Facebook ປະກາດສ້າງແວ່ນ AR ແທນທີ່ສະມາດໂຟນ?!

Breaking

Post Top Ad

Post Top Ad

Saturday, September 21, 2019

Facebook ປະກາດສ້າງແວ່ນ AR ແທນທີ່ສະມາດໂຟນ?!

ທາງ CNBC ໄດ້​ລາຍ​ງານ​ວ່າ​ບໍລິສັດ Facebook ຈະ​ສ້າງແວ່ນ AR (ແວ່ນ​ທີ່​ຈຳ​ລອງ​ບັນ​ຍາ​ກາ​ດຮອບ​ຂ້າງ​ແບບ 3 ມິ​ຕິ​ໃນ​ພື້ນ​ທີ່​ຈິງ) ທີ່​ມີ​ຊື່​ວ່າ "Orion" ອອກ​ມາ ແລະ​ ນອກ​ຈາກ​ແວ່ນ​ຕົວ​ນີ້​ຈະ​ສາມາດ​ໃຊ້​ງານ​ໄດ້​ໂດຍ​ບໍ່​ຕ້ອງຈັບສະມາດ​​ໂຟນ​ແລ້ວ Mark Zuckerberg ຍັງມີ​ຄວາມ​ເຊື່ອ​ວ່າ​ມັນ​ອາດຈະ​ມາ​ແທນ​ທີ່ສະມາດໂຟນ​ໄດ້​ໃນ​ໄວ​ໆນີ້​ອີກ​ດ້ວຍ ໂດຍ​ທາງ Facebook ເຜີຍ​ວ່າ​ໄດ້​ພັດທະນາ​ໂມ​ເດວທຳອິດ​ຫລາຍ​ວ່າ 2 ປີ​ແລ້ວ ແລະ​ຕັ້ງ​ເປົ້າ​ເອົາ​ໄວ້​ວ່າ​ຈະ​ວາງ​ຈຳ​ໜ່າຍ​ໃນ​ປີ 2023 ຫລື​ຢ່າງ​ຊ້າ​ທີ່ສຸດ​ກໍ​ພາຍ​ໃນ​ປີ 2025

ແວ່ນ​ຕາ​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ຮັບ​ສາຍ​ ແລະ​ ອ່ານ​ຂໍ້​ມູນ​ໃນ​ໜ້າ​ຈໍ​ນ້ອຍ​ໆ ຫລື​ ແມ່ນແຕ່​ການ​ Live Stream ​ກັບ​ເພື່ອນ​ໆ ໃນ​ໂຊ​ຊຽວ​ມີ​ເດຍ​ກໍ​ສາມາດ​ເຮັດ​ໄດ້​ເຊັ່ນ​ກັນ”
ຫຼັງ​ຈາກ​ທີ່ CNBC ໄດ້​ປ່ອຍ​ຂ່າວ​ເລື່ອງ Orion ໄປ​ບໍ່​ດົນ​ທາງ The Information ກໍ​ອອກ​ມາ​ແຍ້ງ​ວ່າ​ແວ່ນ​ຕາ​ອັດ​ສະ​ຣິ​ຍະ​ຕົວທຳອິດ​ຂອງ Facebook ນັ້ນ​ໜ້າ​ຈະ​ເປັນ “Stella” ​ຫລາຍກວ່າ ຊຶ່ງ​ແວ່ນ​ຕົວ​ນີ້​ໜ້າ​ຈະ​ມີ​ຄວາມຄ້າຍ​​ກັບ Snap Spectacle ຂອງ Snapchat ຢູ່​ຫລາຍ​ ໂດຍ​ສະເພາະ​ຟັງ​ຊັນ​ການ​ບັນ​ທຶກ​ວີ​ດິ​ໂອ​ດ້ວຍ​ກ້ອງ​ທີ່​ຊ່ອນ​ຢູ່ໃນ​ກອບ​ແວ່ນ​ຫລື​ການ​ເຊື່ອມ​ຕໍ່​ກັບ​ມື​ຖື​ທີ່​ກຳ​ລັງ​ພັດທະນາ​ແອບ​ພລິ​ເຄ​ຊັນ​ເທິງ​ມື​ຖື​ຢູ່ ແລະ ​ຄາດ​ວ່າ​ທາງ Facebook ຈະ​ປ່ອຍ​ອອກ​ມາ​ໃຫ້​ເຫັນ​ກັນ​ໃນ​ອີກ​ບໍ່​ຈັກ​ປີ​ຂ້າງ​ໜ້າ​ນີ້
ສຳລັບ​ຕອນ​ນີ້​ທາງ Facebook ກໍ​ກຳ​ລັງ​ເລັ່ງ​ດຳ​ເນີນ​ການ​ພັດທະນາ​ໃນ​ສ່ວນ​ຂອງ AI ທີ່​ເປັນ ລະບົບ​ສັ່ງ​ການ​ດ້ວຍ​ສຽງ ພາຍ​ໃນ​ແວ່ນ​ຕາ​ອັດ​ສະ​ຣິ​ຍະ​ທັງ​ສອງ​ຕົວ​ນີ້ (ໂດຍ​ການ​ທຳງານ​ຈະ​ຄ້າຍ​ຄື​ກັບ SIRI ຂອງ Apple ແລະ Alexa ຂອງ Amazon) ນອກ​ຈາກ​ນີ້​ທາງ​ບໍລິສັດ​ຍັງ​ວາງ​ແຜນ​ວ່າ​ຈະ​ທົດລອງ​ສ້າງ​ແຫວນ​ທີ່​ມີ​ຊື່​ວ່າ "Agios" ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ເຂົ້າ​ເຖິງ​ຂໍ້​ມູນ​ແລະ​ໃຊ້​ງານ​ໄດ້​ງ່າຍ​ຂຶ້ນ​ຈາກ​ເຊນ​ເຊີກວດ​ຈັບ​ຄວາມ​ເຄື່ອນ​ໄຫວ​ຂຶ້ນ​ມາ​ໃຊ້​ຮ່ວມ​ກັນ​ອີກ​ດ້ວຍ
ຖ້າ​ຫາກຍັງຈື່ໄດ້ ມື​ຖື​ເຄື່ອງ​ທຳອິດ​ ແລະ​ ເຄື່ອງ​ດຽວ​ຂອງ Facebook ທີ່​ພັດທະນາ​ຮ່ວມ​ກັບ HTC ກໍ່ຈະ​ເຫັນ​ແລ້ວ​ວ່າ​ເມື່ອ​ເປັນ​ໃນ​ເລື່ອງ​ຂອງ Hardware ແລ້ວ Facebook ບໍ່​ແມ່ນ​ຕົວ​ເລືອກ​ທີ່​ໜ້າ​ເຊື່ອ​ຖື​ປານໃດ​ສຳລັບ​ຜູ້​ບໍລິ​ໂພກ

ແຕ່​ເຖິງ​ຢ່າງ​ນັ້ນ Mark Zuckerberg ແລະ Facebook ກໍ​ຍັງ​ມຸ້ງ​ພັດທະນາ​ແວ່ນ​ຕາ​ອັດ​ສະ​ຣິ​ຍະ​ຕົວ​ນີ້​ຕໍ່ໄປ​ຢ່າງ​ມີ​ຄວາມ​ຫວັງ​ວ່າ​ຊະ​ຕາ​ກຳ​ຂອງ​ມັນ​ຈະ​ບໍ່​ຈົບ​ລົງ​ເໝືອນດັ່ງທີ່ Facebook Phone ທີ່​ຜ່ານມາ ໂດຍ​ເທື່ອ​ນີ້​ໄດ້ ຈັບ​ມື​ກັບ​ທາງ​ບໍລິສັດ Luxottica ທີ່​ເປັນ​ເຈົ້າ​ຂອງ Ray-Ban ແລະ ​ແບ​ຣ​ນແວ່ນ​ຕາ​ຊັ້ນ​ນຳ​ອີກ​ຫລວງ​ຫລາຍ ໃນ​ການ​ຮ່ວມ​ກັນ​ດີ​ຊາຍ​ແວ່ນ​ຕາ​ອັດ​ສະ​ຣິ​ຍະ​ທັງ​ສອງ​ຕົວ​ນີ້​ອອກ​ມາ​ໃຫ້​ດຶງ​ດູດ​ໃຈ​ຜູ້​ໃຊ້​ໃຫ້ຫຼາຍ​ທີ່ສຸດ ແລະ ​ຄາດ​ຫວັງ​ວ່າ​ມັນ​ຄົງ​ຈະ ດີ​ພຽງ​ພໍ ທີ່​ຈະ​ດຶງ​ດູດ​ເງີນ​ໃນ​ກະ​ເປົາ​ຂອງ​ຜູ້​ບໍ​ລິ​ໂພກ​ດ້ວຍ​ເຊັ່ນ​ກັນ

ແຫຼ່ງຂໍ້ມູນ: 
bgr.com , www.cnbc.com , www.theinformation.com , www.businessinsider.com.au , thaiware

No comments:

Post a Comment

Post Top Ad