Samsung ເປີດຕົວ Galaxy A90 5G : ລະດັບກາງສຸດພຣີມຽມ, ຊິບ Snapdragon 855, ກ້ອງຖ່າຍ 48 ລ້ານພິກເຊລ, ໜ້າຈໍ 6.7 ນິ້ວ

Breaking

Post Top Ad

Post Top Ad

Wednesday, September 4, 2019

Samsung ເປີດຕົວ Galaxy A90 5G : ລະດັບກາງສຸດພຣີມຽມ, ຊິບ Snapdragon 855, ກ້ອງຖ່າຍ 48 ລ້ານພິກເຊລ, ໜ້າຈໍ 6.7 ນິ້ວ

Credit: gsmarena.com

       ຫຼັງ​ຈາກ​ທີ່​ເປີດ​ຕົວ​ສ​ະມາດ​ໂຟນ
3 ລຸ້ນ ໄດ້​ແກ່ Galaxy S10 5G, Galaxy Note10 5G ແລະ Galaxy Note10+ 5G ທ​ີ​່​່​ຮອງ​ຮັບ 5G ໄປ​ແລ້ວ​ນັ້ນ ລ່າ​ສຸດ Samsung ໄດ້​ເປີດ​ຕົວ​ລຸ້ນ​ທີ່ 4 ນັ້ນ​ຄື Galaxy A90 5G ຊຶ່ງ​ເປັນ​ສະ​ມາດ​ໂຟນ​ລະ​ດັບ​ກາງ​ລຸ້ນ​ທຳອິດ​ທີ່​ຮອງ​ຮັບ 5G

ສ​ະເປັກ​ທີ່​ໜ້າ​ສົນ​ໃຈ

·        ຊິບ​ເຊັດ Qualcomm Snapdragon 855
·        ໜ້າ​ຈໍ Super AMOLED ຂະໜາດ 6.7 ນິ້ວ ດີ​ໄຊ​ນ​໌​ຂາດ​ຂອບ Infinity-U
·        ແຣມ 6 – 8 GB 
·        ກ້ອງ​ໜ້າ 32 ລ້ານ​ພິກ​ເຊລ
·        ກ້ອງ​ຫຼັງ 48 ລ້ານ​ພິກ​ເຊລ (ຫຼັກ) + 8 ລ້ານ​ພິກ​ເຊລ (Ultra Wide) + 5 ລ້ານ​ພິກ​ເຊລ (ເຊນ​ເຊ​ີ​ວັດ​ໄລຍະ)
·        ຄວາມ​ຈຸ 128 GB (ລຸ້ນ​ແຣມ 6 GB ຈະ​ສາມາດ​ເພີ່ມ​ຄວາມ​ຈຸ​ດ້ວຍ microSD Card ໄດ້​ສູງ​ສຸດ​ເຖິງ 512 GB)
·        ແບດ​ເຕີ​ຣີ 4,500 mAh ຮອງ​ຮັບ Fast Charge ລະ​ດັບ 25 W
·        ລະບົບ​ປະຕິບັດການ Android 9 Pie
·        ຮອງ​ຮັບ Samsung DeX

ກ້ອງ​ຫຼັງ​ຂອງ Samsung Galaxy A90 5G ມາ​ພ້ອມ​ຟີ​ເຈີ​ທີ່​ຊ່ວຍ​ປະ​ສິດ​ທິ​ພາບ​ໃນ​ການ​ຖ່າຍ​ພາບ​ຢ່າງ Super Steady, Scene Optimizer ແລະ Flaw Detector ສ່ວນ​ກ້ອງ​ໜ້າ​ມາ​ພ້ອມ​ໂໝດ Live Focus
      Samsung Galaxy A90 5G ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ທີ່​ປະເທດ​ເກົາ​ຫຼີ​ໃຕ້​ໃນ​ວັນທີ 4 ກັນຍາ 2019 ນີ້ ແລະ​ຈະ​ເລີ່ມ​ຈຳ​ໜ່າຍ​ໃນ​ປະເທດ​ອື່ນໆ ຕໍ່ໄປ ແຕ່​ທາງ Samsung ຢັງ​ບໍ່ໄດ້​ເປີດ​ເຜີຍ​ລາ​ຄາ​ຢ່າງ​ເປັນ​ທາງ​ການ​ແຕ່​ຢ່າງ​ໃດ 




http://www.samsungmobilepress.com/news/experience_the_new_galaxy_a90_5g_for_the_era_of_live

No comments:

Post a Comment

Post Top Ad