Firewall ແມ່ນຫຍັງ ແລະ ມີຄວາມສຳຄັນຕໍ່ທຸລະກິດແນວໃດ?

Breaking

Post Top Ad

Post Top Ad

Monday, September 9, 2019

Firewall ແມ່ນຫຍັງ ແລະ ມີຄວາມສຳຄັນຕໍ່ທຸລະກິດແນວໃດ?


Firewall ແມ່ນຫຍັງ ແລະ ມີຄວາມສຳຄັນຕໍ່ທຸລະກິດແນວໃດ?

 ຫຼາຍ​ຄົົນທີ່​ໃຊ້​ງານ​ຄອມພິວເຕີຫຼືອິນ​ເຕີ​ເນັດ ຢູ່​ເປັນ​ປັດຈຳ​ຄົງ​ໄດ້ຍິນ​ຄຳ​ວ່າ Firewall ກັນ​ມາແດ່​ແລ້ວ ແຕ່​ຍັງມີ​ຫຼາຍ​ຄົົນທີ່​ບໍ່​ເຂົ້າໃຈ​ວ່າ​ລະບົບ Firewall ແມ່ນ​ຫຍັງ ແລ້ວ​ມີ​ຄວາມ​ສຳຄັນ​ກັບ​ການ​ໃຊ້​ງານ​ໃນ​ລະບົບ​ໂລກ​ອອນ​ໄລແນວໃດແດ່ ເພື່ອ​ບໍ່​ໃຫ້​ສົງໄສ​ກັນ​ອີກ​ຕໍ່ໄປ ໃນ​ບົດ​ຄວາມ​ນີ້​ມີ​ຄຳ​ຕອບ​ກ່ຽວກັບ​ເລື່ອງ​ຂອງ Firewall ມາ​ອະທິບາຍ​ໃຫ້​ຮູ້​ກັນ
Firewall ແມ່ນຫຍັງ?
         
ເລີ່ມ​ຈາກ​ຄຳ​ຖາມ​ທີ່​ທຸກ​ຄົນ​ຄົງ​ຢາກ​ຮູ້​ຄຳ​ຕອບ​ກັນ​ຫລາຍ​ທີ່ສຸດ​ກ່ອນ​ເລຍ ວ່າ Firewall ນັ້ນແມ່ນ​ຫຍັງ? ຄຳ​ຕອບ​ກໍ​ຄື ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ສຳລັບ​ເຄື່ອງ​ຄອມພິວເຕີ​ທີ່​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຖືກ​ໂຈມ​ຕີ​ຈາກ​ຜູ້​ທີ່​ປະສົງ​ຮ້າຍ ຊຶ່ງ​ການ​ໂຈມ​ຕີ​ຄົງ​ໜີ​ບໍ່​ພົ້ນ​ເຫຼົ່າ​ແຮັກ​ເກີ​ທີ່​ມາ​ລັກ​ຂໍ້​ມູນ​ສຳຄັນ​ຈາກ​ຄອມພິວເຕີ ຫລື ​ສອດ​ແນມ​ການ​ເຮັດ​ວຽກງານ​ຕ່າງໆ ທັງລວມ​ເຖິງ​ການ​ປອມ​ຕົວ​ເປັນ​ເຈົ້າ​ຂອງ​ເຄື່ອງ​ຄອມພິວເຕີ​ກໍ​ສາມາດ​ເກີດ​ຂຶ້ນ​ໄດ້ ໂດຍ​ສ່ວນ​ໃຫຍ່​ແລ້ວ​ການ​ໂຈມ​ຕີ​ຈາກ​ຜູ້​ປະສົງ​ຮ້າຍ​ຈະ​ມາ​ຈາກ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ
ຫາກ​ປຽບທຽບ​ຄອມພິວເຕີ​ຄື​ ບ້ານ Firewall ກໍ​ປຽບ​ເໝືອນ ​ຮົ້ວ​ ແລະ​ ກຳ​ແພງ​ທີ່​ຊ່ວຍປ້ອງ​ກັນ​ຜູ້​ບຸກລຸກ​ຈາກ​ພາຍນອກ​ນັ້ນ​ເອງ ໂດຍ​ປັດຈຸບັນ​ການ​ເລືອກ​ຕິດ​ຕັ້ງ​ໃຫ້​ກັບ​ຄອມພິວເຕີ​ກໍ​ສາມາດ​ເລືອກ​ຕິດ​ຕັ້ງ​ໄດ້​ທັງ​ຮູບ​ແບບ​ຂອງ Hardware ແລະ Software
Firewall ມີຄວາມສຳຄັນຕໍ່ທຸລະກິດແນວໃດ?

ໜ້າທີ່​ ແລະ ​ການ​ເຮັດ​ວຽກງານ​ຂອງ Firewall
         
ສຳລັບ​ໜ້າທີ່​ຫຼັກໆ ຂອງ​ລະບົບ Firewall ຄື ຄອຍ​ກວດ​ສອບ​ການ​ເຊື່ອມ​ຕໍ່​ລະຫວ່າງ​ຄອມພິວເຕີ​ກັບ​ເຄືອ​ຂ່າຍ​ Internet ແລະ​ ກອງ​ຂໍ້​ມູນ​ອອກ​ມາ​ວ່າ ການ​ເຊື່ອມ​ຕໍ່ (Source) ແລະ ​ຈຸດ​ໝາຍ​ປາຍ​ທາງ (Destination) ນັ້ນ​ມີ​ຄວາມ​ປອດ​ໄພ ຖືກ​ຕ້ອງ​ຫລື​ບໍ່ ຖ້າ​ຫາກ​ມີ​ຄວາມ​ສ່ຽງ​ສູງ​ຫລື​ບໍ່​ປອດໄ​ພ ລະບົບ​ຈະ​ແຈ້ງ​ເຕືອນ​ໄປ​ຍັງ​ຜູ້​ໃຊ້​ງານ​ໃນ​ທັນ​ທີ ຫລື ​ຫາກ​ລະບົບ Firewall ໝັ່ນໃຈ​ວ່າ​ການ​ເຊື່ອມ​ຕໍ່​ໃນ​ເທື່ອ​ນັ້ນ​ບໍ່​ປອດໄ​ພ​ແນ່ນອນ ກໍ​ຈະ​ມີ​ການ​ກັ້ນ ​ຫລື Block ​ໃນ​ທັນ​ທີ. ໂດຍ​ໃນ​ຂັ້ນ​ຕອນ​ຂອງ​ການທຳງານ ຜູ້​ໃຊ້​ຫລື​ເຈົ້າ​ຫນ້າທີ່-​ທີ່​ເບິ່ງ​ແຍງ​ສາມາດ​ຕັ້ງ​ຄ່າ ​ແລະ ​ກຳນົດ​ເງື່ອນ​ໄຂ​ຕ່າງໆ ໄດ້ ແລະ Firewall ຈະ​ເຮັດ​ຫນ້າທີ່​ກວດ​ສອບ​ໄດ້​ວ່າ​ການ​ເຊື່ອມ​ຕໍ່​ນັ້ນໆ ມີ​ຄວາມ​ຖືກ​ຕ້ອງ​ທັງ​ໝົດ​ຫລື​ບໍ່ ຊຶ່ງ​ຖ້າ​ມີ​ການ​ຜິດ​ກົດ​ເກນ​ພຽງ​ນ້ອຍໆ ກໍ​ເຂົ້າ​ຂ່າຍ​ຂອງ​ຄວາມ​ບໍ່​ປອດໄ​ພ​ໄດ້​ທັນ​ທີ
Firewall ແມ່ນຫຍັງ ແລະ ມີຄວາມສຳຄັນຕໍ່ທຸລະກິດແນວໃດ?
ທັງ​ນີ້ລະບົບ Firewall ກໍ​ບໍ່​ໄດ້​ບ​ລັອກ​ໃນ​ທຸກ​ການ​ໃຊ້​ງານ​ທີ່​ກວດ​ສອບ​ໄດ້ ເພາະ​ຈະ​ມີ​ການ​ສອບ​ຖາມ​ແລະ​ໃຫ້​ຢືນຢັນ​ເພື່ອ​ຄວາມ​ແນ່​ໃຈ​ຈາກ​ຜູ້​ໃຊ້​ອີກ​ເທື່ອ​ໜຶ່ງ ໂດຍ​ຈະ​ຕ້ອງ​ເບິ່ງ​ເປັນ​ກໍລະນີ​ໄປ

ຄວາມ​ສຳຄັນ​ຂອງ Firewall
         
ມາ​ເຖິງ​ບ່ອນ​ນີ້​ເຊື່ອ​ວ່າ​ຫຼາຍ​ຄົນ​ຄົງ​ຈະ​ເລີ່ມ​ເຫັນ​ຄວາມ​ສຳຄັນ​ຂອງ​ລະບົບ Firewall ກັນ​ຫລາຍ​ຂຶ້ນ​ແລ້ວ ຊຶ່ງ​ຮູບ​ແບບ​ຂອງ​ການ​ໃຊ້​ງານ Firewall ຄ່ອນ​ຂ້າງ​ສຳຄັນ​ສຳລັບອົງກອນ ຫລື​ ບໍລິສັດ ເພາະ​ມີ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ເປັນ​ຈຳນວນ​ຫລາຍ
ແຕ່​ທັງ​ນີ້​ຄົງ​ບໍ່​ມີ​ໃຜ​ຢາກ​ໃຫ້​ຂໍ້​ມູນ,ເຟສບຸກ, ລະ​ຫັດ​ຜ່ານ ຫລື ອີ​ເມລ ​ຂອງ​ຕົວ​ເອງ​ຕ້ອງ​ຖືກ​ລັກ​ໄປ​ໃຊ້​ງານ​ໃນ​ທາງ​ທີ່​ຜິດ ​ແລະ​ ກາຍ​ເປັນ​ຂອງ​ຄົນ​ອື່ນ​ຢ່າງ​ແນ່ນອນ ສະ​ນັ້ນ​ແລ້ວ​ບໍ່​ວ່າ​ຈະ​ເປັນ​ຄອມພິວເຕີ​ສ່ວນ​ບຸກ​ຄົນ​ ຫລື ​ຄອມພິວເຕີ​ຂອງອົງກອນ​ກໍ​ຕາມ ຄວນ​ມີ​ການ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ຄວາມ​ປອດໄ​ພ​ຢ່າງ Firewall ເອົາ​ໄວ້ ຄວນ​ອຸ່ນ​ໃຈ​ ແລະ ​ເພີ່ມ​ຄວາມຫມັ້ນ​ໃຈ​ໃນ​ທຸກ​ການ​ເຊື່ອມ​ຕໍ່​ໄດ້​ຫລາຍ
ການ​ໃຊ້​ງານ Firewall ນັ້ນ​ອາດ​ເປັນ​ເລື່ອງ​ທີ່​ຫຼາຍ​ຄົນ​ເບິ່ງ​ຂ້າມ​ໄປ ແຕ່​ເມື່ອ​ລອງ​ພິຈາລະນາ​ຈາກ​ປະໂຫຍດ ແລະ ​ຄວາມ​ສຳຄັນ​ຫຼັກໆ ຈະ​ເຫັນ​ໄດ້​ວ່າ​ເຄື່ອງ​ມື​ຊະນິດ​ນີ້​ເປັນ​ສິ່ງ​ທີ່​ຊ່ວຍ​ສ້າງ​ຄວາມ​ປອດໄ​ພ​ໃຫ້​ກັບ​ການ​ໃຊ້​ງານ​ເທິງ​ຄອມພິວເຕີ​ໄດ້​ຫລາຍ​

 ແຫຼ່ງຂໍ້ມູນ: ditc , asdnews , pcworld

No comments:

Post a Comment

Post Top Ad