Gartner ອອກລາຍງານ Magic Quadrant ທາງດ້ານ Meeting Solutions ປີ 2019 Cisco ຍັງຄົງຄອງອັນດັບ 1

Breaking

Post Top Ad

Post Top Ad

Friday, September 20, 2019

Gartner ອອກລາຍງານ Magic Quadrant ທາງດ້ານ Meeting Solutions ປີ 2019 Cisco ຍັງຄົງຄອງອັນດັບ 1



Gartner ບໍລິສັດ​ວິໄ​ຈ​ແລະ​ທີ່​ປຶກ​ສາ​ຊື່​ດັ່ງ​ຈາກ​ສ​ະຫະຣັດ ອອກ​ລາຍ​ງານ Magic Quadrant ສຳລັບ Meeting Solutions ປະຈຳ​ປີ 2019 ຜົນ​ປະກົດວ່າ Cisco ຄອງ​ຕຳແໜ່ງ Leader ອັນ​ດັບ​ໜຶ່ງ​ທັງ​ທາງ​ດ້ານ Ability to Execute ແລະ Completeness of Vision ຕາມ​ມາ​ດ້ວຍ Microsoft, Zoom ແລະ LogMeIn
Gartner ໄດ້​ໃຫ້​ນິ​ຍາມ Meeting Solutions ວ່າ​ເປັນ​ໂຊ​ລູ​ຊັນ​ທີ່​ປະສົມ​ປະ​ສານ​ການ​ຕິດ​ຕໍ່​ສື່​ສານ ການ​ເຮັດ​ວຽກງານ​ຮ່ວມ​ກັນ ແລະ ​ການ​ແຊ​ຂໍ້​ມູນ​ເພື່ອ​ໃຫ້​ສາມາດ​ດຳ​ເນີນ​ການ​ປະ​ຊຸມ​ທັງ​ຢ່າງ​ເປັນ​ທາງ​ການ​ຫລື​ບໍ່​ເປັນ​ທາງ​ການ ບໍ່​ວ່າ​ຈະ​ເປັນ ການ​ເຮັດ​ວຽກງານ​ຮ່ວມ​ກັນ​ພາຍ​ໃນ​ທີມ ການ​ນຳ​ສະເໜີ​ຜົນ​ງານ ການ​ອົບຮົມ ຫລື Webinar ຈາກ​ທີ່​ໃດ​ກໍ​ໄດ້ ໂດຍ​ຮອງ​ຮັບ​ທັງ​ການ​ສົ່ງ​ຂໍ້ຄວາມ ແຊ​ໜ້າ​ຈໍ ​ແລະ ເນື້ອ​ຫາ​ຂໍ້​ມ​ູ​ູ​ນ ລວມ​ໄປ​ເຖິງ​ສົ່ງ​ສຽງ​ແລະ​ວິ​ດີ​ໂອ​ຫາ​ກັນ​ໄດ້
Gartner ຄາດ​ກາ​ນວ່າ​ພາຍ​ໃນ​ປີ 2020 ຮ້ອຍ​ລະ 40 ຂອງ​ການ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ​ຈະ​ມີ​ການ​ນຳ​ລະບົບ Virtual Concierges ແລະ Advanced Analytics ເຂົ້າ​ມາ​ໃຊ້ ແລະ​ ພາຍ​ໃນ​ປີ 2024 ການ​ເຮັດ​ວຽກງານ​ຈາກ​ນອກ​ສະຖານ​ທີ່​ແລະ​ການ​ປ່ຽນ​ແປງ​ຣ​ູ​ູ​ປ​ແບບ​ການ​ເຮັດ​ວຽກງານ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະ​ຊຸມ​ຂອງ​ອົງກອນ ສົ່ງ​ຜົນ​ໃຫ້​ການ​ພົບ​ປະ​ເຈີ​ໜ້າ​ກັນ​ລຸດລົງ​ຈາກ 60% ໃນ​ປັດຈຸບັນ​ເຫຼືອ​ພຽງ 25% ເທົ່າ​ນັ້ນ
ສຳລັບ​ຜູ້​ນຳ​ຕ​ະຫລາດ Meeting Solutions ໃນ​ປີ​ນີ້ ລາຍ​ງານ​ຈາກ Gartner ລະ​ບຸ​ວ່າ​ຕົກ​ເປັນ​ຂອງ Cisco Webex ຊຶ່ງ​ຄອງ​ຕຳແໜ່ງ​ອັນ​ດັບ​ໜຶ່ງ​ທັງ​ທາງ​ດ້ານ Ability to Execute ແລະ Completeness of Vision ໂດຍ Gartner ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວກັບ Cisco Webex ວ່າ ມີ​ໂຊ​ລູ​ຊັນ​ຄອບ​ຄຸມ​ທັງ​ສ່ວນ Infrastructure, Endpoint ແລະ Application ເຮັດໃຫ້​ສາມາດ​ຕິດ​ຕັ້ງ​ໃຊ້​ງານ​ໄດ້​ຫຼາກ​ຫຼາຍ​ຮູບ​ແບບ​ກວ່າ​ຄູ່​ແຂ່ງ​ລາຍ​ອື່ນ​ໆ ລວມໄປ​ເຖິງ​ມີສະ​ຖາ​ປັດ​ຕະຍະ​ກຳ​ແບບ​ໄຮ​ບ​ຣິດ (Hybrid) ​ຊຶ່ງ​ຊ່ວຍ​ເພີ່ມ​ຄຸນນະພາບ​ແລະ​ຄວາມຫມັ້ນຄົງ​ປອດ​ໄພ ນອກ​ຈາກ​ນີ້ Cisco Webex ຍັງ​ຕອບ​ໂຈດການ​ໃຊ້​ງານ​ໃນ​ອຸດສາຫະກຳ​ທີ່​ຕ້ອງ​ປະຕິບັດ​ຕາມ​ກົດ​ລະບຽບ​ແລະ​ຂໍ້​ບັງຄັບ​ຕ່າງ​ໆ ເຊັ່ນ HIPAA, PCI DSS, SOX ແລະ​ອື່ນ​ໆ ຢ່າງ​ເຄັ່ງຄັດ​ອີກ​ດ້ວຍ
ຜູ້​ທີ່​ສົນ​ໃຈ​ສາມາດ​ດາວ​​ໂຫຼດ​ລາຍ​ງານ​ສະບັບ​ເຕັມ​ຂອງ Gartner ໄດ້​ຜ່ານ​ຊ່ອງ​ທາງ​ຂອງ Cisco ທີ່ https://engage2demand.cisco.com/lp_gartnermeetingsolutionsmagicquadrant2019_17836

No comments:

Post a Comment

Post Top Ad