GitHub ປະກາດຮອງຮັບ WebAuthn ແລ້ວ

Breaking

Post Top Ad

Post Top Ad

Tuesday, August 27, 2019

GitHub ປະກາດຮອງຮັບ WebAuthn ແລ້ວ


GitHub ໄດ້​ປະ​ກາ​ດຮອງ​ຮັບ Web Authentication ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ງານ​ມີ​ທາງ​ເລືອກ​ໃນ​ການເຮັດ 2-factors Authentication ໄດ້​ຫລາຍ​ຂຶ້ນ​ຈາກ​ບ​ຣາວເຊີ ແລະ ​ອຸປະກອນ
GitHub ປະກາດຮອງຮັບ WebAuthn ແລ້ວ

ຟັງ​​ຊັນ 2-factors Authentication ຂອງ GitHub ມີ​ມາ​ຕັ້ງ​ແຕ່​ປີ 2013 ແລ້ວ ​ພຽງ​ແຕ່​ຕອນ​ນັ້ນ​ຢັງ​ເຮັດ​ໄດ້​ແຄ່ SMS ຫລື​ແອບ​ຢ່າງ Google Authenticator ແລະ Duo Mobile ເປັນ​ຕົ້ນ ຕໍ່​ມາ​ກໍ​ພັດທະນາ​ໃຫ້​ຮອງ​ຮັບ Physical Security Key ແຕ່​ຢັງ​ຄ່ອນ​ຂ້າງ​ມີ​ຕົວ​ເລືອກ​ຈຳ​ກັດ​ຢູ່​
ໂດຍ​ການ​ຮອງ​ຮັບ WebAuthn ເຮັດໃຫ້​ເກີດ​ທາງ​ເລືອກ​ໃໝ່​ໆ​ກັບ​ການ​ໃຊ້ Security Key ດັ່ງ​ນີ້
  • ຮອງ​ຮັບ Windows, macOS, Linux ແລະ Android
  • ຮອງ​ຮັບ​ Browser Firefox, Edge, Chrome ແລະ Safari ໃນ macOS (ຢັງ​ຢູ່ໃນ​ຊ່ວງ​ທົດລອງ​ກຳ​ລັງ​ມາ​ໄວ​ໆ ນີ້)
  •  Browser Brave ເທິງ iOS ໂດຍ​ໃຊ້ YubiKey 5Ci

ສຳລັບ​ໃຜ​ທີ່​ຄິດວ່າ Security Key ຢັງ​ບໍ່​ແມ່ນ​ຄຳ​ຕອບ ​ຕົວ WebAuthn ເຮັດໃຫ້​ສາມາດ​ໃຊ້​ທາງ​ເລືອກ​ຢ່າງ Windows Hello ທາງ Edge ຂອງ Windows ຫລື Touch ID ຈາກ Chrome ຂອງ macOS ຫຼື​ໃຊ້​ລາຍ​ນິ້ວ​ມື​ຈາກ Chrome ເທິງ​ແອນ​ດ​ຣອຍ​ດ​໌​ກໍ​ໄດ້ ຜູ້​ສົນ​ໃຈ​ຟີ​ເຈີ​ໃໝ່​ຂອງ GitHub ສາມາດ​ສຶກ​ສາ​ວິທີ​ການ​ໃຊ້​ງານ​ໄດ້ ​ບ່ອນນີ້





No comments:

Post a Comment

Post Top Ad