ຟຣີ! Microsoft ປ່ອຍວີດີໂອສອນພື້ນຖານຂຽນໂຄ້ດ Python ເທິງ YouTube

Breaking

Post Top Ad

Post Top Ad

Saturday, September 21, 2019

ຟຣີ! Microsoft ປ່ອຍວີດີໂອສອນພື້ນຖານຂຽນໂຄ້ດ Python ເທິງ YouTube


ຮຽນ python


Python programming language : ເປັນ​ພາສາ​ລະ​ດັບ​ສູງ ມີ​ຈຸດ​ເດັ່ນ ເປັນ​ພາສາ​ Script ທີ່​ຕົດ​ຄວາມ​ຊັບ​ຊ້ອນ​ອອກ​ໄປ ເຮັດໃຫ້​ໄດ້​ເລື່ອງ​ການ​ຂຽນ​-​ອ່ານ​ງ່າຍ ແລະ​ ສາມາດ​ນຳ​ໄປ​ໃຊ້​ຮ່ວມ​ກັບ​ພາສາ​ອື່ນ​ໆ ໄດ້ 
ລ່າ​ສຸດ Microsoft ເພີ່ມ Playlist ​ວີ​ດີ​ໂອ Python for Beginners ທີ່​ສອນ​ການ​ຂຽນ​ພາສາ Python ຈຳນວນ 44 ຄລິບ ລົງ​ໃນ​ Channel YouTube ທີ່​ຊື່​ວ່າ Microsoft Developer ເພື່ອ​ໃຫ້​ຜູ້​ທີ່​ສົນ​ໃຈ​ເຂົ້າໄປ​ຮຽນ​ຮູ້​ວິທີ​ການ​ຂຽນ​ພາສາ​ແບບ​ເບື້ອງ​ຕົ້ນ ໂດຍ​ເນື້ອ​ຫາ​ທັງ​ໝົດ 44 ຕອນ​ ຈະ​ເລີ່ມ​ຕັ້ງ​ແຕ່​ລະ​ດັບ​ຄວາມ​ຮູ້​ຄວາມ​ເຂົ້າໃຈ ໄປ​ເຖິງ​ການ​ຂຽນ Python ແບບ​ພື້ນ​ຖານ ຊຶ່ງ​ບໍ່​ລວມເຖິງ​ການ​ຂຽນ​ລະ​ດັບ​ສູງ
ໃຜ​ທີ່​ສົນ​ໃຈ​ກໍ​ເຂົ້າໄປ​ຮຽນ​ຂຽນ​ພາສາ Python ໄດ້​ເລີຍທີ່ https://www.youtube.com/playlist?list=PLlrxD0HtieHhS8VzuMCfQD4uJ9yne1mE6 ແຕ່​ການ​ສອນ​ທັງ​ໝົດ​ຈະ​ເປັນ​ພາສາ​ອັງກິດທັງໝົດ

ແຫຼ່ງຂໍ້ມູນ: en.wikipedia.org , www.thurrott.com , cloudblogs.microsoft.com , news.thaiware.com


No comments:

Post a Comment

Post Top Ad