FAS ໜ່ວຍງານຕໍ່ຕ້ານການຜູກຂາດຂອງຣັດເຊຍສັ່ງປັບເງີນ Google ເຜີຍແຜ່ໂຄສະນາ Ali Trade

Post Top Ad

Post Top Ad

Friday, September 20, 2019

FAS ໜ່ວຍງານຕໍ່ຕ້ານການຜູກຂາດຂອງຣັດເຊຍສັ່ງປັບເງີນ Google ເຜີຍແຜ່ໂຄສະນາ Ali Trade



ເມື່ອ 19 ກັນຍາ  2019 ທີ່ຜ່ານມາ Federal Antimonopoly Service : FAS ໜ່ວຍ​ງານ​ຕໍ່​ຕ້ານ​ການ​ຜູກ​ຂາດ​ຂອງ​ຣັດ​ເຊຍ​ໄດ້​ປັບ​ເງີນ Google ຈຳນວນ 100,000 rubles ເຫດທຳການ​ໂຄສະ​ນາ​ບໍລິການ​ທາງ​ການ​ເງີນ​ຂອງ Ali Trade ຊຶ່ງ​ກິດຈະກຳ​ທີ່​ໂຄສະ​ນາ​ຢູ່​ນັ້ນ​ບໍ່​ມີ​ໃບ​ອະນຸຍາດ
ໂຄສະ​ນາ​ຕົ້ນ​ເຫດ ເປັນ​ໂຄສະ​ນາ​ກ່ຽວກັບ​ການ​ລົງ​ທຶນ​ຂອງ Ali Trade ທີ່​ພະຍາຍາມ​ໃຫ້​ຄົນ​ເບິ່ງ​ເຊື່ອ​ວ່າ​ເປັນ​ການ​ລົງ​ທຶນ​ໃນ​ກອງ​ທິນ​ທັງຫມົດ ຊຶ່ງ​ຄວາມ​ຈິງ​ແລ້ວ AliTrade ຍັງບໍ່ມີໃບອະນຸຍາດ ໃນກິດຈະກຳການລົງທຶນດັ່ງກ່າວ ດັ່ງ​ນັ້ນ​ຈຶ່ງ​ມີ​ຄຳ​ສັ່ງ​ໃຫ້ Google ຢຸດຕິ​ໂຄສະ​ນາ​ບໍລິການ​ນີ້​ພ້ອມ​ກັບ​ຈ່າຍ​ຄ່າ​ປັບ
ບໍ່​ຈັກ​ປີ​ທີ່​ຜ່ານມາ​ມີ​ຫຼາຍ​ເທື່ອ​ທີ່​ຣັດ​ເຊຍ​ສັ່ງ​ປັບ Google ຊຶ່ງ​ເຖິງວ່າ​ເບິ່ງ​ຈາກ​ຍອດ​ເງີນ​ຄ່າ​ປັບ​ຈະ​ນ້ອຍໆ ແຕ່​ກໍ​ເຮັດໃຫ້​ຮູ້​ວ່າ​ຣັດ​ເຊຍ​ເອົາ​ຈິງ​ກັບ​ການ​ບໍລິການ​ທີ່​ບໍ່​ຖືກ​ຕ້ອງ​ຂອງ Google ແລະ​ ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານມາ​ໄດ້​ປັບ Google ເປັນ​ເງີນ 700,000 rubles ເຫດ​ບໍ່​ສາມາດ​ລົບລາຍ​ການ​ຂອງ​ຜົນ​ການ​ຄົ້ນ​ຫາ​ທີ່​ມີ​ຂໍ້​ມູນ​ຜິດ​ກົດໝາຍ​ໄດ້

ລ່າ​ສຸດ​ຕົ້ນ​ເດືອນ​ກັນຍາ​ນີ້ ເຈົ້າ​ຫນ້າທີ່​ເບິ່ງ​ແຍງ​ການ​ສື່​ສານ​ຂອງ​ຣັດ Roskomnadzor ເປີດ​ເຜີຍ​ວ່າ Google ໄດ້​ປ່ອຍ​ໃຫ້​ມີ​ໂຄສະ​ນາ​ທາງ​ການ​ເມືອງ​ໃນ​ລະດູ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ເມື່ອ​ວັນທີ 8 ກັນຍາ ຊຶ່ງ​ໄດ້​ສັ່ງ​ຫ້າມ​ບໍ່​ໃຫ້​ມີ​ການ​ເຜີຍແຜ່​ໂຄດສະນາ​ ແລະ ​ປະ​ຊາ​ສຳພັນ​ໃນ​ຊ່ວງ​ດັ່ງ​ກ່າວ
FAS ບໍ່​ໄດ້​ເຂ້ມ​ງວດ​ສະເພາະ​ກັບ Google ເທົ່າ​ນັ້ນ ແຕ່​ຍັງ​ເອົາ​ຈິງ​ກັບ​ໂຄສະ​ນາ​ກ່ຽວກັບ​ບໍລິການ​ທາງ​ການ​ເງີນ​ອອນ​ໄລທີ່​ຜິດ​ກົດໝາຍ ເຊັ່ນ ເມື່ອ​ເດືອນ ​ກໍລະກົດ 2019 ​ນີ້​ໄດ້​ສັ່ງ​ໄຕ່​ສວນ​ໂຄສະ​ນາ​ການ​ລົງ​ທຶນ​ອອນ​ໄລຂອງ​ບໍລິສັດ InstaForex ຜ່ານ​ບໍລິການ​ໂຄດສະນາ​ຂອງ Yandex ຊຶ່ງ​ໂຄສະ​ນາ​ໃຫ້​ຂໍ້​ມູນ​ກ່ຽວກັບ​ເວັບ​ໄຊຢ່າງ​ເປັນ​ທາງ​ການ​ຂອງ InstaForex ວ່າ​ເປັນ​ໂບ​ກເກີທີ່​ໄດ້​ໃບ​ອະນຸຍາດ​ຈາກ​ທະ​ນາ​ຄານ​ກາງ ຄວາມ​ຈິງ​ແລ້ວ​ບໍ່​ມີ
ສະຫລຸບ​ງ່າຍໆ ວ່າ​ຫນ່ວຍ​ງານ FAS ຂອງ​ຣັດ​ເຊຍ​ນັ້ນ​ເຂ້ມ​ງວດ​ຫລາຍ​ ແລະ Google ກໍ​ມີ​ຄວາມ​ຜິດ​ພາດ ເຊື່ອ​ວ່າ​ລະບົບ​ການ​ກວດ​ສອບ​ທີ່​ຈິງ​ຈັງ​ຢ່າງ​ນີ້ ຈະ​ຊ່ວຍ​ກະ​ຊັບ​ພື້ນ​ທີ່​ໃຫ້​ບໍລິການ​ໂຄດສະນາ​ອອນ​ໄລ​ປະຕິບັດຢູ່ໃນ​ກອບ​ທີ່​ຖືກ​ຕ້ອງ​ຫລາຍ​ຂຶ້ນ

ແຫຼ່ງຂໍ້ມູນ



No comments:

Post a Comment

Post Top Ad