Realme ກຽມເປີດຕົວມືຖືໃໝ່ ຮອງຮັບ Refresh rate 90Hz

Breaking

Post Top Ad

Post Top Ad

Monday, September 9, 2019

Realme ກຽມເປີດຕົວມືຖືໃໝ່ ຮອງຮັບ Refresh rate 90Hz



ຖ້າ​ເວົ້າ​ເຖິງ​ມື​ຖື​ທີ່​ມາ​ພ້ອມ​ໜ້າ​ຈໍ​ຮອງ​ຮັບ refresh rate ​ທີ່ 90Hz ເຮົາ​ອາດຈະ​ນຶກ​ເຖິງ​ມື​ຖື​ສາຍ​ເກມ ບໍ່​ກໍ​ລຸ້ນ ​top ​ຢ່າງ OnePlus 7 Pro / 7T , nubia Red Magic 3 ແລະ​ ເມື່ອ​ບໍ່​ຈັກ​ວັນທີ​ຜ່ານມາ​ຮອງ​ປະ​ທານ OPPO ຫາກໍ່​ອອກ​ມາບ​ອກ​ໃບ້​ວ່າ​ມື​ຖື​ລຸ້ນ​ໃໝ່​ໃນ​ຊີ​ຣີ Reno ອາດຈະ​ໃຊ້​ໜ້າ​ຈໍ 90Hz ເຊັ່ນ​ກັນ ແລະ ​ລ່າ​ສຸດ​ເໝືອນ​ເຮົາ​ຈະ​ຕ້ອງ​ເພີ່ມ Realme ເຂົ້າໄປ​ອີກ​ໜຶ່ງ​ຄ້າຍ
ງານ​ນີ້ Wang Derek, product manager ຂອງ Realme ໄດ້​ໂພດ​ຜ່ານ weibo ເພື່ອ​ເປັນ​ການ​ຢືນຢັນ​ວ່າ​ມື​ຖື​ລຸ້ນ​ໃໝ່​ລ່າ​ສຸດ​ຂອງ Realme ຈະ​ມາ​ພ້ອມ​ກັບ​ໜ້າ​ຈໍ refresh rate ​ທີ່ 90Hz
​ເຖິງ​ແມ່ນ​ວ່າ Wang Derek ບໍ່​ໄດ້​ເວົ້າ​ເຖິງ​ລາຍ​ລະອຽດ​ກ່ຽວກັບ​ວ່າ​ທີ່​ມື​ຖື​ລຸ້ນ​ໃໝ່​ທີ່​ກຳ​ລັງ​ຈະ​ເປີດ​ຕົວ ແຕ່​ກໍ​ມີ​ຂ່າວ​ລື​ວ່າ​ມື​ຖື​ລຸ້ນ​ດັ່ງ​ກ່າວ​ອາດຈະ​ເປັນ Realme XT Pro ທີ່​ມາ​ພ້ອມ​ກັບ​ໜ້າ​ຈໍ​ສະແດງ​ຜົນ​ແບບ AMOLED ຂະໜາດ 6.4 ຄວາມ​ລະອຽດ FHD+ ຂັບ​ເຄື່ອນ​ດ້ວຍ​ຊິບ​ເຊັດ​ປະ​ມວນ​ຜົນ Snapdragon 730G ຈັບ​ຄູ່​ກັບ RAM ຂະໜາດ 8GB ແລະ​ ມີ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ​ຕົວ​ເຄື່ອງ​ທີ່ 128GB
ສຳລັບ​ລາຍ​ລະອຽດ​ຂອງ​ກ້ອງຖ່າຍແມ່ນ ຄາດ​ວ່າ Realme XT Pro ຈະ​ມາ​ພ້ອມ​ກ້ອງ​ໜ້າ​ເຊລ​ຟີ່​ຂະໜາດ 32MP ສ່ວນ​ກ້ອງ​ຫຼັງ​ນັ້ນ​ເປັນ Quad camera ທີ່ມີ​ຄວາມ​ລະອຽດ​ກ້ອງ​ຫຼັກ​ສູງເຖີງ 64MP, ກ້ອງ​ຕົວ​ທີ່ 2 ເປັນ​ເລນ ultra-wide ຂະໜາດ 8MP,ກ້ອງ​ຕົວ​ທີ່ 3 ເປັນ​ເລນມາ​ໂຄຣ ຄວາມ​ລະອຽດ 2MP ແລະ ​ກ້ອງ​ຕົວ​ທີ່ 4 ເປັນ depth sensor ຂະໜາດ 2MP ນອກ​ຈາກ​ນີ້​ຍັງ​ຮອງ​ຮັບ​ສະ​ແກນ​ນິ້ວ​ໃຕ້​ໜ້າ​ຈໍ, ຮອງ​ຮັບ NFC ແລະ ​ມີແບັດ​ເຕີ​ຣີ່​ຂະໜາດ 4,000 mAh ທີ່​ຮອງ​ຮັບ​ສາກ​ໄວ ຂະໜາດ 30W
ງານ​ນີ້​ກໍ​ຄົງ​ຕ້ອງ​ຖ້າ​ເບິ່ງ​ກັນ​ວ່າ​ຂ່າວ​ລື​ນີ້​ຈະ​ເປັນ​ຈິງ​ຫລື​ບໍ່ ຊຶ່ງ​ນອກ​ຈາກ​ຂໍ້​ມູນ​ເລື່ອງ​ສະ​ເປັກ​ທີ່​ຄົນ​ຈະໃຫ້​ຄວາມ​ສົນ​ໃຈ​ແລ້ວ​ສິ່ງ​ທີ່​ຢາກ​ຮູ້​ທີ່ສຸດ​ກໍ​ຄົງ​ເປັນ​ເລື່ອງລາ​ຄາ​ນັ້ນ​ແຫຼ່ະ​ວ່າ​ຈະ​ເຮັດ​ອອກ​ມາ​ໄດ້ເທົ່າໃດກັນແທ້



ແຫຼ່ງຂໍ້ມູນ: gsmarenagizchina , weibo , droidsans

No comments:

Post a Comment

Post Top Ad