Google Chrome ກຳລັງຈັດການແທັບຂອງໜ້າເວັບໃຫ້ເຮັດວຽກໄດ້ດີຍິ່ງຂຶ້ນ

Breaking

Post Top Ad

Post Top Ad

Saturday, September 21, 2019

Google Chrome ກຳລັງຈັດການແທັບຂອງໜ້າເວັບໃຫ້ເຮັດວຽກໄດ້ດີຍິ່ງຂຶ້ນ



Google Chrome ກຳ​ລັງ​ຈັດການ​ແທັບ​ຂອງ​ໜ້າ​ເວັບ​ທີ່​ຖືກ​ເປີດ​ສະແດງ​ຂຶ້ນ​ມາ​ຫຼາຍ​ສິບ​ໜ້າ​ໃນ​ເວລາ​ດຽວ​ກັນ​ໃຫ້​ສາມາດ​ໃຊ້​ງານ​ໄດ້​ງ່າຍຍິ່ງ​ຂຶ້ນ ໂດຍ​ແຕ່​ລະ​ແທັບ​ຂອງ​ໜ້າ​ເວັບ​ຈະ​ສະແດງ​ສະເພາະ​ພາບ favicon ແລະ​ ເມື່ອ​ຜູ້​ໃຊ້​ເລື່ອນ​ເມົ້າ​ໄປ​ມາ​ເໜືອ​ແທັບ​ເຫຼົ່າ​ນັ້ນ​ແລ້ວ​ຢຸດ​ຖ້າກໍ່​ຈະ​ປາກົດ​ຄຳ​ອະທິບາຍ​ຂອງ​ໜ້າ​ເວັບ​ໃນ​ແທັບ​ນັ້ນ
ສຳລັບ​ຄົົນທີ່​ເປີດ​ເວັບ​ຂຶ້ນ​ມາ​ຈຳນວນ​ຫລາຍ ຍາກ​ຫລາຍ​ທີ່​ຈະ​ຈື່ໄດ້​ວ່າ​ ແທັບ​ໃດ​ຄື​ເວັບ​ໃດ ດັ່ງ​ນັ້ນ​ການ​ຈັດການ​ແທັບ​ໃໝ່​ທີ່​ເຮັດໃຫ້​ເຫັນ​ໄອ​ຄອນ​ຂອງ​ເວັບ​ ແລະ ​ສະແດງ​ຄຳ​ອະທິບາຍ ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ເລືອກ​ເຂົ້າໄປ​ຍັງ​ເວັບ​ເປົ້າ​ໝາຍ​ໄດ້​ວ່ອງໄວ ​ແລະ ​ສະ​ດວກ​ຍິ່ງ​ຂຶ້ນ
ຫຼາຍ​ປີ​ມາ​ນີ້ Browser Microsoft Edge ແລະ Safari ໄດ້​ຈັດການ​ແທັບ​ຂອງ​ໜ້າ​ເວັບ​ໄດ້​ດີກວ່າ​ນີ້ ແຕ່ Google Chrome ກໍ​ພະຍາຍາມ​ພັດທະນາ​ໃຫ້​ເຮັດວຽກ​ໄດ້​ດີ​ຂຶ້ນ​ຫລາຍກວ່າ​ການ​ສະແດງ​ສະເພາະ​ຊື່​ໜ້າ​ເພດ ແລະ ​ອີກ​ບໍ່​ດົນ​ຄົງ​ຈະ​ມີ​ພາບ​ຕົວ​ຢ່າງ​ຂອງ​ໜ້າ​ເວັບ​ຂະໜາດ​ຫຍໍ້​ເໝືອນ​ຄ້າຍ​ອື່ນ
ນອກ​ຈາກ​ແທັບ​ຂອງ​ໜ້າ​ເວັບ​ແລ້ວ Google ຍັງ​ປັບ​ແຕ່ງ​ຊ່ອງ Address bar ໃຫ້​ສະແດງ​ຜົນ​ລັບ​ໄດ້​ໄວ​ຂຶ້ນ ແລະ​ ສາມາດ​ໃຫ້​ຄຳ​ຕອບ​ຈາກ​ການ​ສືບ​ຄົ້ນ​ກ່ຽວກັບ​ສະພາບ​ອາ​ກາດ ການ​ແຂ່ງ​ຂັນ​ກີລາ ການ​ແປ​ພາສາ ແລະ​ອື່ນ​ໆ ໄດ້​ຢ່າງ​ວ່ອງໄວ​ໃນ​ທັນ​ທີ ລວມ​ທັງ​ຍັງ​ສາມາດ​ເລືອກ​ສີ​ຈາກ​ທີມ​ໃຫ້​ກັບ​ແທັບ​ຂອງ​ເວັບ​ ແລະ ​ທັງ​ບ​ຼາ​ວ​ເຊ​ີໄດ້ ໂດຍ​ບໍ່​ຕ້ອງ​ຕິດ​ຕັ້ງ​ທີມ​ເພິ່ມເຕິມ​ຈາກ Chrome web store

Google ເປີດ​ເຜີຍ​ວ່າ​ຄວາມ​ສາມາດ​ທັງ​ໝົດ​ນີ້​ກຳ​ລັງ​ຈະ​ເປີດ​ໃຊ້​ຫຼັງ​ເດືອນ​ຕຸລາ​ 2019 ນີ້

ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad