ວິທີໃຊ້ WhatsApp ສົ່ງຂໍ້ຄວາມຕົວໜາ ຕົວອຽງ ຂີດຂ້າ

Breaking

Post Top Ad

Post Top Ad

Monday, September 9, 2019

ວິທີໃຊ້ WhatsApp ສົ່ງຂໍ້ຄວາມຕົວໜາ ຕົວອຽງ ຂີດຂ້າ


ວິທີ​ໃຊ້ WhatsApp ສົ່ງ​ຂໍ້ຄວາມ​ຕົວ​ໜາ ຕົວ​ອຽງ ຂີດຂ້າ ໂດຍ​ທັ່ວ​ໄປ​ຫຼາຍ​ທ່ານ​ຈະ​ໃຊ້ WhatsApp ເນັ້ນ​ສົ່ງ​ຂໍ້ຄວາມ​ແຊັດ​ສົນທະນາ​ທຳມະດາ ແຕ່​ບໍ່​ໄດ້​ສົ່ງ​ແບບ​ຈັດ​ຮູບ​ແບບ​ຕົວ​ອັກສອນ​ເຊັ່ນ ຂໍ້ຄວາມ​ຕົວ​ໜາ ຕົວ​ອຽງ ຂີດຂ້າ ລອງ​ເບິ່ງ​ຕົວ​ຢ່າງ​ການ​ພິມ​ເທິງ WhatsApp ໄດ້​ເລຍ
·         ຕົວ​ໜ້າ: ໃສ່​ຄຳ​ທີ່​ຕ້ອງ​ການ​ຕົວ​ໜາ​ລະຫວ່າງ​ດອກ​ຈັນ ເຊັ່ນ (*ຕົວ​ໜາ*). ຜົນທີ່ໄດ້  ຕົວ​ໜາ
·         ຕົວ​ອຽງ: ໃສ່​ຄຳ​ທີ່​ຕ້ອງ​ການ​ຕົວ​ອຽງ​ລະຫວ່າງ Underscore (ຂີດ​ລຸມ) ເຊັ່ນ (_ຕົວ​ອຽງ_). ຜົນທີ່ໄດ້ ຕົວ​ອຽງ
·         ຂີດ​ຂ້າ ຫຼື ຂີດທັບ: ໃສ່​ຄຳ​ທີ່​ຕ້ອງ​ການ​ຂີດຂ້າ ລະຫວ່າງ​ຕົວ​ໜອນ ເຊັ່ນ (~ຂີດ​ທັບ~). ຜົນທີ່ໄດ້ (ຂີດ​ຂ້າ)
·         Monospace: ໃສ່​ຄຳ​ທີ່​ຕ້ອງ​ການ​ຕົວ Monospace ລະຫວ່າງ​ສັນຍະລັກ “` ເຊັ່ນ (“`monospace“`)
ຜົນ​ທີ່​ໄດ້​ຈະ​ສະແດງ​ໃນ​ລັກສະນະ​ດັ່ງ​ຮູບ​ດ້ານ​ລຸມ
ວິທີໃຊ້ WhatsApp ສົ່ງຂໍ້ຄວາມຕົວໜາ ຕັວອຽງ ຂີດຂ້າ

ນອກ​ຈາກ​ນີ້​ຫາກ​ຈຳ​ບໍ່​ໄດ້​ຈິງ​ວ່າ​ພິມ​ແນວໃດໃຫ້​ໄດ້​ຕົວ​ໜາ ຕົວ​ອຽງ ແລະ​ອື່ນ​ໆ​ ນີ້ສາມາດ​ໃຊ້​ນິ້ວ​ເລືອກ​ຄຳ​ທີ່​ຕ້ອງ​ການ ແລ້ວ​ເລືອກ​ຄຳ​ສັ່ງ​ຮູບ​ແບບ​ຕົວ​ອັກສອນ​ຕາມ​ຕ້ອງ​ການ
ວິທີໃຊ້ WhatsApp ສົ່ງຂໍ້ຄວາມຕົວໜາ ຕັວອຽງ ຂີດຂ້າ






ແຫຼ່ງຂໍ້ມູນ: it24hrs,  Howtogeek

No comments:

Post a Comment

Post Top Ad