Google ເປີດຕົວ Android 10 ຢ່າງເປັນທາງການ

Breaking

Post Top Ad

Post Top Ad

Wednesday, September 4, 2019

Google ເປີດຕົວ Android 10 ຢ່າງເປັນທາງການ


ເປັນ​ໄລຍະ​ເວລາ​ເກືອບ​ເຄິ່ງ​ປີ ຕັ້ງ​ແຕ່ Google ປ່ອຍ​ລະບົບ​ປະຕິບັດການ​ລຸ້ນ​ໃໝ່ Android Q ຫລື Android 10 ໃຫ້​ນັກ​ພັດທະນາ ​ແລະ​ ຜູ້​ທີ່​ສົນ​ໃຈ​ໄດ້​ທົດລອງ​ໃຊ້​ງານ​ກັນ ລ່າ​ສຸດ Google ໄດ້​ປ່ອຍ​ອັບ​ເດດ Android 10 ຢ່າງ​ເປັນ​ທາງ​ການ ລ່ວງ​ໜ້າ​ກ່ອນ iOS 13 ພຽງ​ບໍ່​ຈັກ​ມື້


Credit: mashable
ແນ່ນອນ​ວ່າ​ຜູ້​ໃຊ້​ງານ Google Pixel ໄດ້​ແກ່ Pixel, Pixel 2 ແລະ Pixel 3 ນັ້ນ​ຈະ​ເປັນ​ກຸ່ມ​ທີ່​ໄດ້​ອັບ​ເດດ​ໄດ້​ລອງ​ໃຊ້​ກ່ອນ​ໃຜ Android 10 ນີ້​ກໍ​ມີ​ຟີ​ເຈີໃໝ່ໆ ທີ່​ໜ້າ​ສົນ​ໃຈຢ່າງ​ຫລວງ​ຫລາຍ
Project Mainline ທີ່​ຈະ​ຊ່ວຍ​ໃຫ້​ການ​ອັບ​ເດດ​ສ່ວນ​ຕ່າງໆ ຂອງ​ລະບົບ​ປະຕິບັດການ​ໄດ້​ງ່າຍ​ແລະ​ໄວ​ຂຶ້ນ ໂດຍ​ແຍກ​ອອກຈາກ​ຕົວ​ສ່ວນ​ຫຼັກ​ຂອງ OS

Dark Mode ທີ່​ຈະ​ມາ​ຊ່ວຍ​ໃນ​ສ່ວນ​ຂອງ​ການ​ປະ​ຢັດ​ພະລັງ​ງານ​ສຳລັບ​ສະມາດ​ໂຟນ​ທີ່​ໃຊ້​ໜ້າ​ຈໍ OLED ແລະ ​ເຮັດໃຫ້​ຜູ້​ໃຊ້​ງານ​ໃຊ້​ງານ​ໄດ້​ຢ່າງ​ສະບາຍ​ຕາ​ຫລາຍ​ຢິ່ງ​ຂຶ້ນ
Dark mode android 10
ລວມ​ເຖິງ​ຟີ​ເຈີ​ສຳລັບ​ຄວາມ​ປອດໄ​ພ ທີ່​ສາມາດ​ຕັ້ງ​ຄ່າ​ໃຫ້​ແຊ​ Location ໃຫ້​ກັບ​ແອັບ​ຕ່າງໆ ໃນ​ຂະນະ​ທີ່​ໃຊ້​ແອັບ​ຢູ່​ໄດ້ ແລະ ​ຍັງ​ສາມາດ​ຄວບ​ຄຸມ​ປະຫວັດ​ການ​ໃຊ້​ເວັບ ແອັບ ແລະ ​ການຕັ້ງ​ຄ່າ​ໂຄສະ​ນາ
ນອກ​ຈາກ​ນີ້​ຍັງມີ​ຟີ​ເຈີ​ທີ່​ຢັງ​ຢູ່ໃນ​ຊ່ວງ​ການ​ທົດສອບ​ຢູ່​ອີກ 2 ຕົວ​ທີ່​ກຽມ​ຈະ​ເປີດ​ຕົວ​ໃນ​ບໍ່​ດົນ​ນີ້ ນັ້ນ​ຄື Focus Mode ແລະ Live Caption
 ທີ່ມາ: TechCrunch

No comments:

Post a Comment

Post Top Ad