ສື່ຕ່າງປະເທດທົດສອບຕິດຕັ້ງແອັບ Google ເທິງ Huawei Mate 30 ແຕ່ໃຊ້ງານບໍ່ໄດ້ທຸກແອັບ

Breaking

Post Top Ad

Post Top Ad

Saturday, September 21, 2019

ສື່ຕ່າງປະເທດທົດສອບຕິດຕັ້ງແອັບ Google ເທິງ Huawei Mate 30 ແຕ່ໃຊ້ງານບໍ່ໄດ້ທຸກແອັບ



Richard Yu, CEO ຂອງ Huawei Consumer ຢືນຢັນ​ແລ້ວ​ວ່າ​ຜູ້​ໃຊ້​ງານ​ບໍ່​ສາມາດ​ຕິດ​ຕັ້ງ Google Services ໄດ້​ດ້ວຍ​ຕົນເອງ ນັ້ນ​ສົ່ງ​ຜົນ​ໃຫ້​ຜູ້​ໃຊ້​ງານ​ບໍ່​ສາມາດ​ໃຊ້​ແອບ​ຕ່າງໆ ຂອງ Google ເຊັ່ນ Google Maps ຫລື YouTube ໄດ້
ຢ່າງ​ທີ່​ຮູ້​ກັນ​ວ່າ​ມາດຕະການ​ການ​ຂອງ​ລັດຖະບານ​ສະ​ຫະຣັດ​ເຮັດໃຫ້ Huawei Mate 30 ບໍ່​ມີ Google Services ແລະ ​ບັງຄັບ​ເຮົາ​ໃຫ້​ໃຊ້ Huawei Mobile Services ແທນ ເຖິງ​ແມ່ນ​ວ່າ​ຮາດ​ແວຈະດີ​ກໍ​ຕາມ ແຕ່​ການ​ຂາດ Google Services ແລະ ​ແອັບ​ພລິ​ເຄ​ຊັນ​ຕ່າງໆ ຂອງ Huawei ເປັນ​ຊ່ອງ​ໂຫວ່​ທີ່​ໃຫຍ່​ເກີນ​ໄປ ນອກ​ເໜືອ​ຈາກ​ຜູ້​ໃຊ້​ງານ​ຈະ​ອົດ​ທົນ​ ແລະ ​ພະຍາຍາມ​ຕິດ​ຕັ້ງ​ແອັບ​ ແລະ​ ຍອມ​ຮັບ​ຜົນ​ທີ່​ຕາມ​ມາ​ດ້ວຍ​ຕົນເອງ
ເຮົາ​ຫວັງ​ວ່າ​ຍັງມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ໃຊ້ Google Services ໃນ​ອຸປະກອນ​ຂອງ​ເຮົາ” – Richard Yu

ຕົວ​ແທນ​ຂອງ Huawei ຢືນຢັນ​ກັບ BBC ວ່າ​ແອັບ​ພລິ​ເຄ​ຊັນ​ຍອດ​ນິຍົມ​ຢ່າງ Instagram, Facebook ຫລື WhatsApp ທັງ​ໝົດ​ນີ້​ມີ​ໃຫ້​ຕິດ​ຕັ້ງ​ຜ່ານ AppGallery ຂອງ Huawei
ຜູ້​ໃຊ້​ງານ​ທະວິດ​ເຕ​ີ​ຊື່ @somospostpc ໜຶ່ງ​ໃນ​ແຂກ​ທີ່​ໄດ້​ເຂົ້າໄປ​ຮັບ​ຊົມ​ງານ​ເປີດ​ຕົວ​ໄດ້​ທົດລອງ​ຕິດ​ຕັ້ງ Play Store ແລະ YouTube ພ​ົບວ່າ​ທັງສອງ​ບໍ່​ສາມາດ​ເປີດ​ໃຊ້​ງານ​ໄດ້, Play Store ເກີດ​ອາການ​ແຄຣດ​ທັນ​ທີ ສ່ວນ YouTube ກໍ​ຖາມ​ຫາແຕ່ Google Services ຢ່າງ​ດຽວ ໃນ​ຂະນະ​ທີ່​ແອັບ​ພລິ​ເຄ​ຊັນ​ຢ່າງ WhatsApp ສາມາດ​ເປີດ​ເຂົ້າໄປ​ໄດ້
ຖື​ວ່າ​ເປັນ​ຂ່າວ​ຮ້າຍ​ສຳລັບ​ແຟນໆຂອງ Huawei ທີ່​ບໍ່​ມີ​ແອັບ​ຕ່າງໆຂອງ Google ຊຶ່ງ​ແນ່ນອນ​ວ່າ​ຕ້ອງ​ສົ່ງ​ຜົນ​ກະທົບ​ກັບ​ຍອດ​ຂາຍ​ຢ່າງ​ບໍ່​ຕ້ອງ​ສົງໄ​ສ ການ​ທີ່ Huawei ຍັງ​ບໍ່​ປະ​ກາ​ດວັນ​ວາງ​ຈຳ​ໜ່າຍ​ກໍ​ອາດ​ພໍ​ຄາດ​ເດົາ​ໄດ້​ວ່າ​ລະຫວ່າງ​ນີ້ Google ອາດ​ກຳ​ລັງ​ເຈລະ​ຈາ​ກັບ​ລັດຖະບານ​ສ​ະຫະຣັດ​​ຢູ່​

 ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad