Redmi ເປີດຕົວລຸ້ນອັບເກຣດ K20 Pro Premium : ຊິບ Snapdragon 855+, ແຣມສູງສຸດ 12 GB, ຄວາມຈຸ 512 GB

Breaking

Post Top Ad

Post Top Ad

Saturday, September 21, 2019

Redmi ເປີດຕົວລຸ້ນອັບເກຣດ K20 Pro Premium : ຊິບ Snapdragon 855+, ແຣມສູງສຸດ 12 GB, ຄວາມຈຸ 512 GB


Redmi

Redmi ແບ​ຣນສະມາດໂຟນ​ທີ່​ແຍກ​ອອກ​ມາ​ຈາກ Xiaomi ໄດ້​ເປີດ​ຕົວ Redmi K20 Pro ໄປ​ແລ້ວ​ເມື່ອ​ເດືອນ​ມິ​ຖຸ​ນາ 2019 ທີ່​ຜ່ານມາ ລ່າ​ສຸດ Redmi ໄດ້​ເປີດ​ຕົວ Redmi K20 Pro Premium ທີ່​ມາ​ພ້ອມ​ຊິບ​ເຊັດ​ລ່າ​ສຸດ​ຢ່າງ Snapdragon 855+ ທີ່​ມີ​ປະ​ສິດ​ທິ​ພາບ​ດ້ານ​ກຣາ​ຟຟິກ​ດີ​ຂຶ້ນ 15%
Redmi

ອີກ​ສິ່ງ​ທີ່​ເພີ່ມ​ຂຶ້ນ​ຄື​ແຣມ 12 GB ແລະ​ ຄວາມ​ຈຸ 512 GB ໂດຍ​ຍັງ​ຄົງ​ມາ​ພ້ອມ​ລຸ້ນ Avengers Edition ເຊັ່ນ​ດຽວ​ກັບ Redmi K20 Pro ດ້ວຍ
Redmi

ອີກ​ທັງ​ຍັງ​ໄດ້ຮັບ​ການ​ຕິດ​ຕັ້ງ​ອິນ​ເຕີເຟ​ສ MIUI 11 ພ້ອມ​ໃຊ້​ງານ​ໃນ​ທັນ​ທີ ແລະ ​ປັບ​ປຸງ​ລະບົບ​ລະບາຍ​ຄວາມ​ຮ້ອນ​ໄດ້​ດີ​ຫລາຍ​ຂຶ້ນ

ສະ​ເປັກ​ອື່ນ ໆ ທີ່​ໜ້າ​ສົນ​ໃຈ​ຂອງ Redmi K20 Pro Premium ມີດັ່ງນີ້
  • ໜ້າ​ຈໍ AMOLED ຂະໜາດ 6.39 ນິ້ວ
  • ກ້ອງ​ໜ້າ “ປອບ​ອັບ” ຄວາມ​ລະອຽດ 20 ລ້ານ​ພິກ​ເຊລ
  • ກ້ອງ​ຫຼັງ 48 ລ້ານ​ພິກ​ເຊລ (ຫຼັກ) + 8 ລ້ານ​ພິກ​ເຊລ (Telephoto) + 13 ລ້ານ​ພິກ​ເຊລ (Ultra-Wide)
  • ແບດ​ເຕີ​ຣີ 4,000 mAh ຮອງ​ຮັບ Fast Charge ລະ​ດັບ 27 W
Redmi K20 Pro Premium ຈະ​ເລີ່ມ​ຈຳ​ໜ່າຍ​ທີ່​ປະເທດ​ຈີນ​ໃນ​ວັ້ນ​ທີ່ 23 ກັນຍາ 2019 ໂດຍ​ມີ​ລາ​ຄາ​ດັ່ງ​ນີ້
  • 8/128 GB : 2,699 ຢວນ
  • 8/512 GB : 2,999 ຢວນ
  • 12/512 GB : 3,199 ຢວນ
Redmi

ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad