FireEye ເປີດໂອເພ່ນຊັອດ ‘SharPersist’ ເຄື່ອງມືເຮັດ Persistence ສຳລັບ Red Team

Breaking

Post Top Ad

Post Top Ad

Monday, September 9, 2019

FireEye ເປີດໂອເພ່ນຊັອດ ‘SharPersist’ ເຄື່ອງມືເຮັດ Persistence ສຳລັບ Red Team


FireEye ເປີດໂອເພ່ນຊັອດ  ‘SharPersist’ ເຄື່ອງມືເຮັດ Persistence ສຳລັບ Red Team

FireEye ໄດ້​ເປີດ​ Open Source  ​ເຄື່ອງ​ມື​ທີ່​ຊື່ SharPersist ໄວ້​ເທິງ GitHub ຊຶ່ງ​ເປັນ​ເຄື່ອງ​ມື​ທີ່​ອອກ​ແບບ​ມາ​ສຳລັບ Red Team ໃນ​ຂັ້ນ​ຕອນ​ການ​ໂຈມ​ຕີ​ໄລຍະ​ທີ່​ເຮັດ Persistence ເພື່ອ​ຊ່ວຍ​ເຫລືອ​ທົດສອບ​ລະບົບ​ດ້ານ​ຄວາມຫມັ້ນຄົງປອດໄພ​ໃນອົງກອນ
ເລື່ອງ​ລາວ​ກໍ​ຄື​ກ່ອນ​ໜ້າ​ນີ້ PowerShell ໄດ້​ຖືກ​ແຮັກ​ເກີ​ນຳ​ມາ​ໃຊ້​ປະໂຫຍດ​ຢ່າງ​ແພ່​ຫຼາຍ ຈົນກະທັ້ງ​ຜູ້​ໃຫ້​ບໍລິການ​ໂຊ​ລູ​ຊັນ​ຝັ່ງ​ປ້ອງ​ກັນ​ຫລື​ຜູ້​ກ່ຽວ​ຂ້ອງ​ໄດ້​ພັດທະນາ​ເລື່ອງ​ຟີເຈີ​ການ​ປ້ອງ​ກັນ​ທີ່ PowerShell ຫລາຍ​ຂຶ້ນ​ຈົນ​ເຮັດໃຫ້​ແຮັກ​ເກີ​ມີ​ອຸປະສັກ​ຫລາຍກວ່າ​ເດີມ ທັງ​ນີ້​ແຮັກ​ເກ​ີ​ຈຶ່ງ​ຜັນ​ຕົວ​ສູ່ C# ຊຶ່ງ​ໄອ​ເດຍ​ນີ້​ເກີດ​ເພາະ C# ມີ​ການ​ໃຊ້​ເທັກ​ໂນ​ໂລ​ຢີ​ຄ້າຍ PowerShell ແຕ່​ມີ​ການ​ປ້ອງ​ກັນ​ນ້ອຍ​ກວ່າ ເຊັ່ນ .Net runtime ເປັນ​ຕົ້ນ
ທັງ​ນີ້ FireEye ຈຶ່ງ​ໄດ້​ຄິດວ່າ​ບໍ່​ມີ​ເຄື່ອງ​ມື​ໃນ​ຝັ່ງ​ຂອງ C# ໃດ​ເລີຍ​ທີ່​ເຮັດ​ມາ​ເພື່ອ​ການ​ໂຈມ​ຕີ​ແບບ Persistence ຢ່າງ​ແທ້​ຈິງ ດ້ວຍ​ເຫດ​ນີ້​ຈຶ່ງ​ໄດ້​ພັດທະນາ​ເຄື່ອງ​ມື​ທີ່​ຊື່​ວ່າ ‘SharePersist’ ອອກ​ມາ. ຢ່າງໃດ​ກໍ​ດີ​ຄຸນສົມບັດ​ຂອງ​ເຄື່ອງ​ມື​ຄື​ພັດທະນາ​ຂຶ້ນ​ຈາກ C# ແລະ ​ສາມາດ​ໃຊ້​ກັບ Framework ໃດ​ໆ ທີ່​ຮອງ​ຮັບ Reflective loading ດ້ວຍ .NET assemblies ໄດ້ ຊຶ່ງ​ທາງ FireEye ໄດ້​ໃຫ້​ຕົວ​ຢ່າງ​ໄວ້​ດ້ວຍ​ການ​ໃຊ້​ຟັງ​ຊັນ Execute-assembly ຂອງ Cobalt Strike ນັ້ນ​ເອງ
ປັດຈຸບັນ SharPersist ໄດ້​ຮອງ​ຮັບ​ກັບ​ເທັກ​ນິກ​ດ້ານ Persistence ເຊັ່ນ KeePass, Tortoise SVN, Startup Folder, Registry, New Windows Service, New Scheduled Task ເປັນ​ຕົ້ນ 



ແຫຼ່ງຂໍ້ມູນ : securityweekfireeyetechtalkthai

No comments:

Post a Comment

Post Top Ad