[ລື] iPhone 11 Pro ຈະຮອງຮັບ Apple Pencil ໃໝ່ ຂະໜາດນ້ອຍພົກພາງ່າຍ

Breaking

Post Top Ad

Post Top Ad

Friday, August 23, 2019

[ລື] iPhone 11 Pro ຈະຮອງຮັບ Apple Pencil ໃໝ່ ຂະໜາດນ້ອຍພົກພາງ່າຍ


        ຂໍ້​ມູນ​ຫຼຸດ​ນີ້​ມາ​ຈາກ​ຜູ້​ຜະລິດ​ເຄດ Olixar ທີ່​ເຜີຍ​ໃຫ້​ເຫັນ​ດ້ານ​ຫຼັງ​ຂອງ iPhone 11 Pro ທີ່​ຈະ​ມີ​ຊ່ອງ​ເກັບ Apple Pencil ແບບ​ໃໝ່​ຢູ່​ດ້ວຍ ເຊິ່ງກົງ​ກັບ​ຂ່າວ​ລື​ທີ່​ມີ​ອອກ​ມາ​ກ່ອນ​ໜ້າ​ນີ້
        ຈຸດ​ທີ່​ເປັນ​ກລ້ອງ 3 ຕົວ​ຫຼ່ຽມ​ໆ ຢູ່​ຫົວ​ມຸມ​ເຄື່ອງ ບໍ່​ໄດ້​ສ້າງ​ຄວາມ​ຕື່ນ​ເຕັ້ນ​ຫຍັງ ເພາະ​ເຮົາ​ເຫັນ​ຈາກ​ພາບ​ຫຼຸດ​ກັນ​ຈົນ​ເບື່ອ​ໄປຮຽບຮ້ອຍ​ແລ້ວ ແຕ່​ຈຸດ​ສັງເກດ​ໃໝ່​ນີ້ ຢູ່​ບ່ອນ​ທີ່​ມີ​ຊ່ອງ​ສຳລັບ​ໃສ່​ປາກ​ກາ​ຂະໜາດ​ນ້ອຍ ແລະ ​ຂຽນ​ເອົາ​ໄວ້​ວ່າ Apple Pencil
        
        


iPhone 11 Pro ຕາມ​ຂໍ້​ມູນ​ນັ້ນ​ຈະ​ມີ​ຂະໜາດ​ໜ້າຈໍຢູ່​ທີ່ 6.5 ນິ້ວ ເທົ່າ​ກັບ iPhone XS Max ລຸ້ນ​ປັດຈຸບັນ ຊຶ່ງ​ກໍລະນີ​ມີ​ຄວາມ​ເປັນ​ໄປ​ໄດ້​ຄ່ອນ​ຂ້າງ​ສູງ​ວ່າ​ຈະ​ເປັນ​ຈິງ ເພາະ​ຕົວ iPhone 11 Pro ມີ​ຂະໜາດ​ໃຫຍ່​ພຽງ​ພໍ​ສຳລັບ​ການ​ໃຊ້​ງານ​ຂີດ​ໆ ຂຽນ​ໆ ຮ່ວມ​ກັບ​ປາກ​ກາ
ແຕ່​ເຮົາ​ຕ້ອງ​ມາ​ເບິ່ງ​ກັນ​ວ່າ​ເຈົ້າ Apple Pencil ໃໝ່​ນີ້ ມັນ​ຈະ​ເຮັດວຽກ​ຫຍັງ​ໄດ້​ດ້ວຍ ໂດຍ​ສະເພາະ​ເລື່ອງ​ຂອງ​ການສາກແບດ​ເຕີ​ຣີ່​ນັ້ນ​ຈະ​ເຮັດ​ໄດ້​ຢ່າງໃດ ລວມເຖິງ​ຟີ​ເຈີການ​ເຮັດ​ວຽກ​ເທິງ iPhone ຮ່ວມ​ກັບ​ປາກ​ກາ ຈະ​ແຕກ​ຕ່າງ​ກັບ​ການ​ເຮັດ​ວຽກເທິງ iPad ຫລື​ບໍ່
ທີ່​ແນ່​ໆ Apple ຈະ​ຂາຍ​ແຢກ​ຕົວ iPhone 11 Pro ແລະ Apple Pencil ໃໝ່​ນີ້​ຢ່າງ​ແນ່ນອນ ສ່ວນ​ລາ​ຄາ​ນັ້ນ ຕົວ Apple Pencil ລຸ້ນ​ທີ່ 1 ຢູ່​ທີ່ $99 ແລະ​ລຸ້ນ​ທີ່ 2 ຢູ່​ທີ່ $129 ແລະ​ຖ້າ​ໃຫ້​ເດົາ​ລາ​ຄາ​ເຈົ້າ​ດິນ​ສໍ​ນ້ອງ​ນ້ອຍ​ຕົວ​ນີ້​ຫລິ້ນ​ໆ ກໍ​ເຊື່ອ​ວ່າ​ໜ້າ​ຈະ​ຢູ່​ປະມານ $59-$89




ຂໍ້ມູນຈາກ MacRumors

No comments:

Post a Comment

Post Top Ad