ​ຕິດ​ຕາມ​ພຶດຕິກຳ​ການ​ເຂົ້າ​ເຖິງ​ສື່​ລາມົ​ກ​ຂອງ​ຜູ້​ໃຊ້​ງານ​ຢູ່

ດ້ານ Google ບໍ່​ໄດ້​ອອກ​ຄວາມ​ເຫັນ​ຫຍັງ​ກ່ຽວກັບ​ປະ​ເດັນ​ດັ່ງ​ກລ່າວ

ສ່ວນ Facebook ກໍ​ມີ​ຕົວ​ແທນ​ຢ່າງ Joe Osborne ອອກ​ມາ​ຖະແຫຼງ​ຜ່ານ​ອີ​ເມ​ລວ່າ “ເຮົາ​ບໍ່​ຕ້ອງ​ການ​ໃຫ້​ເວັບ​ໄຊ​ຕ​໌​ສຳລັບ​ຜູ້ໃຫຍ່​ໃຊ້​ເຄື່ອງ​ມື​ທຸລະກິດ​ຂອງ​ເຮົາ ເນື່ອງ​ຈາກເນື້ອ​ຫາ​ ຫຼື​ ສື່​ດັ່ງ​ກລ່າວ​ເປັນ​ການ​ລະ​ເມີດ​ມາດຕະຖານ​ຊຸມ​ຊົນ​ຂອງ​ເຮົາ”


Credit: cnet.com

No comments:

Post a Comment

Post Top Ad